ສະຫະພັນອົງການຄົ້ນຄວ້າປ່າໄມ້ສາກົນ (International Union of Forest Research Organizations “IUFRO”) ແມ່ນສູນລວມການເຊື່ອມໂຍງ ແລະ ແລກປ່ຽນການຄົ້ນຄວ້າວິທະຍາສາດປ່າໄມ້ຂອງບັນດາອົງການຄົ້ນຄວ້າປ່າໄມ້ໃນທົ່ວໂລກ, ຊຶ່ງສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປລາວ ແມ່ນເປັນໜຶ່ງໃນສະມາຊິກ 700 ອົງກອນ ກວມເອົາຫລາຍກວ່າ 100 ປະເທດ. IUFRO ມີພາລະກິດເປັນຈຸດສູນລວມການເຊື່ອມຈອດລະຫວ່າງປ່າໄມ້, ວິທະຍາສາດ ແລະ ປະຊາຊົນ. ກອງປະຊຸມໃຫຍ່ຂອງ IUFRO ແມ່ນຈັດຂຶ້ນໃນເວລາທຸກໆ 5 ປີ ໂດຍມີການໝູນວຽນປະເທດເຈົ້າພາບຕາມຄວາມເໝາະສົມ. ກອງປະຊຸມໃຫຍ່ການຄົ້ນຄວ້າປ່າໄມ້ໂລກຂອງ IUFRO ຄັ້ງທີ 26 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ Stockholmsmassan, ນະຄອນສະຕັອກໂຮມ ແຫ່ງປະເທດສະວີເດັນ ໃນລະຫວ່າງວັນທີ 23 – 29 ມີຖຸນາ 2024. ກອງປະຊຸມໃຫຍ່ຄັ້ງນີ້, ມີເຂົ້າຮ່ວມທັງໝົດ 4,271 ຄົນ ທີ່ມາຈາກ 103 ປະເທດ; ມີ 3,400 ຫົວຂໍ້ນໍາສະເໜີ ກວມເອົາ 200 ເວທີສົນທະນາ ແລະ ຈຸດວາງສະແດງ ຈໍານວນ 70 ບ່ອນ. ກອງປະຊຸມໄດ້ຖືກດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ຕື່ນເຕັ້ນ ແລະ ຄວາມພາກພູມໃຈຂອງບັນດານັກວິທະຍາສາດປ່າໄມ້ທີ່ໄດ້ຮັບໂອກາດເຂົ້າຮ່ວມການນໍາສະເໜີຜົນງານ, ຖອດຖອນບົດຮຽນ ແລະ ສ້າງເຄືອຄ່າຍ ແລະ ຮັດແໜ້ນໄມຕີຈິດກັບບັນດາຜູ້ຊ່ຽວຊານປ່າໄມ້ທີ່ມາຈາກທົ່ວໂລກ, ຊຶ່ງສູນຄົ້ນຄວ້າປ່າໄມ້ກໍ່ໄດ້ຮັບກຽດຂຶ້ນນໍາສະເໜີຜົນງານຄົ້ນຄວ້າຂອງຕົນ ໃນຫົວຂໍ້: ຜົນກະທົບຂອງປັດໄຈທາງດ້ານພູມສັນຖານຕໍ່ກັບຄຸນສົມບັດຂອງເນື້ອໄມ້ສັກໃນເຂດພູດອຍ (Effect of Topographic Conditions on Teak Heartwood Properties in Mountainous area) ຢູ່ເວທີຍ່ອຍການສ້າງຄວາມເຂັ້ມແຂງການຄຸ້ມຄອງປ່າໄມ້ສັກທາງດ້ານການຄ້າ ແລະ ຕ່ອງໂສ້ການສະໜອງໄມ້ສັກແບບຍືນຍົງ (T2.29; Strengthening Teak Forest Management for Sustainable Teakwood Supply Chains and Trade) ຫ້ອງ K21 ຂອງກອງປະຊຸມດັ່ງກ່າວ ກົງກັບວັນທີ 28 ມີຖຸນາ 2024. ເຫດການດັ່ງກ່າວຖືວ່າ ເປັນນິມິດຫມາຍທີ່ດີ ເປັນການເປີດໂສມໜ້າໃໝ່ໃນເວທີສາກົນໃຫ້ແກ່ສູນຄົ້ນຄວ້າປ່າໄມ້ ເພື່ອສືບຕໍ່ຍົກຖານະບົດບາດຂອງສູນໄປສູ່ມາດຕະຖານໃຫມ່ ແລະ ເປັນທີ່ຮູ້ຈັກຢູ່ໃນເວທີພາກພື້ນ ແລະ ສາກົນ ຢ່າງເປັນຮູບປະທໍາ.
ໂດຍສັງເຂບແລ້ວ, ກອງປະຊຸມໃຫຍ່ການຄົ້ນຄວ້າປ່າໄມ້ໂລກໃນຄັ້ງນີ້ ຊີ້ໃຫ້ເຫັນໄດ້ແຜນວຽກຈໍາເປັນ ແລະ ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດຢ່າງທັນການ, ຄື: ແຜນວຽກຈໍາເປັນ (1) ຮັບມືວິກິດການເຊື່ອມໂຍງເຖິງກັນ ແລະ ກັນຢ່າງຮ້າຍແຮງ, (2) ເຂົ້າໃຈແຈ້ງຄວາມສໍາຄັນຂອງປ່າໄມ້, ຕົ້ນໄມ້, ແລະ ຜະລິດຕະພັນ ແລະ ການບໍລິການຈາກປ່າໄມ້, (3) ຮັບຮູ້ເຖິງບົດບາດຂອງວິທະຍາສາດ ແລະ ການຄົ້ນຄວ້າກ່ຽວກັບປ່າໄມ້ ແລະ ຄວາມຮູ້ພູມປັນຍາທ້ອງຖີ່ນ, (4) ຈັດການກັບໄພຂົ່ມຂູ່ຕໍ່ການຮ່ວມມືດ້ານວິທະຍາສາດ ແລະ ການຄົ້ນຄວ້າ, ແລະ (5) ເສີມຂະຫຍາຍບົດບາດການສຶກສາ ແລະ ສ້າງຄວາມສາມາດໃຫ້ແກ່ຊາວໜຸ່ມ, ການມີສ່ວນຮ່ວມ ແລະ ການສື່ສານ. ທີ່ກອງປະຊຸມໃຫຍ່ໄດ້ຮຽກຮ້ອງໃຫ້ນໍາໃຊ້ຄວາມຮູ້ທີ່ດີເລີດຂອງນັກວິທະຍາສາດໂລກເພື່ອ: (1) ສ້າງຄວາມຢືດຢຸ່ນດ້ານປ່າໄມ້ ແລະ ການປັບຕົວຕໍ່ສະພາບອາກາດ, (2) ຮັກສາ ແລະ ສ້າງຄຸນຄ່າທາງສັງຄົມຂອງປ່າໄມ້ເພື່ອຊຸມຊົນທີ່ຍືນຍົງ, (3) ຂະຫຍາຍບົດບາດຂອງປ່າໄມ້ ແລະ ຜະລິດຕະພັນປ່າໄມ້ໃນເສດຖະກິດຊີວະພາບໝູນວຽນທີ່ມີຄວາມຮັບຜິດຊອບ, (4) ຫັນປ່ຽນວິທະຍາສາດທີ່ກ່ຽວຂ້ອງກັບປ່າໄມ້ເພື່ອອະນາຄົດ ແລະ (5) ດໍາເນີນການປະຕິບັດໃນທຸກລະດັບຕາມສີ່ຂໍ້ຄວາມສຳຄັນເຫຼົ່ານີ້ສາມາດປະກອບສ່ວນເຂົ້າໃນການຮັກສາໂລກທີ່ໝັ້ນຄົງ ອັນເປັນການສະໜັບສະໜູນຊີວິດການເປັນຢູ່ ແລະ ຄຸນນະພາບຊີວິດທີ່ດີຂອງປະຊາຊົນບັນດາເຜົ່າ.
ໂດຍ: ປອ. ສີມອນ ວົງຄໍາຮໍ່, ສູນຄົ້ນຄວ້າປ່າໄມ້