ຂຽນໂດຍ: ນາງ ສຳນຽງ ນົນປະດິດ. ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ
ໃນວັນທີ 06 ມີຖຸນາ 2024 ທີ່ຜ່ານມາສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ V ຂອງໜ່ວຍກໍາມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກີດ ຂອງຕົນຂື້ນຢ່າງເປັນທາງການ ເຊິ່ງເລີ່ມແຕ່ເວລາ 13:00 ໂມງ ໂດຍການເປັນປະທານ ຂອງ ສະຫາຍ ປອ ສົມບູນ ໄຊຍະວົງ ປະທານກຳມະບານຮາກຖານ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຫາຍ ແສງທອງ ຟອງຈັນມີໄຊ ຮອງເລຂາໜ່ວຍພັກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດແລະສະຫາຍ ສົມນຶກ ສຸວັດ ປະທານໜ່ວຍກຳມະບານ ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ.
ໃນນັ້ນຍັງມີບັນດາແຂກຈາກອົງການຈັດຕັ້ງມະຫາຊົນຈາກໜ່ວຍອ້ອມຂ້າງພ້ອມດ້ວຍອ້າຍ, ເອື້ອຍ, ນ້ອງສະມາຊິກກຳມະບານເຂົ້າຮ່ວມ ທັງໝົດ ຈໍານວນ 50 ສະຫາຍ, ຍິງ 22ສະຫາຍ.
ຈຸດປະສົງ: ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ (2019-2024). ທິດທາງແຜນການໃນຕໍ່ໜ້າປີ 2025-2029 ຂອງໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ເພື່ອຄັດເລືອກປະທານ ພ້ອມດ້ວຍ ຄະນະໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຊຸດໃໝ່.
ກອງປະຊຸມໄດ້ເປັນເອກະພາບກັນ ຢ່າງສົມບູນ ຕໍ່ບົດລາຍງານ ຂອງໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກີດ.ໄລຍະ 5 ປີຜ່ານມາ (2019-2024) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2025 – 2029).
ຄະນະໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຊຸດເກົ່າໄດ້ຂື້ນຜ່ານໃບສຳຫຼວດການຊີ້ນໍາ-ນໍາພາ ໃນໄລຍະຜ່ານມາ ແລະ ກ່າວອຳລາໜ້າທີ່.
ປະທານກອງປະຊຸມ ສະຫາຍ ປອ ສົມບູນ ໄຊຍະວົງ ໄດ້ສະເໜີມາດຖານຜູ້ສະໝັກ ແລະ ສະເໜີລາຍຊື່ຜູ້ສະໝັກເລືອກຕັ້ງຊຸດໃໝ່, ອ່ານຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄວບຄຸມການປ່ອນບັດ ແລະ ມອບໜ້າທີໃຫ້ຄະນະຈັດຕັ້ງປ່ອນບັດ ໄດ້ສະເໜີລາຍຊື່ຜູ້ສະໝັກເລືອກຕັ້ງ ໃນນັ້ນລວມມີ 7 ສະຫາຍຄື: ສະຫາຍ ນາງ ສຳນຽງ ນົນປະດີດ. ສະຫາຍ ຄຳພັນ ໄຊຍະລາດ. ສະຫາຍ ເຂັມຄຳ ຫົງພັກດີ. ສະຫາຍ ນາງ ພັດສະລາກອນ ມະນີວົງ. ສະຫາຍ ວິລະລັກ ສະພັງທອງ. ສະຫາຍ ປອ ກູ່ຄຳ ວິໄລເຮືອງ. ສະຫາຍ ດວງ ສະຫວັນ ລໍວັນໄຊ.ຜ່ານການທາບທາມລົງຄະແນນສຽງຄັດເລືອກເອົາ 3 ສະຫາຍ ແລະ ຈັດກອງປະຊຸມ ປະຖົມມະລືກຂອງຄະນະຊຸດໃໝ່ຈຶ່ງໄດ້ດໍາເນິນຂື້ນຢ່າງເປັນທາງການ. ໂດຍຄະນະປະ ທານກອງປະຊຸມ ພ້ອມດ້ວຍຄະນະໜ່ວຍກຳມະບານຊຸດໃໝ່ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງວ່າການປະຊຸມໃນຄັ້ງນີ້ໄດ້ມີການເຮັດປະຊາມະຕິ ແລະ ຜົນຂອງການປະຊຸມມີດັ່ງລຸ່ມນີ້: 1). ສະຫາຍ ປອ ກູ່ຄໍາ ວິໄລເຮືອງ ເປັນປະທານໜ່ວຍ ຮັບຜິດຊອບຊີ້ນຳລວມແນວຄິດການເມືອງ.
2) ສະຫາຍ ນາງ ສຳນຽງ ນົນປະດິດ ຮອງປະທານໜ່ວຍ ຮັບຜິດຊອບວຽກງານແຜນການ ແລະ ສະຫຼຸບລາຍງານ.
3) ສະຫາຍ ດວງສະຫວັນ ລໍວັນໄຊ ເປັນຄະນະ ປະທານກວດກາ.4) ສະຫາຍ ນາງ ພັດສະລາກອນ ມະນີວົງ ຮອງປະທານກວດກາ ຮັບຜິດຊອບວຽກງານນະໂຍບາຍ ແລະ ການເງິນຂອງໜ່ວຍ. 5) ສະຫາຍ ເຂັ້ມຄໍາ ຫົງພັກດີ ເປັນຄະນະ ຮັບຜິດຊອບລົງເລິກວຽກງານຂະບວນການ 5 ເປັນເຈົ້າ ຮັກຊາດ ແລະ ພັດທະນາ.
ສະຫາຍ ປອ ສົມບູນ ໄຊຍະວົງ ປະທານກຳມະບານຮາກຖານ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຄະນະບໍລິຫານງານກະຊວງກະສິກຳ-ປ່າໄມ້ ແລະ ສະຫາຍ ແສງທອງ ຟອງຈັນມີໄຊ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໃຫ້ກຽດຂື້ນໂອ້ລົມ ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສໍາຄັນຂື້ນຕຶ່ມ ໂດຍເນັ້ນເຖິງຄະນະຊຸດໃໝ່ໃຫ້ເອົາໃຈໃສ່ ສືບຕໍ່ອອກແຮງແກ້ໄຂໃນຊຸມປີຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນເປັນກ້າວໆເຊັ່ນ: ການສຶກສາອົບຮົມວຽກງານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດໃຫ້ແກ່ສະມາຊິກກຳມະບານ, ການປະຕິບັດຫລັກການຕຳນິສົ່ງຂ່າວຊ່ວຍເຫຼືອເຊິງກັນ ແລະ ກັນພາຍໃນໜ່ວຍ, ການຮ່ວມຊີວິດ ແລະ ສະຫຼຸບລາຍງານໃຫ້ເປັນປົກກະຕິ, ການປະຕິບັດນະໂຍບາຍຕໍ່ສະມາຊິກໃຫ້ທ່ວງທັນກັບຄວາມຕ້ອງການຕົວຈິງ, ການສ້າງຂະບວນການດ້ານຕ່າງໆໃຫ້ຕໍ່ເນື່ອງ; ນອກຈາກນີ້ ຍັງຈະຕ້ອງໄດ້ເອົາໃຈໃສ່ວຽກງານກວດກາໃຫ້ປົກກະຕິ.ກອງປະຊຸມໄດ້ດໍາເນີນຮອດ 16:30 ໂມງ ແລະ ປີດລົງດ້ວຍຜົນສຳເລັດຢ່າງຈົບງາມ.