


ໃນວັນທີ 31 ພຶດສະພາ 2024 ທີ່ຜ່ານມາສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໂດຍການປະກອບສ່ວນຈາກອຳນາດການປົກຄອງສູນ ແລະ 3 ອົງການຈັດຕັ້ງ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດຂຶ້ນ ເຊິ່ງເລີ່ມແຕ່ເວລາ 8:30 ໂມງ ເປັນຕົ້ນໄປ ໂດຍມີ ທ່ານ ປອ. ສີວຽງແຂກ ພົມມະລາດ ຫົວໜ້າສູນ ເປັນປະທານ ແລະ ທ່ານ ນ. ຄຳໄຕ ວົງໄຊຍາ ຄະນະເປັນຜູ້ຊີ້ນຳ ນຳພາ, ມີພະນັກງານວິຊາການ, ພໍ່ແມ່ຜູ້ປົກຄອງພ້ອມດ້ວຍລູກຫຼານເຂົ້າຮ່ວມຢ່າງຟົດຟື້ນ. ໃນງານດັ່ງກ່າວ ໄດ້ມີກິດຈະກຳປູກໄມ້ ແລະ ອະນາໄມໃສ່ຝຸ່ນຕົ້ນໄມ້ທີ່ປູກໃນປີຜ່ານໆມາ ຫຼັງຈາກສຳເລັດ ກໍມີກິດຈະກຳມອບຂອງຂວັນແກ່ເດັກນ້ອຍ ແລະ ລູກຫຼານພະນັກງານ ໂດຍແມ່ນ ທ່ານ ປອ. ສີວຽງແຂກ ພົມມະລາດ ໃຫ້ກຽດມອບຂອງຂວັນແກ່ເດັກລູກຫຼານເປັນອັນຈົບພິທີ.
ຂຽນໂດຍ: ນາງ ພູວົງ ສຸວັນນະວົງສາ
ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ



Users Today : 413
Users Yesterday : 54
This Month : 467
This Year : 79893
Total Users : 787883