

ພາບ-ຂ່າວ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນວັນທີ 23 ພຶດສະພາ 2024, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມອບແນວພັນເຂົ້າ ໃຫ້ແກ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ວິທະຍາໄລກະສິກໍາ - ປ່າໄມ້ຈໍາປາສັກ ແລະ ສູນຄົ້ນຄວ້າກະສິກໍາພາກໃຕ້. ພິທີຈັດຂຶ້ນຢູ່ສູນຄົ້ນຄວ້າກະສິກໍາພາກໃຕ້ ບ້ານໂພນງາມ ນະຄອນປາກເຊ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວນ ໂດຮາ ຜູ້ອໍານວຍການສູນໂກເປຍ ປະຈໍາ ສປປ ລາວ(KOPIA), ທ່ານ ຄໍາ ນີລະວົງ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອໍານວຍການວິທະຍາໄລກະສິກໍາ - ປ່າໄມ້ຈໍາປາສັກ. ມີທ່ານ ປອ.ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າສູຄົ້ນຄວ້າກະສິກໍາ ພາກໃຕ້, ຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ຕະຫຼອດຮອດນັກຄົ້ນຄວ້າ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຄໍາເຫັນວ່າ: ການປ່ຽນແປງຂອງສະພາບດີນຟ້າອາກາດ ແລະ ດ້ານເສດຖະກິດສັງຄົມ ໄດ້ສົ່ງຜົນກະທົບທາງກົງ ຕໍ່ກັບການຜະລິດກະສິກໍາ ໂດຍສະເພາະແມ່ນການຜະລິດເຂົ້າ ເພື່ອຄ້ໍາປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດສີຂຽວ ຂອງລັດທະບານ.ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຖືວ່າເປັນຂໍ້ຈໍາກັດໃນການຜະລິດເຂົ້າ ຖ້າເກີດຂຶ້ນແມ່ນສົ່ງຜົນກະທົບໂດຍກົງຕໍ່ກັບຜົນຜະລິດ, ນອກຈາກນີ້ ການລະບາດຂອງພະຍາດເຂົ້າ ເປັນຕົ້ນພະຍາດໃບໄໝ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ ພົບວ່າ ມີທ່າອ່ຽງເພີ່ມຂື້ນ ແລະ ຖືເປັນຂໍ້ກົດໜວງທວງດຶງຕໍ່ກັບການຜະລິດເຂົ້າເຊັ່ນກັນ. ເພື່ອແກ້ໄຂບັນຫາທີ່ໄດ້ກ່າວມາຂ້າງເທິ່ງນັ້ນ ສະບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີແຜນງານຄົ້ນຄວ້າ ແລະ ປັບປຸງແນວພັນພືດ ໂດຍສະເພາະ ແມ່ນ ການຄົ້ນຄວ້າ ແລະ ປັບປຸງແນວພັນເຂົ້າ ໃຫ້ມີຄວາມທົນທານຕໍ່ກັບໄພນໍ້າຖ້ວມ ແລະ ທົນທານຕໍ່ກັບພະຍາດສັດຕູພືດ ທີ່ສໍາຄັນໃນ ສປປລາວ, ພາຍໃຕ້ທືນສະໜັບສະໜູນການຄົ້ນຄວ້າແນວພັນເຂົ້າຈາກສູນ ໂກເປຍ ປະຈໍາ ສປປລາວ ແລະ ໃນປີ 2023 ຈຶ່ງໄດ້ປ່ອຍແນວພັນທີ່ພັດທະນາຂື້ນມາໃໝ່ ຈໍານວນ 1 ແນວພັນ ເຊິ່ງເອີ້ນວ່າ ຫອມໂພນງາມ7 ເຊິ່ງເປັນແນວພັນເຂົ້າຫອມ, ທົນທານຕໍ່ກັບນໍ້າຖ້ວມ ແລະ ທົນທານຕໍ່ກັບພະຍາດເຂົ້າທີ່ສໍາຄັນໃນ ສປປລາວ. ເພື່ອເຮັດໃຫ້ຊາວນາ ໄດ້ເຂົ້າເຖິງການນໍາໃຊ້ແນວພັນໃໝ່ ເພືື່ອທໍາການຜະລິດ ສໍາລັບຄໍ້າປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້ານັ້ນ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນຄົ້ນຄວ້າກະສິກໍາ ພາກໃຕ້ ເຊິ່ງເປັນສູນໝຶ່ງ ທີ່ຂຶ້ນກັບສະຖາບັນ ໄດ້ຜະລິດ ເມັດພັນລຸ້ນ2 ແລະ ໄດ້ມອບແນວພັນນີ້ ໃຫ້ທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ຈໍານວນ 3 ໂຕນ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ຈໍານວນ 1 ໂຕນ ແລະ ສູນຄົ້ນຄວ້າກະສິກຳພາກໃຕ 1 ໂຕ່ນ ເພື່ອນໍາໄປແຈກຍາຍໃຫ້ ພະນັກງານ ແລະ ຊາວນາ ນໍາໄປທົດລອງນໍາໃຊ້ ປູກໃນພື້ນຖີ່ທີ່ມີຄວາມສຽງກັບໄພນໍ້າຖ້ວມລວມເປັນ 5 ໂຕ່ນ.








Users Today : 413
Users Yesterday : 54
This Month : 467
This Year : 79893
Total Users : 787883