

ໃນວັນທີ 14 ພຶດສະພາ 2024 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຮ່ວມກັບ ໂຄງການສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝຢູ່ ສປປ ລາວ(KOPIA) ໄດ້ເປີດຝຶກອົບຮົມໃຫ້ແກ່ກຸ່ມຊາວນາ ບ້ານນາຊາ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເຕັກນິກວິທີການປູກເຂົ້າແບບຕ່າງໆ, ເຕັກນິກການຈັດການຝຸ່ນ, ປຸຍແບບປະສົມປະສານ ແລະ ເຕັກນິກການຈັດການສັດຕູພືດແບບປະສົມປະສານ, ໂດຍໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄວານ ໂດຮາ ອຳນວຍການສູນໂກເປຍ(KOPIA), ສ.ເກົາຫຼີ ປະຈຳ ສປປລາວ, ມີທ່ານ ນາຍບ້ານ ນາຊາ ພ້ອມດ້ວຍຊາວກະສິກອນບ້ານນາຊາເຂົ້າຮ່ວມ, ໂດຍການເປັນຄູຝຶກຂອງຊ່ຽວຊານດ້ານການຜະລິດເຂົ້າຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ.
ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຖ່າຍທອດບົດຮຽນ, ປະສົບການ, ຄວາມຮູ້ ຈາກສູນສະຖານີຄົ້ນຄວ້າຂອງພາກລັດໃຫ້ກຸ່ມຊາວນາເປົ້າໝາຍໂຄງການ, ເຜີຍແຜ່ແລກປ່ຽນບົດຮຽນປະສົບການໃຫ້ຊາວນາສາມາດຫັນເປັນຜູ້ຜະລິດເຂົ້າເພື່ອເປັນສີນຄ້າໃນຊຸມຊົນເຂົາເຈົ້າໄດ້.
ການຈັດຕັ້ງປະຕິບັດໃນການຝຶກອົບຮົມໄດ້ນຳສະເໜີພາກທິດສະດີຜ່ານ ພາວເວີພອຍ ເຊິ່ງນັກສຳມະນາກອນໄດ້ເປີດສົນທະນາແລກປ່ຽນ ແລະ ຮຽນຮູ້ກ່ຽວກັບເຕັກນິກການປູກເຊົ້າໃນແບບຕ່າງໆ, ປັດໄຈຕ່າງໆກ່ຽວກັບການຜະລິດເຂົ້າໃຫ້ເປັນສິນຄ້າ, ການໃສ່ຝຸ່ນແບບປະສົມປະສານໃຫ້ເໝາະສົມ, ການກຳຈັດພະຍາດ ແລະ ແມງໄມ້ສັດຕູພືດ, ນອກນັ້ນຍັງໄດເປີດໃຫ້ນັກສຳມະນາກອນໄດແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດຕັ້ງປະຕິບັດປູກເຂົ້າໂຕຈິງຢູ່ໃນພາກພື້ນຂອງຕົນ, ເຊິ່ງນັກສະມະນາກອນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈຳກັດຂອງການຜະລິດເຂົ້າເຊັ່ນ: ຕົ້ນທຶນການຜະລິດສູງ, ບໍ່ມີການວາງແຜນການຜະລິດທີ່ດີ, ບັນຫາການລະບາດຂອງພະຍາດ ແລະ ສັດຕູພືດ ໂດຍສະເພາະພະຍາດຄໍຮວງເນົ່າ, ເພ້ຍຈັກຈັ່ນ: ພະຍາດໃບໄໝ້ ແລະ ພະຍາດຂອບໃບແຫ້ມ ເຊິ່ງສົ່ງຜົນກະທົບຕໍ່ກັບການຜະລິດເປັນວົງກວ້າງ, ຂໍ້ຈຳກັດທາງດ້ານຄວາມຮູ້ເຕັກນິກການຜະລິດ, ການໃສ່ຝຸ່ນໃນປະເພດຕ່າງໆ.
ເຊິ່ງຄາດຄະເນຜົນໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ເມືອສຳເລັດການຝຶກອົບຮົມຄັ້ງນີ້ແລ້ວ, ຊາວນາຈະສາມາດໄດ້ຮັບຄວາມຮູ້ບົດຮຽນ ແລະ ເຂົ້າໃຈເຕັກນິກການປູກເຂົ້າດ້ວຍວິທີການຕ່າງໆ, ສາມາດໃສ່ຝຸ່ນຖືກຕ້ອງຕາມເຕັກນິກເພື່ອຍົກສະມັດຕະພາບເຂົ້າໄດ້, ຮູ້ວິທີການຈັດການນ້ຳ, ຫຍ້າ, ພະຍາດ ແລະ ແມງໄມ້ສັດຕູພືດເພື່ອໃຫ້ໄດ້ເຂົ້າທີ່ມີຄຸນນະພາບ.
ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້







Users Today : 413
Users Yesterday : 54
This Month : 467
This Year : 79893
Total Users : 787883