National Agriculture and Forestry Research Institute

ຂຽນໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ກຸ່ມວຽກຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ແຂວງບໍລິຄໍາໄຊເປັນແຂວງໜຶ່ງທີມີພື້ນຖານການຜະລິດກະສິກໍາ ເພື່ອຄໍາປະກັນທາງດ້ານສະບຽງອາຫານ ແລະ ສົງອອກພະລິດຕະພັນກະສິກໍາອອກສູ່ບັນດາແຂວງອ້ອມຂ້າງ ໂດຍສະເພາະແມ່ນການສົ່ງສິນຄ້າກະສິກໍາເຂົ້າມາຈໍາໜ່າຍຢູ່ໃນນະຄອນຫຼວງວຽງຈັນ, ເນື່ອງຈາກວ່າແຂວງບໍລິຄໍາໄຊເປັນແຂວງທີ່ຕິດກັບສັນທາງຫຼວງແຫ່ງຊາດເລກທີ 13 ໃຕ້ຈຶ່ງເຮັດໃຫ້ການຂົນສົ່ງສີນຄ້າ ແລະ ການກະຈາຍຜະລິດຕະພັນກະສິກໍາມີຄວາມສະດວສະບາຍ ໂດຍສະເພາະແມ່ນຜະລິດຕະພັນຂອງ ພືດຜັກ ແລະ ໝາກໄມ້ ເຊິງເຮັດໃຫຊາວກະສິກອນມີຜົນກໍາໄລຈາກການຜະລິດພືດຜັກ. ໂດຍອິງຕາມຂໍ້ມູນທາງດ້ານສະຖິຕິກະສິກໍາຂອງກົມປູກຝັງປະຈໍາປີ 2022 ໃຫ້ຮູ້ວ່າທົ່ວແຂວງບໍລິຄໍາໄຊມີເນື້ອທີ່ການປູກພືດຜັກທັງໝົດ 77.805 ເຮັກຕາ.

ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ກ່ຽວພັນກັບວຽກງານກະສິກໍາ ໂດຍສະເພາະແມ່ນວຽກງາານການສຸກຍູ່ການນໍາໃຊ້ແນວພັນ ແລະ ເຕັກນິກອັນໃໝ່ເຂົ້າໃນການຜະລິດພືດຜັກ ເພື່ອຫຼຸດຜ່ອນການນໍາເຂົ້າທາງດ້ານແນວພັນ, ຜະລິດຕະພັນສົດ ແລະ ຜະລິດເພື່ອເປັນສີນຄ້າສົ່ງອອກທາງພາຍໃນ ແລະ ຕ່າງປະເທດ ໃນວັນທີ່ 8 – 11 ພຶດສະພາທີ່ຜ່ານມານີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ມີບົດບາດ​ເປັນໜ່ວຍວິຊາ​ການ ​ເຮັດໜ້າທີ່​ຄົ້ນຄວ້າທາງດ້ານ​ແນວ​ພັນ, ​ເຕັກນິກ​ການປູ ແລະ ຂະຫຍາຍພັນ​ພືດ​ຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ, IPM, ເຊິ່ງທີາງສູນໄດ້ມີການຮ່ວມມືກັບໂຄງການສ້າງຕົວແບບໃນການຜະລິດ, ການເກັບຮັກສາ ແລະ ຂະຫຍາຍແນວພັນຜັກບົ່ວແບ່ງ (KOPIA) ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານເກົາຫຼີໃຕ້, ໄດ້ລົງຈັດຕັງປະຕິບັດກິຈະກໍາຂອງໂຄງການ ໂດຍການເຂົ້າຮ່ວມ ແລະ ນໍາພາຂອງທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນພືດຜັກ ແລະໄມ້ໃຫໝາກ ພ້ອມດ້ວຍນັກວິຊາການຂອງສູນ ແລະ ທ່ານ ປາລີຊາ ຫຼວງລາດບັນດິດ ຫົວໜ້າ        ແໜງປູກຝັງ   ພ້ອມດ້ວຍທີມງານຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ, ວິຊາການຈາກຫ້ອງກະສິກໍາ ແລະ ປ່າໄມ້ ເມືອງປາກຊັນ ແລະ ເມືອງທ່າພະບາດ ເຂົ້າຮ່ວມໃນການໄດ້ລົງຈັດຕັ້ງປະຕິບັດກິດຈະກໍາການສໍາຫຼວດ, ເກັບກໍາຂໍ້ມູນພື້ນຖານ ແລະ ຄັດເລືອກຄອບຄົວຕົວແບບໃນໃການຜະລິດ, ການເກັບຮັກສາ ແລະ ຂະຫຍາຍແນວພັນຜັກບົ່ວແບ່ງ, ຈາກການເກັບກໍາຂໍ້ມູນ ແລະ ລົງຈັດຕັ້ງປະຕິບັດກິດຈະກໍາຕົວຈິງ ໂດຍອິງໃສ່ແຜ່ນຍຸດທະສາດຂອງແຂວງ ແລະ ເມືອງ ສາມາດຄັດເລືອກໄດ້ 2 ບ້ານເຊັ້ນ: ບ້ານຫາງຊິງສະຫວ່າງ ແລະ ບ້ານປາກປຶງ, ໃນເມືອງປາກຊັນ ແລະ 1 ບ້ານໆ ຜ່າໂປງ, ໃນເມືອງ ທ່າພະບາດ ລວມທັງໝົດມີ 22 ຄອບຄົວທີ່ຈະເປັນຕົວແບບໃນການຜະລິດ ແລະ ຂະຫຍາຍແນວພັນຜັກບົວແບ່ງຂອງໂຄງການ, ອີ່ງຕາມການສໍາພາດ ແລະ ເກັບກໍາຕົວຈິງຮ່ວມກັບຊາວກະສິກອນໃຫ້ຮູ້ວ່າ ຜັກບົ່ວແບ່ງແມ່ນເປັນພືດທີ່ສໍາຄັນ, ເປັນໜຶ່ງຊະນິດພືດທີ່ສາມາດສ້າງລາຍຮັບໃຫ້ກັບຊາວກະສິກອນປະມານ 35-40 ລ້ານກີບຕໍ່ປີ, ໂດຍທົ່ວໄປແລ້ວຊາວກະສິກອນຈະປູກຜັກບົ່ວລຽບຕາມແຄມນໍ້າຂອງ ແລະ ນໍ້າຊັນໃນລະດູແລ້ງ, ສວນລະດູຝົນແມ່ນບໍສາມາດປູກໄດ້ ໂດຍສະເພາະແມ່ນຊ່ວງໄລຍະເດືອນ ມິຖຸນາ ຫາ ເດືອນ ຕຸລາ ເນືອງຈາກຍັງຂາດແນວພັນ ແລະ ເຕັກນິກທີ່ຈະນໍາໃຊ້ເຂົ້າໃນການປູກຜັກບົ່ວແບ່ງ, ຈາກຜົນການປະເມີນທາງດ້ານການນໍາໃຊ້ແນວພັນຜັກບົ່ວແບ່ງຂອງຊາວກະສິກອນເຫັນວ່າມີຕົ້ນທືນໃນການຜະລິດຂ້ອນຂ້າງສູງ ແລະ ແນວພັນຜັກບົວແບ່ງ ເກືອບ 100% ແມ່ນນໍາເຂົ້າຈາກຕ່າງປະເທດ ຈຶ່ງເຮັດໃຫ້ມີຕົ້ນທືນໃນການຜະລິດທີ່ສູງປະມານ 32,742,000ກີບຕໍ່ໄລ່ ອັນເນື່ອງມາຈາກຊາວກະສິກອນຍັງຂາດເຕັກນິກໃນການປະເມີນ, ການນໍາໃຊ້ແນວພັນຜັກບົວແບ່ງຕໍ່ເນື້ອທີ່ ແລະ ຂາດແນວພັນທີ່ເໝາະສົມເຂົ້າໃນການຜະລິດໃນລະດູຝົນ, ຈາກຂໍມູນດັ່ງກ່າວແມ່ນໄດ້ເປັນບັນຫາທີ່ທ່າທາຍສໍາລັບນັກວິຊາການຂັ້ນທ້ອງຖິ່ນ ແລະ ສູນກາງ ໃນການແກ້ໄຂບັນຫານດັ່ງກ່າວ, ສະນັ້ນທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍຮ່ວມມືກັບໂຄງການໂຄເປຍ, (KOPIA) ຈະໄດ້ນໍາເອົາເຕັກນິກ, ຮູບແບບການຜະລິດ,ການເກັບຮັກສາ ແລະ ຂະຫຍາຍແນວພັນຜັກບົ່ວແບ່ງ ລົງໄປຈັດຕັ້ງປະຕິບັດຮ່ວກະກັບຊາວກະສິກອນໃນແຂວງບໍລິຄໍາໄຊ ໂດຍສະເພາະແມ່ນຈັດຕັ້ງປະຕິບັດໃນພື້ນທີ່ຊາວກະສິກອນຕົວແບບໃນເມືອງທ່າພະບາດ ແລະ ເມືອງ ປາກຊັນ ເພື່ອຫຼຸດຜ່ອນຕົ້ນທືນການຜະລິດ ແລະ ເພີ່ມຜົນຜະລິດຂອງຜັກບົວແບ່ງໃຫ້ກັບຊາວກະສິກອນ ໂດຍການນໍາໃຊ້ຮູບແບບການຜະລິດ,ການເກັບຮັກສາ ແລະ ຂະຫຍາຍແນວພັນຜັກບົ່ວແບ່ງເຂົ້າໃນການຜະລິດ, ເຊິ່ງຈະກໍ່ໃຫ້ເກີດມີລາຍຮັບທີ່ດີ ແລະ ຄວາມຍືນຍົງໃນອະນາຄົດ