
ໃນວັນທີ 29 ເມສາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າຫອມ ເຊບັ້ງໄຟ 4 ໃຫ້ກຸ່ມຊາວນາ ບ້ານນາຊາ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວນ ໂດຮາ ຫົວໜ້າສູນ KOPIA ປະຈໍາ ສປປລາວ, ທ່ານ ຮອງຫົວໜ້າກະສິກຳເມືອງປາກງຶ່ມ, ພະນັກງານສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ທ່ານນາຍບ້ານ ນາຊາ ພ້ອມດ້ວຍກຸ່ມຊາວນາເປົ້າໝາຍໂຄງການເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການສ້າງພື້ນຖານໃຫ້ແກ່ການຜະລິດເຂົ້າທັນສະໄໝ ຢູ່ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ສປປ ລາວ ທີ່ໄດ້ຮັບທຶນ ໃນການຈັດຕັ້ງປະຕິບັດຈາກ ຂອງ ສ. ເກົາຫຼີ ຜ່ານສູນ KOPIA ປະຈໍາ ສປປລາວ ໄດ້ສືບຕໍ່ມອບແນວພັນເຂົ້າ ເພື່ອປັບປຸງລະບົບການຜະລິດເຂົ້າຂອງຊາວນາ ໃນ 3 ບ້ານ (ບ້ານນາຊາ, ໝາກຮຽວ ແລະ ໝາກນາວເໜືອ) ເມືອງປາກງືມ, ນະຄອນຫຼວງວຽງຈັນ ເພື່ອຍົກສະມັດຕະພາບ ແລະ ປັບປຸງຄູນນະພາບເຂົ້າ ໃນ 3 ບ້ານເປົ້າໝາຍນີ້.
ໂຄງການ ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2023 ເປັນຕົ້ນມາ ແລະ ໃນປີ 2024 ໄດ້ສືບຕໍ່ແຈກຢາຍແນວພັນເຂົ້າທັງໝົດ 9,732 ກິໂລ ໃຫ້ແກ່ 152 ຄົວເຮືອນໃນທົ່ວ 3 ບ້ານເພື່ອຮັບປະກັນໃຫ້ຊາວນາ ໄດ້ເຂົ້າເຖິງແນວພັນເຂົ້າ ທີ່ມີຄຸນນະພາບສູງ ສໍາລັບທໍາການຜະລິດໃນເນື້ອທີ່ 147 ເຮັກຕາ. ໄດ້ປັບນາໄຮ່ນ້ອຍ ໃຫ້ເປັນໄຮ່ໃຫຍ່ ສໍາເລັດຈໍານວນ 147 ເຮັກຕາໃນ 3 ບ້ານ ເພື່ອຮອງຮັບການນໍຊາໃຊ້ກົນຈັກເຂົ້າໃນການຜະລິດ. ໄດ້ສະຫນອງຝຸ່ນຄອກຈໍານວນ 262 ໂຕນ ເພື່ອປັບປຸງຄວາມອຸດົມສົມບູນຂອງດີນນາທີ່ໄດ້ປັບໃຫ້ເປັນໄຮ່ໃຫຍ່ ແລະ ຈະໄດ້ສະໜອງ ຝຸ່ນເຄມີ ຈໍານວນ 22 ໂຕນ ເພື່ອເພີ່ມຜົນຜະລິດເຂົ້າ. ນັບແຕ່ປີ 2023 ເປັນຕົ້ນມາ ໄດ້ປັບນາໄຮ່ນ້ອຍເປັນໄຮ່ໃຫຍ່ໄດ້ທັງໝົດ 271 ເຮັກຕາ, ສະໜອງຝຸ່ນຄອກຈໍານວນ 542 ໂຕນ ແລະ ຝຸ່ນເຄມີ 21 ໂຕນ ແລະ ເມັດພັນເຂົ້າຈໍານວນ 18,5 ໂຕນ ຈໍໃຫ້ຊາວນາຈໍານວນ 317 ຄອບຄົວ ເພື່ອທໍາການຜະລິດໃນເນືອທີ່ 290 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດໃນປີ 2023 ພົບວ່າສະມັດຕະພາບເຂົ້າສະເລ່ຍໃນ 3 ບ້ານເປົ້າໝາຍນີ້ ໄດ້ເພີ່ມຂຶ້ນ 50% ຈາກ 2,1 ໂຕນຕໍ່ເຮັກຕາ ເປັນ 3,2 ໂຕນຕໍ່ເຮັກຕາ.




ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້



Users Today : 415
Users Yesterday : 54
This Month : 469
This Year : 79895
Total Users : 787885