

ໃນວັນທີ 15 ມີນາ 2024 ທີ່ຜ່ານມາ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ສໍາມະນາລະດັບພາກພື້ນກ່ຽວກັບ ການຮ່ວມມືດ້ານກະສິກໍາຈາກພາກລັດ-ເອກະຊົນ (Agri-PPP)ໂຄງການເຄືອຂ່າຍຄັງປັນຍາດ້ານນະໂຍບາຍກະສິກໍາ ແລະ ການພັດທະນາຊົນນະບົດ ຂອງປະເທດພາກພື້ນແມ່ນໍ້າຂອງ (NARDT), ຢູ່ທີ່ຫ້ອງປະຊຸມໂຮງແຮມ ສຸພັດຕາ ນະຄອນຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ຈັນສະໝອນ ພົງອຸດົມ, ຄະນະກໍາມະການຊີ້ນໍາໂຄງການ NARDT, ທ່ານ ປອ ສຸລາພອນ ອິນທະວົງ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສຸລິວັນ ພັດຕິວົງ ຫົວໜ້າ ປະສານງານໂຄງການ IFAD ລະດັບປະເທດ, ທ່ານ ມາກ ດູບົວ (Mr. Mark Dubois) ຜູ້ຕາງໜ້າຂອງ IWMI ແລະ ຫົວໜ້າລະບົບນໍ້າຂອງ ເຄືອຂ່າຍ CGIAR, ມີອາຈານຈາກ ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າ ຈາກ ສສ ຫວຽດນາມ, ກໍາປູເຈຍ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 50 ທ່ານ.
ໃນກອງປະຊຸມ ທ່ານ ປອ ຈັນສະໝອນ ພົງອຸດົມ ໄດ້ກ່າວເປີດກອງປະຊຸມ ແລະ ມີຄຳເຫັນຕໍ່ກອງປະຊຸມວ່າ: ຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຍັງພົບພໍ້ສິ່ງທ້າທາຍຕ່າງໆ ທີ່ກົດໜ່ວງການພັດທະນາຂອງຂະແໜງການ ໂດຍສະເພາະລະບົບການຜະລິດກະສິກຳ ຍັງກະແຈກກະຈາຍ, ການຈັດຕັ້ງກຸ່ມ/ສະຫະກອນ ຍັງມີໜ້ອຍ ຫຼື ບໍ່ມີຄວາມຍືນຍົງ ລວມທັງການຖ່າຍທອດເຕັກໂນໂລຊີ ແລະ ເຕັກນິກວິຊາການ ເຂົ້າສູ່ການຜະລິດ ແລະ ຕິດພັນກັບການຕະຫຼາດ ຍັງບໍ່ທັນທົ່ວເຖິງ ແລະ ຕິດພັນກັບອຸດສະຫະກຳປຸງແຕ່ງ ຍັງບໍ່ທັນເປັນລະບົບຄົບວົງຈອນ. ປັດໃຈການຜະລິດ ສ່ວນຫຼາຍແມ່ນນຳເຂົ້າຈາກຕ່າງປະເທດ ເຊັ່ນ: ຝຸ່ນ, ແນວພັນ ແລະ ກົນຈັກການຜະລິດ. ເຮັດໃຫ້ມີຕົ້ນທຶນການຜະລິດສູງ. ນອກຈາກນັ້ນ, ຍັງມີຂໍ້ຈໍາກັດ ດ້ານລະບົບພື້ນຖານໂຄງລ່າງດ້ານໂລຈິດສະຕິກ ເປັນຕົ້ນແມ່ນ ການຄົມມະນາຄົມ-ຂົນສົ່ງ, ສາງເກັບມ້ຽນສິນຄ້າ ແລະ ອື່ນໆ. ໃນຄະດຽວກັນ ພວກເຮົາຍັງພົບກັບສິ່ງທ້າທາຍຈາກ ວິກິດການຕ່າງໆ ເຊັ່ນ COVID19, ວິກິດການເສດຖະກິດ-ໄພເງິນເຟີ້ ແລະ ການປ່ຽນແປງດິນຟ້າອາກາດ ທີ່ໄດ້ສົ່ງຜົນກະທົບຕໍ່ ການຜະລິດກະສິກໍາ ແລະ ການນໍາໃຊ້ນ້ໍາ/ດິນ ອື່ນໆ.ໃນການແກ້ໄຂບັນຫາ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ແມ່ນຮຽກຮ້ອງໃຫ້ມີການຮ່ວມມືກັນ ກັບຫຼາຍພາກສ່ວນ ເພື່ອຮັບມືກັບດັນດາສິ່ງທ້າທາຍຕ່າງໆ ໂດຍສະເພາະແມ່ນການຮ່ວມມືກັນລະຫວ່າງ ພາກລັດ-ເອກະຊົນ ເພື່ອພັດທະນາຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໃນກອງປະຊຸມຍັງໄດ້ມີການສົນທະນາລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອປືກສາຫາລືເພື່ອເສີມສ້າງກົນໄກການຮ່ວມມືຢ່າງມີປະສິດທິພາບ ກັບພາກເອກະຊົນເພື່ອ ລະດົມການສະໜັບສະໜູນ ລວມທັງຊັບພະຍາກອນຕ່າງໆ ໃຫ້ແກ່ການພັດທະນາທຸລະກິດກະສິກໍາ. ກອງປະຊຸມດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ປິດລົງໃນເວລາ 16:00ໂມງ ໃນວັນດຽວກັນ.









ພາບ-ຂ່າວ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້



Users Today : 404
Users Yesterday : 54
This Month : 458
This Year : 79884
Total Users : 787874