
ບໍລິສັດ ແສງຮົ່ມໂພໂຮນດິ້ງ ນຳເຂົ້າ-ສົງອອກ ຈໍາກັດ ຜູ້ດຽວ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນໂຄງການເສັ້ນທາງສາຍໄໝເພື່ອຫຼຸດຜ່ອນຄວາມທຸກຍາກ,ໂດຍມີການແນໃສ່ການຄົ້ນຄວ້າ ແລະ ສົ່ງເສີມການນໍາໃຊ້ ທາງດ້ານຊີວະນານາພັນ ແລະ ພັດທະນາເຕັກນິກທາງດ້ານການຜະລິດ ຂອງພືດຜັກ,ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນໃນຂົງເຂດພາຍໃນປະເທດ,ທີ່ກວມລວມເອົາຢູ່ 6 ແຂວງເປົ້າໝາຍໃນເບື້ອງຕົ້ນຂອງບໍລິສັດທີ່ມີໄວ້ແລ້ວ,ນອກຈາກນີ້ທາງໂຄງການຍັງຈະໄດ້ຈັດຕັ້ງປະຕິບັດ ພັດທະນາທາງດ້ານເຕັກນິກການປູກ, ເຕັກນິກການຂະຫຍາຍພັນການລ້ຽງມ້ອນຕະຫຼອດຮອດການເຮັດວຽກຮ່ວມກັນໃນຫຼາຍດ້ານກໍ່ຄື: ວຽກງານການຄົ້ນຄວ້າທາງດ້ານເຕັກນິກການປູກ ພືດຜັກ ແລະ ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນ, ວຽກງານດ້ານການສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນໃນຂອບເຂດຂອງໂຄງການວຽກງານດ້ານການພັດທະນາຊັບພະຍາກອນມະນຸດ,ຕອບສະໜອງທາງດ້ານແນວພັນ ແລະ ອຸປະກອນເຂົ້າໃນການປູກພືດຜັກ,ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນຈຳນວນໜື່ງ, ວຽກງານ ທາງດ້ານການຕະຫຼາດ, ການຜະລິດທີ່ຕິດພັນກັບການຕະຫຼາດໂດຍຜ່ານການເຮັດສັ້ນຍາ ສອງສົ້ນ ລະຫວ່າງຜູ້ຜະລິດ ແລະ ບໍລິສັດເພື່ອຄ້ຳປະກັນທາງດ້ານການ ຜະລິດ ແລະ ການເກັບຊື້ຜະລິດຕະພັນກະສິກຳທີ່ໄດ້ຈາກການຜະລິດຂອງປະຊາຊົນທີ່ນອນຢູ່ໃນໂຄງການ ຫຼື ຜູ້ທີ່ສົນໃຈ, ວຽກງານດ້ານການພັດທະນາໂຄງລ່າງພື້ນຖານ ແລະ ລະດັບການສຶກສາ,ຕະຫຼອດຮອດການສ້ອມແປງໂຮງຮຽນ, ສ້ອມແປງຖະໜົນຫົນທາງ,ສ້ອມແປງນ້ຳປະປາໃນກຸ່ມບ້ານທີ່ນອນໃນຂອບເຂດໂຄງການ,ພັດທະນາດ້ານສຸຂະພາບຂອງປະຊາຊົນໂດຍສະເພາະກຸ່ມບ້ານທີ່ເຂົ້າຮ່ວມໂຄງການ, ເພື່ອເຮັດໃຫ້ວຽກງານດັ່ງກ່າວນຳໄປສົ່ງຕໍ່ໃຫ້ກັບຊາວສວນຜູ້ທີ່ສົນໃຈ ແລະ ຜູ້ທີ່ຮ່ວມໂຄງການໄດ້ມີວຽກເຮັດງານທຳທີ່ສາມາດມີລາຍຮັບກຸ້ມຕົນເອງໃນຊີວິດການເປັນຢູ່ໃນແຕ່ລະຄອບຄົວອີກດ້ວຍ.
- ຈຸດປະສົງ: ສັນຍາຮ່ວມມື
- ເພື່ອສໍາຫຼວດພື້ນທີ່ຕົວຈິງ ແລະ ກຸ່ມບ້ານເປົ້າໝາຍເຂົ້າໃນການຄົ້ນຄວ້າ ແລະ ທົດລອງເຕັກນິກການການປູກ, ການລ້ຽງ, ການຂະຫຍາຍແນວພັນທາງດ້ານພືດຜັກ,ໄມ້ໃຫ້ໝາກ ແລະ ມອນ-ມ້ອນ.
- ເພື່ອຄົ້ນຄວ້າ ແລະ ພັດທະນາ ທາງດ້ານເຕັກນິກ ໃນການຍົກສະມັດຕະພາບຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດຮ່ວມກັບຊາວກະສິກອນຕົວແບບໃນການປູກພືດຜັກ,ໄມ້ໃຫ້ໝາກ ແລະ ມອນ-ມ້ອນໃຫ້ມີອາຊີບທີ່ໜັ້ນຄົງໂດສະເພາະປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກການພັດທະນາເຂົ້າບໍ່ເຖິງ.
- ເພື່ອສ້ອມແປງ ໂຄງລ່າງພື້ນຖານໃນພື້ນທີ່ຂອງໂຄງການ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວທີ່ຢູ່ຫ່າງໄກສອກຫຼີກ ແລະ ພັດທະນາ ສຸຂະພາບຂອງປະຊາຊົນ ໃນເຂດຫ່າງໄກສອກຫຼີກ.
ໃນຕອນແລງຂອງວັນທີ 21 ກຸມພາ 2024 ທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີເຊັນສັນຍາຮ່ວມມື (MOA ) ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ແສງຮົ່ມໂພໂຮມດິ້ງ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ໃນພິທີດັ່ງກາ່ວກໍ່ມີແຂກເຂົ້າຮວ່ມຈຳນວນໂດຍຮັບກຽດເປັນປະທານ ແລະ ລົງນາມເຊັນສັນຍາຂອງທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ. ນາງ ລືດີ ຂຸນຮັກ ປະທານ ບໍລິສັດ ແສງຮົ່ມໂພໂຮມດິ້ງ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ, ມີທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ. ໄພທູນ ມູນເສນາ ຮອງຫົວໜ້າສູນ ພ້ອມດ້ວຍນັກຄົ້ນຄວ້າພະນັກງານວິຊາການທີ່ກ່ຽວຂ້ອງເຮົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້ຢ່າງພ້ອມພຽງ.
ຮຽບຮຽງຂ່າວໂດຍ: ທ. ອັ໋ນ ສີວົງສາ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ



Users Today : 404
Users Yesterday : 54
This Month : 458
This Year : 79884
Total Users : 787874