National Agriculture and Forestry Research Institute


ໃນປະຈຸບັນແນວພັນໝາກເຜັດ ແລະ ເລັ່ນພື້ນເມືອງຂອງລາວແມ່ນນັບມື້ນັບຫຼຸດລົງ ອັນເນື່ອງມາຈາກຫຼາຍປັດໃຈທີ່ເປັນສາເຫດ ເປັນຕົ້ນ ການນໍາໃຊ້ແນວພັນໃໝ່, ການຄ້າ ແລະ ການຕະຫຼາດ, ການປ່ຽນແປງດິນຟ້າອາກາດ, ການຈູດປາ, ການຈັດສັນທີ່ດິນ, ທີ່ມີຜົນເຮັດໃຫ້ແນວພັນພື້ນເມືອງມີການສູນເສຍພັນທຸກໍາ. ປະເທດລາວເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງດ້ານແນວພັນພືດຜັກ, ເຊິ່ງຈະສັງເກດເຫັນໄດ້ຈາກຕະຫຼາດໃນຊຸມຊົນ, ທ້ອງຖິ່ນ ແລະ ຄວາມຫຼາຍຫຼາຍຂອງພືດຜັກທີ່ປູກຕາມສວນຄົວໃນເຂດຊົນນະບົດຂອງລາວ, ປະເທດລາວເຮົາເປັນປະເທດທີມີຄວາມຫຼາກຫຼາຍທາງດ້ານພັນທຸກໍາຂອງພືດຜັກ, ແຕ່ການຈໍາແນກ ແລະ ການນໍາໃຊ້ຍັງມີໜ້ອຍຫຼາຍ, ໃນປະຈຸບັນຊາວກະສິກອນສວນໃຫ່ຍໄດ້ຫັນມາຜະລິດກະສິກໍາຫຼາຍຂື້ນ ແລະ ຫັນໄປນໍາໃຊ້ແນວພັນ ໃໝ່ຈາກຕະຫຼາດ, ແນວພັນການຄ້າທີ່ນໍເຂົ້າຈາກຕ່າງປະເທດ ແລະ ໄດ້ປະຖີ້ມແນວພັນພຶ້ນເມືອງ, ເຊີ່ງເຮັດໃຫ້ສູນເສຍແຫຼ່ງພັນທຸກໍາໄປໃນໂຕ, ເພື່ອປ້ອງກັນການສູນເສຍດັງກ່າວພວກເຮົາຕ້ອງໄດ້ສໍາຫຼວດ, ເຕົ້າໂຮມ ແລະ ອະນຸລັກແນວພັນພື້ນເມືອງໄວ້ໃນທະນາຄານເຊື້ອພັນພືດຜັກຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ດັັ່ງນັ້ນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຮ່ວມມືກັບໂຄງການ ພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນອາຊີ (AFACI_Breeding) ເພື່ອເຕົ້າໂຮມ ແລະ ອະນຸລັກໄວ້ໃນທະນາຄານເຊື້ອພັນຂອງລາວໃຫ້ມີຄວາມຍືນຍົງ, ການລົງສໍາຫຼວດ ແລະ ເກັບຕົວຢ່າງໃນຄັ້ງນີ້ແມ່ນແນໃສ່ 3 ຊະນິດພືດຜັກເຊັ້ນ: ໝາກເຜັດ, ໝາກເລັ່ນ ແລະ ຜັກບົ່ວພັນພື້ນເມືອງລາວ ນໍາມາອະນຸລັກໄວ້ໃນທະນາຄານເຊື້ອພັນພືດຜັກຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ການລົງສໍາຫຼວດ ແລະ ເກັບຕົວຢ່າງແນວພັນໝາກເຜັດ ແລະ ໝາກເລັ່ນພັນພື້ນເມືອງລາວ ໄດ້ຈັດຕັ້ງປະຕິບັດໃນລະຫວ່າງວັນທີ່ 11 -17 ກຸມພາ 2024 ທີ່ແຂວງຫົວພັນ, ທີມງານນັກຄົ້ນຄວ້າພືດຜັກຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກທີຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊີ່ງເປັນຜູ່ຮັບຜິດຊອບໂຄງການ ໄດ້ລົງສໍາຫຼວດ ແລະ ເກັບຕົວຢ່າງແນວ ໝາກເຜັດ ແລະ ໝາກເລັ່ນພັນພື້ນເມືອງຂອງພືດຜັກໃນແຂວງຫົວພັນ ໂດຍປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ ແລະ ໄດ້ຮັບການສະ ໜັບສະໜູນຈາກ ໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ເພື່ອເຕົ້າໂຮມ ແລະ ອະນຸລັກໄວ້ໃນທະນາຄານເຊື້ອພັນຂອງລາວໃຫ້ມີຄວາມຍືນຍົງ, ເຊິ່ງ ໄດ້ຈັດຕັ້ງປະຕິບັດຢູ່ແຂວງຫົວພັນ ໂດຍກໍານົ້ດເອົາ 6 ເມືອງ, 30 ບ້ານ ເປັນເປົ້າໝາຍໃນການຈັດຕັ້ງປະຕິບັດ, ຈາກການລົງ ສໍາຫຼວດ ແລະ ເກັບຕົວຢ່າງຕົວຈິງສາມາດເກັບຕົວຢ່າງແນວພັນໝາກເຜັດພັນພື້ນເມືອງລາວໄດ້ 110 ຕົວຢ່າງ, ເກັບຕົວຢ່າງແນວໝາກເລັ່ນພັນພື້ນເມືອງລາວໃນ ໄດ້ 33 ຕົວຢ່າງ, ສໍາຫຼວດ ແລະ ເກັບຕົວຢ່າງແນວພັນຜັກບົ່ວພື້ນເມືອງລາວໄດ້ 11 ຕົວຢ່າງ, ເຊີ່ງແນວ ທັງໝົດແມ່ນໄດ້ນໍາມາເກັບໄວ້ໃນທະນາຄານເຊື້ອພັນຂອງສຸນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເພື່ອປູກສືກສາລັກສະນະປະຈໍາພັນ ແລະ ຈໍາແນກພັນ ແລະ ພັດທະນາແນວພັນໃໝ່ໃນອະນາຄົດ ແລະ ເປັນການອະນຸລັກສັບສົມບັດອັນສໍາຄັນຂອງຊາດໃຫ້ເກີດມີຄວາມຍືນຍົງ

 

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ