National Agriculture and Forestry Research Institute


ໃນລະຫວ່າງວັນທີ 8-9 ມັງກອນ 2024 ທາງຄະນະຮັບຜິດຊອບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ (AFACI_breeding) ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຜູ້ປະສານງານໂຄງການ ຈາກສູນຄົ້ນຄວ້າພືດຜັກໂລກ ໄຕ ຫວັນ ໄດ້ລົງຕິດຕາມການດໍາເນີນການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີຜ່ານມາ ແລະ ວາງແຜນໃນຕໍ່ໜ້າ 2024 ແລະ ການລົງຢ້ຽມຍາມກິດຈະກໍາການສຶກສາລັກສະນະປະຈໍາພັນ ແລະ ການຈໍາແນກພັນຂອງໝາກເຜັດ ແລະ ໝາກເລັ່ນພື້ນ ຢູ່ພື້ນທີ່ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ພື້ນທີ່ໂຕແບບການນໍາໃຊ້ແນວພັນ ແລະ ເຕັກນິກອັນໃໝ່ທາງດ້ານພືດຜັກ ຢູ່ກຸ່ມບ້ານຊາຍຟອງເໜືອ ແລະ ກຸ່ມບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໃນໄລຍະ 1 ປີຜ່ານມາ ຂອງໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ AFACI_Breeding ໄດ້ຈັດຕັ້ງປະຕິບັດສາເລັດ 5 ກິດຈະກໍາຫຼັກ ເຊັ່ນ: (1). ການສໍາຫຼວດແລະເຕົ້າໂຮມແນວພັນ, ສາມາດເຕົ້າໂຮມແນວພັນໝາກເຜັດ, ໝາກເລັ່ນ ແລະ ແນວພັນຜັກບົ່ວ ໄດ້ທັງໝົດ ຈໍານວນ 276 ຕົ່ວຢ່າງ ໃນນັ້ນ, ໄດ້ນໍາເຂົ້າຈາກສູນຄົ້ນຄວ້າພືດຜັກໂລກ ໄຕຫວັນ 75 ສາຍພັນ (ໝາກເຜັດ 60 ສາຍພັນ ແລະ ໝາກເລັ່ນ 15 ສາຍພັນ), (2). ການສຶກສາລັກສະນະປະຈໍາພັນ ແລະ ການຈໍາແນກພັນ, ສາມາດປູກສຶກສາລັກສະນະປະຈໍາພັນໝາກເຜັດ ໄດ້ຈໍານວນ 80 ຕົ່ວຢ່າງ, ໝາກເລັ່ນ 109 ຕົວຢ່າງ ແລະ ຜັກບົວ 21 ຕົວຢ່າງ, (3). ການຄັດເລືອກສາຍພັນໝາກເຜັດ ແລະ ໝາກເລັນທີໃຫ້ຜົນຜະລິດສູງ, ທົນຮ້ອນ ແລະ ຕ້ານທານຕໍພະຍາດຫ່ຽວຂຽວ, ໄດ້ປູກຄັດເລືອກແນວພັນໝາກເຜັດ ທີໃຫ້ຜົນຜະລິດສູງ ແລະ ທົນຕໍ່ຄວາມຮ້ອນ ຈໍານວນ 9 ສາຍພັນ ແລະ ຄັດເລືອກໄດ້ 2 ສາຍພັນ ທີ່ມີຄວາມດີເດັນທາງດ້ານຜົນຜະລິດ, ໄດ້ປູກຄັດເລືອກສາຍພັນໝາກເຜັດທີ່ຕ້ານທານຕໍ່ພະຍາດຫ່ຽວຂຽວ ຈໍານວນ 20 ສາຍພັນ ສາມາດ ຄັດເລືອກໄດ້ ຈໍານວນ 5 ສາຍພັນ ທີ່ມີຄວາມຕ້ານທານສູງ, (4). ການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນ, ສາມາດຍົກລະດັບຂິດຄວາມສາມາດໃຫ້ແກ່ພະນັກ ງານ ແລະ ຊາວກະສິກອນໄດ້ ທັງໝົດ ຈໍານວນ 171 ເທື່ອຄົນ, ໃນນັ້ນ, ພະນັກງານວິຊາການ ຈໍານວນ 50 ເທື່ອຄົນ ແລະ ຊາວກະສິກອນ 121 ເທື່ອຄົນ ແລະ (5). ການສະໜັບສະໜູນອຸປະກອນການປຸກສ້າງເຮື່ອນຮົ່ມ ແລະ ອຸປະກອນການຜະລິດໃຫ້ແກ່ຊາວກະສິກອນ, ໄດ້ສະໜັບສະໜູນອຸປະກອນການປຸກສ້າງເຮືອນຮົ່ມ ຈໍານວນ 7 ຫຼັງໃຫ້ແກ່ຊາວກະສິກອນກຸ່ມໂຕແບບ ບ້ານຊຽງມວກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຈໍານວນ 3 ຫຼັງ, ບ້ານປົ່ງເມືອງຊະນາຄາມ ແຂວງວຽງຈັນ ຈໍານວນ 3 ຫຼັງ ແລະ ໂຮງ ຮຽນຊົນລະປະທານ ທ່າງອນ ຈໍານວນ 1 ຫຼັງ ແລະໄດ້ ມອບແນວພັນໃໝ່ຂອງພືດຜັກ ທັງໝົດ ຈໍານວນ 54 ກິໂລກຼາມ. ໃນນັ້ນ, ໝາກເລັ່ນ, ມີຜັກບົ່ວແບ່ງ, ຖົ່ວຝັກຍາວ, ຜັກຊີ ແລະ ຫອມປ້ອມ; ເຮັດໃຫ້ສະມັດຕະພາບການຜະລິດຂອງຊາວກະສິກອນກຸ່ມໂຕແບບເພິ່ມ ຂືຶ້ນ ເຊັ່ນ: ການປູກໝາກເລັ່ນ, ຜັກບົ່ວແບ່ງ, ຜັກຫອມປ້ອມ ແລະ ຜັກຊີ (195.88; 332.23; 361.75 ແລະ 172.31 % ຕາມລໍາດັບ) ເມືອທຽບໃສການປູກຢູ່ນອກເຮືອນຮົ່ມ. ນອກນັ້ນຍັງໄດ້ສະເໜີຂໍຂຶ້ນທະບຽນແນວພັນໃໝ່ຂອງໝາກເລັ່ນ ຈໍານວນ 1 ແນວພັນ. ນອກຈາກນັ້ນ, ໄດ້ປຶກສາຫາລື ແລະ ວາງແຜນໃນການຈັດຕັ້ງປະຕິ ບັດໂຄງການໃນປີ 2024 ເຊິ່ງຈະໄດ້ສືບຕໍ່ເນັ້ນໃສ່ການເຕົ້າໂຮມແນວພັນ ຈະໄດ້ນໍາເຂົ້າສາຍພັນໝາກເຜັດ ແລະ ໝາກເລັ່ນທີຕ້ານທານຕໍ່ພະຍາດຫ່ຽວຂຽວ, ພະຍາດແອນແທກໂນດ ແລະ ພະຍາດໄວຣັດ ຈາກສູນຄົ້ນຄວ້າພືດຜັກໂລກ ໄຕຫວັນ, ການສຶກສາພັນ, ການຄັດເລືອກພັນ, ການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຈະໄດ້ສົ່ງວິຊາການໄປຝຶກອົບຮົມໄລຍະສັນ ກ່ຽວກັບການປະສົມພັນ ແລະ ການຜະລິດເມັດພັນ ທີສູນຄົ້ນຄວ້າພືດຜັກໂລກ ໄຕ ຫວັນ, ການສະໜັບສະໜູນອຸປະກອນການປຸກສ້າເຮືອນຮົ່ມ ແລະ ແນວພັນຜັກໃຫ້ແກ່ຊາວກະສິກອນ ແລະ ການຂຶ້ນທະບຽນແນວພັນໃໝ່.

ຂ່າວໂດຍ: ພັດທະນາ ແສງອຸ່ນແກ້ວ,

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ