
ໃນລະຫວ່າງວັນທີ 5-6 ທັນວາ 2023 ທີ່ຜ່ານມາ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (Food and Agriculture Organization of the United Nation) ໄດ້ຈັດກອງປະຊຸມກອງປະຊຸມປຶກສາຫາລື ດ້ານຊີວະນາໆພັນ ໃນຂະແໜງ ກະສິກຳແບບຍືນຍົງຂຶ້ນ ທີ ໂຮງແຮມ ລາວວີວ, ນະຄອນໄກສອນ, ສະຫວັນນະເຂດ. ໂດຍການເປັນປະທານຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ແລະ ທ່ານ ປອ ໂອໄລວັນ ສິງວິໄລ ຜູ້ປະສານງານໂຄງການ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (Food and Agriculture Organization of the United Nation), ມີຕາງໜ້າຈາກກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກົມປ່າໄມ້, ກົມກວດກາປ່າໄມ້, ກົມຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ, ອາຈານຈາກ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຫົວໜ້າສູນອ້ອມຂ້າງທີ່ຂຶ້ນກັບສະຖາບັນ ແລະ ພະນັກງານ, ອົງການ ທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນທັງໝົດ 25 ທ່ານ.
ທ່ານ ປອ ຈັນສະໝອນ ພົງອຸດົມ ໄດ້ກ່າວໃນກອງປະຊຸມວ່າ: ກອງປະຊຸມປຶກສາຫາລື ດ້ານຊີວະນາໆພັນ ໃນຂະແໜງ ກະສິກຳ Sub sector working group on Agrobiodiversity ແມ່ນ ໜຶ່ງໃນ 7 ຄະນະປະຕິບັດງານຍ່ອຍຂອງຂະແໜງກະສິກຳ ແລະ ປ່າໄມ້ໃນລາວ, ຊື່ງໄດ້ຢຸດຕິການເຄື່ອນໄຫວໃນໄລຍະ 3 ປີຜ່ານມາ ແລະ ເພື່ອຮັບປະກັນວ່າ ວຽກງານໃນການຊີວະນາໆພັນກະສິກຳ ແບບຍືນຍົງໃຫ້ມີການສືບຕໍ່ ດຳເນີນງານໃນການແລກປ່ຽນບົດຮຽນ ປະສົບການ ຊື່ງກັນ ແລະ ກັນ ແລະ ອີກ ເຫດຜົນໜຶ່ງ ບັນດາສະມາຊິກຂອງຄະນະປະຕິບັດງານຍ່ອຍຂະແໜງກະສິກຳຊີວະນາໆພັນໄດ້ຮັບການແຕ່ງຕັ້ງໃໝ່ ສະນັ້ນ ຈື່ງມີຄວາມຈຳເປັນຕອ້ງໄດ້ ຈັດກອງປະຊຸມຄືນໃໝ່ ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ.
ກອງປະຊຸມຈະໄດ້ສຸມໃສ່ ເບີ່ງບາງບັນຫາຄືນໃໝ່ ເຊ່ັ່ນຈະໄດ້ເບີ່ງຄືນສະພາບລວມຂອງຂະແໜງການຍ່ອຍ,ຄວາມສຳຄັນຂອງຄວາມຫຼາກຫຼາຍທາງດ້ານກະສິກຳ,ກອບນະໂຍບາຍ ແລະ ກົດໝາຍ,ການກຳນົດຕົວແບບ ແລະນະວັດຕະກໍາທີ່ດີ,ພາລະບົດບາດ ແລະ ຄວາມຮັບຜິດຊອບ ແລະ ການສ້າງຕາໜ່າງ ເຄືອຂ່າຍ ແລະ ການຮ່ວມມື ໃນຕໍ່ໜ້າ.
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
Details









Users Today : 404
Users Yesterday : 54
This Month : 458
This Year : 79884
Total Users : 787874