National Agriculture and Forestry Research Institute

WhatsApp Image 2023-10-16 at 14.23.43 WhatsApp Image 2023-10-16 at 14.23.44

          ກອງປະຊຸມຈີນ-ອາຊຽນ ຄັ້ງທີ 3 ວ່າດ້ວຍມາດຕະຖານ ໄດ້ຖືກຈັດຂຶ້ນເປັນທາງການ ທີ່ນະຄອນລີວໂຈ, ເຂດປົກຄອງຕົນເອງເຜົາຈ້ວງກວາງຊີ, ສປ ຈີນ; ຄັ້ງວັນທີ 12 ຕຸລາ 2023. ກອງປະຊຸມຄັ້ງນີ້ ຖືກດໍາເນີນໄປພາຍໃຕ້ການເປັນເຈົ້າພາບຂອງອົງການບໍລິຫານດ້ານລະບຽບການມາດຕະຖານແຫ່ງລັດຂອງ ສປ ຈີນ ຫຼື ອົງການບໍລິຫານມາດຕະຖານແຫ່ງ ສປ ຈີນ ຮ່ວມກັບອົງການປົກຄອງທ້ອງຖີ່ນແຫ່ງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ. ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 9.00 ໂມງເຊົ້າ (ເວລາທ້ອງຖີ່ນ) ໂດຍໃຫ້ກຽດເປັນປະທານຂອງທ່ານ ຊ່າງ ຈ້ວງ (Zhang Zhuang), ເຈົ້າຄອງນະຄອນລີວໂຈ. ກອງປະຊຸມຄັ້ງນີ້, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 157 ຄົນ. ໃນນັ້ນ, ມາຈາກພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ມີທັງໝົດ 88 ຄົນ ແລະ ຈາກບັນດາປະເທດສະມາຊິກອາຊຽນ ມີທັງໝົດ 61 ຄົນ (ໄດ້ແກ່ ສປປ ລາວ-17 ຄົນ, ສສ ຫຽວດນາມ-8 ຄົນ, ຮາຊະນາຈັກໄທ-2ຄົນ, ກຳປູເຈຍ-6 ຄົນ, ມະເລເຊຍ-7 ຄົນ, ອິນໂດເນເຊຍ-3 ຄົນ, ບຼູໄນ-2 ຄົນ, ມ່ຽນມ້າ-9 ຄົນ, ຟີລິບປິນ-5 ຄົນ, ສິງກະໂປ-2 ຄົນ) ແລະ ກອງເລຂາອາຊຽນ ມີ 8 ຄົນ. ນອກຈາກນັ້ນ, ຍັງມີພະນັກງານ ແລະ ນັກສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສຸມໃສ່ການຜະລິດພາຫະນະນໍາໃຊ້ພະລັງງານໃໝ່, ການຜະລິດອຸປະກອນ, ອຸປະກອນພິເສດ ແລະ ລະບົບນິເວດປ່າໄມ້, ແນໃສ່ລົງເລິກການຮ່ວມມືດ້ານມາດຕະຖານ ແລະ ການແລກປ່ຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈາກການພັດທະນາລະຫວ່າງຈີນ ແລະ ອາຊຽນ.

ສະບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຂອງກະຊວງກະສິກໍາ ແລະ ປ່າໄມ້ ແມ່ນນອນໜຶ່ງໃນຫຼາຍອົງການຈັດຕັ້ງລັດຖະບານຂອງ ສປປ ລາວ ທີ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້, ເຊິ່ງນໍາໂດຍ ທ່ານ ປອ. ໃຈ ບຸນພະນຸໄຊ ຫົວໜ້າ ສກປພ ພ້ອມດ້ວຍຜູ້ຕິດຕາມ ທ່ານ ປອ. ສີມອນ ວົງຄໍາຮໍ່ ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມີສອງຈຸດປະສົງຕົ້ນຕໍ ຄື:

(1) ນໍາສະເໜີບົດ ກ່ຽວກັບການພັດທະນາປ່າໄມ້ແບບຍືນຍົງ ເພື່ອສະໜັບສະໜູນການເຕີບໂຕສີຂຽວແຫ່ງຊາດ (Green Forest Development: Supporting National Green Growth) ແລະ (2) ເພື່ອເຊັນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຮ່ວມມືການຄົ້ນຄວ້າດ້ານມາດຕະຖານກະສິກໍາ ແລະ ປ່າໄມ້ ລາວ-ຈີນ.

ການເຊັນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຮ່ວມມືການຄົ້ນຄວ້າດ້ານມາດຕະຖານກະສິກໍາ ແລະ ປ່າໄມ້ ແມ່ນໄດ້ດໍາເນີນການລະຫວ່າງ ສະບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແຫ່ງ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີ ແລະ ມາດຕະຖານ ກວາງຊີ ແຫ່ງ ສປ ຈີນ (Guangxi lnstitute of Standards and Technology “GXIST”). ບົດບັນທຶກຄວາມເຂົ້າໃຈ ມີເນື້ອໃນຕົ້ນຕໍ່ ເພື່ອຊຸກຍູ້ການຮ່ວມມື ແລະ ແລກປ່ຽນດ້ານມາດຕະຖານກະສິກຳ ແລະ ປ່າໄມ້ລະຫວ່າງ ສປປ ລາວ ແລະ ກວາງຊີ, ສປ ຈີນ, GXIST ແລະ ສກປພ (NAFRI) ໄດ້ບັນລຸຂໍ້ຕົກລົງດັ່ງຕໍ່ໄປນີ້ ໂດຍຜ່ານການປຶກສາຫາລືກັນ:

  1. ສົມທົບກັນສະເໜີຂໍໂຄງການສ້າງມາດຕະຖານກະສິກຳ ແລະ ປ່າໄມ້ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ, ແລະ ດໍາເນີນການຄົ້ນຄວ້າວິທີການຊຸກຍູ້ການເຊື່ອມໂຍງມາດຕະຖານກະສິກຳ ແລະ ການອຳນວຍຄວາມສະດວກດ້ານການຄ້າລະຫວ່າງ ສປ ຈີນ – ສປປ ລາວ.
  2. ຮ່ວມກັນໃຫ້ຄຳປຶກສາດ້ານມາດຕະຖານກະສິກຳ ແລະ ປ່າໄມ້ ສປ ຈີນ ແລະ ສປປ ລາວໃຫ້ແກ່ອົງການຫຼື ບຸກຄົນຂອງ ສປ ຈີນ ແລະ ສປປ ລາວ. ທັງສອງຝ່າຍສະໜອງມາດຕະຖານທີ່ກ່ຽວຂ້ອງໂດຍບໍ່ມີຄ່າບໍລິການຕາມຄວາມຕ້ອງການຕ່າງໆ.
  3. ຮ່ວມກັນສົ່ງເສີມການກໍ່ສ້າງເຂດສາທິດກ່ຽວກັບມາດຕະຖານກະສິກຳ ແລະ ປ່າໄມ້ ໃນ ສປປ ລາວ, ພ້ອມທັງສາທິດ ແລະ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າຂອງເຂດສາທິດດັ່ງກ່າວ.
  4. ຮ່ວມກັນສ້າງຄວາມສາມາດດ້ານມາດຕະຖານກະສິກຳ ແລະ ປ່າໄມ້ ໂດຍຜ່ານການຈັດຝືກອົບຮົມ, ສຳມະນາ, ແລະ ແລກປ່ຽນການຢ້ຽມຢາມຂອງບຸກຄະລາກອນທີ່ກ່ຽວຂ້ອງ.

ຜ່ານການເຂົ້າຮ່ວມກອງປະຊຸມຈີນ-ອາຊຽນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເຊິ່ງສາມາດຖອດຖອນໄດ້ບັນດາບົດຮຽນທີ່ດີເດັ່ນຂອງສປ ຈີນ ແລະ ບັນດາປະເທດສະມາຊິກອາຊຽນ ກ່ຽວກັບສ້າງ ແລະ ພັດທະນາມາດຕະຖານຜະລິດຕະພັນຕ່າງໆ ເພື່ອເອື້ອຍອໍານວຍແກ່ການອຸດສະຫະກໍາ, ການຄ້າ ແລະ ການນໍາໃຊ້ຜະລິດຕະພັນ. ສະນັ້ນ, ສປປ ລາວ ພວກເຮົາ ຕ້ອງໄດ້ຮີບຮ້ອນສ້າງ ແລະ ພັດທະນາມາດຕະຖານແຫ່ງຊາດຂອງຕົນເອງ ໂດຍເພາະແມ່ນມາດຕະຖານກະສິກໍາ ແລະ ປ່າໄມ້ແຫ່ງຊາດ ຂອງ ສປປ ລາວ ອັນທີ່ຈະສາມາດສ້າງຜົນປະໂຫຍດອັນມະຫາສານທາງດ້ານການຄ້າ ແລະ ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ຂອງ ສປປ ລາວ ໃນອະນາຄົດອັນໃກ້ ແລະ ຍາວນານ. ສຳລັບ, ສະບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ກໍ່ຈະໄດ້ຮ່ວມມືກັບຝ່າຍຈີນໃນການຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ (MoU) ໃຫ້ກາຍເປັນໂຄງການຄົ້ນຄວ້າລະອຽດ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ສ້າງຜົນໂຫຍດໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ ຢ່າງເປັນຮູບປະທຳ ແລະ ຍືນຍົງ.

ຂຽນໂດຍ: ປອ. ສີມອນ ວົງຄໍາຮໍ່, ສູນຄົ້ນຄວ້າປ່າໄມ້