-
ທີ່ຕັ້ງ ແລະ ພາລະບົດບາດ
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂຽນເປັນຕົວອັກສອນຫຍໍ້ວ່າ “ສ ກປພ” ແມ່ນກົງຈັກໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີຖານະທຽບເທົ່າກົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ອະນຸລັກ ແລະ ນໍາໃຊ້ຊີວະນາໆ ພັນກະສິກໍາ, ປ່າໄມ້, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສດຖະກິດຊົນນະບົດ ເພື່ອຮັບປະກັນໃຫ້ແກ່ການຜະລິດກະສິກຳ, ປ່າໄມ້ ແລະ ການພັດທະນາຊົນນະ ບົດ ຕາມທິດສີຂຽວ ແລະ ສະອາດ ໃຫ້ມີຄວາມຍືນຍົງ.
-
ໜ້າທີ່ ແລະ ຂອບເຂດສິດ
-
ໜ້າທີ່
- ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ຂອງປະທານປະເທດ, ດຳລັດ ແລະ ມະຕິຂອງລັດຖະບານ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄຳແນະນໍາຂອງຂັ້ນເທິງວາງອອກ;
- ຄົ້ນຄວ້າ, ຜັນແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຕາມບູລິມະສິດ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ ໄດ້ຮັບຜົນ;
- ຄົ້ນຄວ້ານໍາສະເໜີ ການປັບປຸງກົງຈັກການຈັດຕັ້ງ ພ້ອມທັງກໍານົດຕໍາແໜ່ງງານໃຫ້ຄົບຖ້ວນ, ກໍານົດແຜນກໍ່ສ້າງ, ບໍາລຸງ, ຍົກລະດັບພະນັກງານ-ລັດຖະກອນ, ຄຸ້ມຄອງ, ນໍາໃຊ້ ແລະ ປະຕິບັດນະໂຍບາຍຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ ຕາມລະບຽບກົດໝາຍ ທີ່ໄດ້ກໍານົດໄວ້;
- ຄົ້ນຄວ້າ ນໍາສະເໜີສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບວຽກງານຄົ້ນຄວ້າທົດລອງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມທັງເຜີຍແຜ່ໃຫ້ຂະແໜງການຢ່າງທົ່ວເຖິງ;
- ສຳຫຼວດເພື່ອສຶກສາ, ຄົ້ນຄວ້າ ແລະ ອະນຸລັກຊີວະນາໆ ພັນກະສິກຳ ແລະ ປ່າໄມ້ ທີ່ເປັນທ່າແຮງໃຫ້ ແກ່ການພັດທະນາ ແລະ ນຳໃຊ້ແນວພັນ ໃຫ້ມີຄວາມຍືນຍົງ;
- ສຶກສາຄົ້ນຄວ້າ, ພັດທະນາແນວພັນ ແລະ ເຕັກນິກ ເພື່ອຍົກຜະລິດຕະພາບ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດກະສິກໍາ ແລະ ປ່າໄມ້ ໂດຍນໍາໃຊ້ເຄື່ອງມືກະສິກໍາທັນສະໄໝ;
- ຄົ້ນຄວ້າ ແລະ ພັດທະນາແນວພັນໃໝ່, ຜະລິດ ແລະ ຂະຫຍາຍແນວພັນພືດ, ແນວພັນສັດ, ປາ ແລະ ສັດນໍ້າ ເພື່ອສະໜອງໃຫ້ຂະແໜງການສົ່ງເສີມ, ໂຄງການພັດທະນາ, ກຸ່ມຜະລິດ, ຜູ້ປະກອບການ ແລະ ຊາວກະສິກອນ;
- ສຶກສາການປ່ຽນແປງຂອງສະພາບດິນຟ້າອາກາດ, ສ້າງແຜນທີ່ຄາດຄະເນຄວາມສ່ຽງຕໍ່ກັບການເກີດໄພແຫ້ງແລ້ງ, ນໍ້າຖ້ວມ, ສັດຕູພືດ ແລະ ພະຍາດສັດ ລວມທັງຄໍາແນະນໍາທາງດ້ານອຸຕຸກະສິກໍາ, ເຕັກນິກວິຊາການຕ່າງໆ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບພູມອາກາດ ແລະ ຫຼຸດຜ່ອນຜົນກະທົບຈາກໄພທໍາມະຊາດ;
- ຄົ້ນຄ້ວາເສດຖະກິດ ແລະ ຮູບແບບການພັດທະນາຊົນນະບົດໃໝ່ ເພື່ອເປັນຂໍ້ມູນໃຫ້ແກ່ການພັດທະນາກະສິກຳ, ປ່າໄມ້ ແລະ ການພັດທະນາຊົນນະບົດ ແນໃສ່ປະກອບສ່ວນລຶບລ້າງຄວາມທຸກຍາກ;
- ຮ່ວມກັບກົມກ່ຽວຂ້ອງ, ສະຖາບັນການສຶກສາ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ເພື່ອກໍ່ສ້າງ ແລະ ບຳລຸງຍົກລະດັບນັກຄົ້ນຄວ້າລະດັບປະລິນຍາໂທຂຶ້ນໄປ, ວິຊາການສະເພາະດ້ານໃຫ້ມີຄວາມຮູ້ ແລະ ຄວາມສາມາດພຽງພໍ;
- ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອອໍານວຍໃຫ້ແກ່ການຄົ້ນຄວ້າທົດລອງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ;
- ສັງລວມ, ຄຸ້ມຄອງ, ເຜີຍແຜ່, ແລກປ່ຽນ ແລະ ບໍລິການຂໍ້ມູນຂ່າວສານ ຜົນການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ;
- ປະສານສົມທົບກັບຫ້ອງການ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ປະກອບສ່ວນເຂົ້າໃນການພັດທະນາບັນດາ ມະຫາວິທະຍາໄລ, ສະຖາບັນການຄົ້ນຄວ້າອື່ນ, ວິທະຍາໄລ ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອື່ນທີ່ມີການຮຽນ-ການສອນ ຂະແໜງກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມເຂັ້ມແຂງ;
- ສ້າງ, ນຳສະເໜີແຜນງົບປະມານ, ແຜນການລົງທຶນ 5 ປີ, ແຜນການປີ ພ້ອມທັງຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຂອງບັນດາພະແນກ, ສູນຄົ້ນຄວ້າ ແລະ ຫົວໜ່ວຍວິຊາການ ທີ່ຂຶ້ນກັບຕົນ ຕາມລະບຽບຫຼັກການ;
- ພົວພັນຮ່ວມມື, ຂົນຂວາຍແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມຄວາມອາດສາມາດ ແລະ ຮັບໃຊ້ການຈັດຕັ້ງປະຕິບັດແຜນຍຸດທະສາດຂອງຕົນ ໃຫ້ໄດ້ຮັບຜົນຕາມຄາດໝາຍທີ່ວາງໄວ້;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
-
ຂອບເຂດສິດ
- ສະເໜີປັບປຸງກົງຈັກການຈັດຕັ້ງຂອງຕົນຕໍ່ກະຊວງກະສິກໍາ ແລະ ປ່າໄມ້, ກຳນົດຕໍາແໜ່ງງານ, ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນຕາມການແບ່ງຂັ້ນຄຸ້ມຄອງ ທີ່ກົດໝາຍ ແລະ ລະບຽບການກໍານົດຕາມທິດກະທັດລັດ, ເຂັ້ມແຂງ ແລະ ມີປະສິດທິພາບ;
- ຊີ້ນໍາ, ຄຸ້ມຄອງຕາມສາຍຕັ້ງທາງດ້ານເຕັກນິກ, ວິຊາການ ໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ແບ່ງສິດ ໃນການຕົກລົງບັນຫາ ຢ່າງລະອຽດ, ຈະແຈ້ງ;
- ຮຽກໂຮມພະນັກງານນໍາພາ-ຄຸ້ມຄອງ ແລະ ນັກວິຊາການ ໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມກອງປະຊຸມ ຫຼື ລາຍງານສອ່ງແສງວຽກງານເປັນແຕ່ລະໄລຍະ, ເຂົ້າຮ່ວມງານວາງສະແດງສິນຄ້າກະສິກຳ ແລະ ປ່າໄມ້, ກົນຈັກກະສິກຳ ແລະ ຕະຫຼາດນັດ, ຝຶກອົບຮົມ, ສໍາມະນາວິຊາການ ແລະ ລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ຕາມທີ່ໄດ້ກຳນົດໃນລະບຽບການທີ່ກ່ຽວຂ້ອງ;
- ຄຸ້ມຄອງ, ຕິດຕາມ, ກວດກາ ປະເມີນຜົນ ແລະ ນຳໃຊ້ງົບປະມານ, ຊັບສິນຂອງລັດ, ການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
- ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ບົນພື້ນຖານກົດໝາຍ ແລະ ລະບຽບການໃນແຕ່ລະໄລຍະ;
- ຄົ້ົ້ນຄວ້າ ແລະ ນຳສະເໜີ ຮ່າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ແລະ ລະບຽບການຕ່າງໆ ກ່ຽວກັບ ຜົນການຄົ້ນຄວ້າ ທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕໍ່ຂັ້ນເທິງເພື່ອອອກເປັນນິຕິກຳ;
- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ກຳນົດໝາຍເຕັກນິກ ໃຫ້ຫົວໜ່ວຍວິຊາການສາຍຕັ້ງ ຢູ່ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານ;
- ວິໄຈ, ຢັ້ງຢືນຜົນການຄຸນນະພາບຢາງພາລາ ແລະ ພຶດກະສິກໍາ ເພື່ອນຳໃຊ້ພາຍໃນ ແລະ ສົ່ງອອກ;
- ຄົ້ນຄວ້າ ແລະ ນຳສະເໜີ ນາມມະຍົດຂອງນັກຄົ້ນຄວ້າ, ຍົກຍ້າຍໜ້າທີ່, ສັບຊ້ອນ, ຈັດວາງ, ປົດຕຳ ແໜ່ງ, ປະຕິບັດວິໄນ, ຍ້ອງຍໍ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
- ພົວພັນຮ່ວມມື, ແລກປ່ຽນແນວພັນ, ບົດຮຽນ, ຂໍ້ມູນຂ່າວສານ ແລະ ຜົນສຳເລັດຂອງການຄົ້ນຄວ້າທົດລອງທີ່ກ້າວໜ້າກັບອົງການ ຫຼື ສະຖາບັນການສຶກສາ ທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ນັບທັງກໍ່ສ້າງພະນັກງານລະດັບປະລິນຍາໂທຂຶ້ນໄປ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໄດ້ຕົກລົງຮ່ວມກັນຕາມການມອບໝາຍ ຂອງລັດຖະມົນຕີ;
- ໃຫ້ບໍລິການວິຊາການ ແລະ ບໍລິການທີ່ປຶກສາ ໃນຂົງເຂດວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມກົດໝາຍລັດຖະກອນ;
- ປະຕິບັດລະບອບການມອບເໝົາ, ມອບວຽກອີງຕາມຫົວຂໍ້ການຄົ້ນຄວ້າວິທະຍາສາດ ຫຼື ໂຄງການຕ່າງໆ ໃຫ້ນັກຄົ້ນຄວ້າບົນພື້ນຖານການເຊັນສັນຍາຜູກພັນ ລະຫວ່າງສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ນັກຄົ້ນຄວ້າ;
- ປະຕິບັດສິດອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
ພາລະບົດບາດຂອງພະແນກ ແລະ ສູນ
ພະແນກແຜນການ
- ເປັນໃຈກາງປະສານໃນການສ້າງຍຸດທະສາດຕາມບູລິມະສິດ, ສັງລວມແຜນການ ແລະ ແຜນງົບປະ ມານ ປະຈຳປີ ແລະ ປະຈໍາງວດ ຈາກບັນດາພະແນກການ, ສູນຄົ້ນຄວ້າ, ແຜນງານ ແລະ ໂຄງການຕ່າງໆ ທີ່ຂຶ້ນກັບສະຖາບັນໃຫ້ເປັນແຜນການລວມ ຂອງສະຖາບັນ ເພື່ອນຳສະເໜີຂັ້ນເທິງພິຈາລະນາ ແລະ ອະນຸມັດ;
- ຄົ້ນຄ້ວາ, ກວດກາ ແລະ ກັ່ນກອງບົດສະເໜີໂຄງການຄົ້ນຄວ້າທົດລອງ ແລະ ແຜນງົບປະມານ ຂອງບັນດາພະແນກ, ສູນ ແລະ ໂຄງການຕ່າງໆ ທີ່ຂຶ້ນກັບສະຖາບັນ. ສັງລວມຜົນຂອງການຄົ້ນຄວ້າ ແລະ ກຳນົດໝາຍເຕັກນິກ ເພື່ອນຳສະເໜີຕໍ່ກອງປະຊຸມສະພາວິທະຍາສາດ ຂອງກະຊວງ ເພື່ອຮັບຮອງ ແລະ ເຜີຍແຜ່ ອອກສູ່ວົງກ້ວາງ;
- ຄົ້ນຄວ້າ, ສັບຊອ້ນ, ຄຸ້ມຄອງ, ນຳໃຊ້ ແລະ ສະເໜີແຜນກໍ່ສ້າງ, ບໍາລຸງພະນັກງານ ແລະ ຕິດຕາມ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ ແລະ ກົນໄກການເຄື່ອນໄຫວວຽກງານພາຍໃນສະຖາບັນ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ ແລະ ບັນດາອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອການຮວ່ມມື, ຍາດແຍ່ງການຊ່ວຍເຫຼືອ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ຜົນຂອງການຄົ້ນຄວ້າ;
- ປະສານສົມທົບກັບ ຫ້ອງການກະຊວງ ແລະ ກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງກ່ຽວຂ້ອງ ກ່ຽວກັບວຽກງານການເງິນ; ຕິດຕໍ່ພົວພັນກັບພາກສ່ວນກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ພະແນກການ ແລະ ບັນດາສູນຄົ້ນຄວ້າ ກ່ຽວກັບວຽກງານບໍລິຫານ ແລະ ຈັດຕັ້ງ;
- ຮັບຜິດຊອບວຽກງານຄຸ້ມຄອງເອກະສານຂາເຂົ້າ-ຂາອອກ, ການຈໍລະຈອນເອກະສານ, ວຽກງານສໍາ ເນົາ ແລະ ສາລະບັນເອກະສານ, ວຽກງານເລຂານຸການ ແລະ ພິທີການຂອງສະຖາບັນ;
- ພັດທະນາ ແລະ ສົ່ງເສີມວຽກຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ບົດບາດຍິງ-ຊາຍ ແລະ ຄວາມສະເໝີພາບໃນສັງຄົມ;
- ຄຸ້ມຄອງບັນຊີຊັບສິນຂອງລັດ ເຊັ່ນ: ທີ່ດິນ, ສິ່ງປຸກສ້າງ, ພາຫານະ, ອຸປະກອນ, ກົນຈັກ ແລະ ເຄື່ອງມືຮັບໃຊ້ວິຊາສະເພາະ ຂອງບັນດາພະແນກ, ສູນ ແລະ ໂຄງການພາຍໃນສະຖາບັນ;
- ພົວພັນ ແລະ ປະສານງານ ກັບບັນດາອົງການຈັດຕັ້ງລວມທັງພາກລັດ ແລະ ພາກເອກະຊົນ ທີ່ກ່ຽວ ຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ເພື່ອການຮວ່ມມື, ຍາດແຍ່ງການຊ່ວຍເຫຼືອ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ຜົນຂອງການຄົ້ນຄວ້າ;
- ຮັບຜິດຊອບໃນການຄຸ້ມຄອງ, ຕິດຕາມ, ກວດກາ, ລວມສູນ ກ່ຽວກັບລາຍຮັບ-ລາຍຈ່າຍງົບປະມານ ລັດ ແລະ ໂຄງການຊ່ວຍເຫຼືອລ້າ ໃຫ້ຖືກຕາມຂັ້ນຕອນ ແລະ ລະບຽບຫຼັກການຂອງກະຊວງການເງິນວາງອອກ.
ສູນຄົ້ນຄວ້າເສດຖະກິດຊົນນະບົດ
- ສຶກສາຄົ້ນຄວ້າ ກ່ຽວກັບເສດຖະກິດການຜະລິດ, ລະບົບຕ່ອງໂສ້ມູນຄ່າ ແລະ ການຕະຫຼາດຜະລິດຕະພັນເພື່ອສະໜອງຂໍ້ມູນໃນການພັດທະນາເສດຖະກິດ ແລະ ເພີ້ມລາຍຮັບຂອງຊາວກະສິກອນ;
- ວິເຄາະທ່າອ່ຽງເສດຖະກິດຂອງພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງກັບການຂະຫຍາຍຕົວຂອງວຽກງານການພັດທະນາເສດຖະກິດ-ສັງຄົມຊົນນະບົດ ໃນແຕ່ລະໄລຍະ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ສຶກສາຄົ້ນຄວ້າ ກ່ຽວກັບວິວັດທະນາການດຳລົງຊີວິດຂອງສັງຄົມຊົນນະບົດ ເພື່ອກຳນົດຮູບແບບ ແລະ ມາດຕະຖານການພັດທະນາຊົນນະບົດໃໝ່ ທີ່ເໝາະສົມກັບສະພາບເສດຖະກິດ-ສັງຄົມ ຂອງແຕ່ລະທ້ອງຖິ່ນ;
- ນຳໃຊ້ເຄື່ອງມື ເປັນຕົ້ນແມ່ນ ແບບຈຳລອງ, ພາບຖ່າຍທາງອາກາດ ເພື່ອສຶກສາ ແລະ ພັດທະນາຮູບແບບການຜະລິດທີ່ເໝາະສົມ ພາຍໃຕ້ການປ່ຽນແປງດິນຟ້າອາກາດ ລວມທັງສ້າງເປັນແຜນທີ່ກຳນົດເຂດທີ່ມີຄວາມສ່ຽງຕໍ່ກັບການເກີດໄພແຫ້ງແລ້ງ, ນໍ້າຖ້ວມ, ການລະບາດຂອງພະຍາດສັດ, ສັດຕູພືດ ແລະ ອື່ນໆ ເພື່ອຄ້ຳປະກັນໄດ້ທາງດ້ານສະບຽງອາຫານ, ຜະລິດເປັນສິນຄ້າ ແລະ ນໍາໃຊ້ແຫຼ່ງຊັບພະຍາ ກອນທຳມະຊາດໃຫ້ຍືນຍົງ;
- ໃຫ້ຄຳແນະນໍາທາງດ້ານດິນຟ້າອາກາດ (ອຸຕຸກະສິກໍາ) ລວມທັງເຕັກນິກວິຊາການຕ່າງໆ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຕັດສິນໃຈເຂົ້າໃນການຜະລິດໄດ້ຢ່າງມີປະສິດທິຜົນ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ໃນການຊອກຫາມາດຕະການ ແລະ ວິທີການຈັດການກັບຄວາມສ່ຽງ ທີ່ຄາດວ່າຈະມີຜົນກະທົບຕໍ່ການຜະລິດກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຜັນຂະຫຍາຍຜົນ ສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ສັງຄົມຢ່າງກວ້າງຂວາງ;
- ພັດທະນາ ແລະ ສ້າງລະບົບຖານຂໍ້ມູນການປ່ຽນແປງດິນຟ້າອາກາດຕໍ່ວຽກງານກະສິກໍາ, ຂ່າວສານດ້ານວິທະຍາສາດ, ຜົນຂອງການຄົ້ນຄວ້າທົດລອງ, ເຕັກໂນໂລຊີ ກ່ຽວກັບການປັບຕົວທັງພາຍໃນ ແລະ ຂໍ້ມູນສາກົນ ທີ່ມີຜົນປະໂຫຍດ ແລະ ສາມາດນໍາມາປັບໃຊ້ເຂົ້າໃນວຽກງານຂອງກະສິກໍາໃນ ສປປ ລາວ.
ສູນຄົ້ນຄວ້າເຂົ້າ ແລະ ພຶດເສດຖະກິດ
- ສໍາຫຼວດ, ເຕົ້າໂຮມ, ສຶກສາ ແລະ ຕີລາຄາໃນການນໍາໃຊ້ ຊີວະນາໆ ພັນພືດ ທີ່ເປັນທ່າແຮງ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ໃຫ້ມີຄວາມຍືນຍົງ;
- ຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ, ສາລີ ແລະ ພຶດເສດຖະກິດໃໝ່. ຜະລິດ ແລະ ຂະຫຍາຍແນວພັນ ບໍລິສຸດລຸ້ນໜຶ່ງ ແລະ ລຸ້ນສອງ ເພື່ອສະໜອງໃຫ້ຂະແໜງການ/ສູນເຄືອຄ່າຍ, ກຸ່ມຜະລິດເມັດພັນ, ທ່ອນພັນ ແລະ ຮ່ວມກັບຜູ້ປະກອບການ ເພື່ອນຳໄປຜະລິດເມັດພັນສົ່ງເສີມ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ຄົ້ນຄວ້າເຕັກນິກການປູກເຂົ້າ, ສາລີ, ແລະ ພຶດເສດຖະກິດ; ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ, ກວດສອບຄຸນນະພາບແນວພັນ, ເມັດພັນ ແລະ ທ່ອນພັນ;
- ຄົ້ນຄວ້າ ການນຳໃຊ້ເຄື່ອງມືກົນຈັກກະສິກຳ ແລະ ເຕັກໂນໂລຊີຫຼັງເກັບກ່ຽວ ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການ.
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
- ສໍາຫຼວດ, ເຕົ້າໂຮມ, ສຶກສາ ແລະ ຕີລາຄາການນໍາໃຊ້ຊີວະນາໆ ພັນພືດຜັກ ແລະ ໄມ້ໃຫ້ໝາກ ທີ່ເປັນ ທ່າແຮງເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ພັດທະນາ ແລະ ນໍາໃຊ້ໃຫ້ມີຄວາມຍືນຍົງ;
- ເປັນໃຈກາງໃນການສຶກສາ, ຄົ້ນຄວ້າ, ປັບປຸງ ແລະ ຂະຍາຍແນວພັນຜັກຊະນິດກິນໃບ ມີ: ຜັກສະຫຼັດ, ຜັກກາດ, ຫອມປ້ອມ; ຊະນິດກິນໝາກ ມີ: ໝາກເຜັດ, ໝາກເຂືອ, ໝາກຖົ່ວ, ໝາກແຕງ; ໄມ້ໃຫ້ໝາກ ມີ: ໝາກກ້ຽງ, ໝາກມ່ວງ; ໄມ້ປະດັບ ມີ: ມອນ-ມ້ອນ, ທີ່ເໝາະສົມແລະ ສາມາດປັບຕົວຕໍ່ກັບການປ່ຽນແປງ ຂອງສະພາບ ດິນຟ້າອາກາດ ໃນລະດັບສູນກາງ ແລະ ສົມທົບກັບສູນ ເຄືອຂ່າຍ ໃນລະດັບທ້ອງຖິ່ນ ໃນຂອບເຂດທົ່ວປະເທດ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ຄົ້ນຄວ້າຮູບແບບການຜະລິດກະສິກໍາສະອາດ, ຫຼຸດຜ່ອນການນໍາໃຊ້ສານເຄມີ, ເຕັກນິກການປ້ອງກັນ ພະຍາດ ແລະ ແມງໄມ້ສັດຕູພືດ ແລະ ເຕັກນິກຫຼັງການເກັບກ່ຽວ.
ສູນຄົ້ນຄວ້າການລ້ຽງສັດ
- ສໍາຫຼວດ, ສຶກສາຊີວະນາໆ ພັນ ແລະ ເຕົ້າໂຮມແນວພັນສັດ ແລະ ພືດອາຫານສັດ ເພື່ອນໍາໃຊ້ໃຫ້ມີ ຄວາມຍືນຍົງ;
- ຄົ້ນຄວ້າ, ຄັດເລືອກ, ສ້າງ, ຂະຫຍາຍແນວພັນສັດ (ງົວ, ໝູ, ແບ້, ສັດປີກ) ແລະ ແນວພັນອາ ຫານສັດ ເພື່ອຍົກຜະລິດຕະພາບ ແລະ ການປັບຕົວຕໍ່ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ເພື່ອບໍລິການ ໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ ແລະ ສັງຄົມ;
- ປະສານສົມທົບກັບກົມກ່ຽວຂ້ອງ, ພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ປະຈໍາ ເມືອງ, ສູນບໍລິການເຕັກນິກ ແລະ ພາກສ່ວນເສດຖະກິດຕ່າງໆ ເພື່ອຜັນຂະຫຍາຍຜົນສຳເລັດຂອງການຄົ້ນ ຄວ້າທົດລອງ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ຄົ້ນຄວ້າລະບົບ, ຮູບແບບ, ເຕັກໂນໂລຢີ ແລະ ວິທີການຜະລິດທີ່ມີປະສິດທິພາບ, ປະສິດທິຜົນສູງ, ໂດຍປະສານສົມທົບກັບບັນດາສູນ, ສະຖານີ ແລະ ໂຮງຮຽນຊາວນາຂອງແຕ່ລະທ້ອງຖິ່ນ ເພື່ອຂະ ຫຍາຍຜົນສໍາເລັດຂອງການຄົ້ນຄວ້າທົດລອງອອກສູ່ຊົນນະບົດ ຢ່າງກວ້າງຂວາງ.
ສູນຄົ້ນຄວ້າການປະມົງ
- ສຳຫຼວດ, ສຶກສາຄົ້ນຄວ້າດ້ານຊີວະນາໆ ພັນປາ ແລະ ສັດນໍ້າ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ, ການ ຄຸ້ມຄອງ-ນຳໃຊ້ ແລະ ປົກປັກຮັກສາປາ ແລະ ສັດນ້ຳ ໃຫ້ມີຄວາມຍືນຍົງ;
- ສຶກສາຄົ້ນຄວ້າ ຂະຫຍາຍແນວພັນປາ, ສັດນໍ້າທີ່ເປັນບູລິມະສິດ ເພື່ອຍົກຜະລິດຕະພາບ ແລະ ການປັບ ຕົວເຂົ້າກັບການປ່ຽນແປງຂອງສະພາບອາກາດ ເພື່ອບໍລິການໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ ແລະ ສັງຄົມ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ສຶກສາຄົ້ນຄວ້າເຕັກນິກ ແລະ ຮູບແບບການລ້ຽງປາ ແລະ ສັດນໍ້າ ທີ່ໃຊ້ຕົ້ນທຶນຕໍ່າ ແລະ ມີຄວາມເໝາະ ສົມກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ.
ສູນຄົ້ນຄວ້າປ່າໄມ້
- ສໍາຫຼວດ, ສຶກສາ ແລະ ຄົ້ນຄວ້າຊີວະນາໆ ພັນ ເຊັ່ນ: ແນວພັນໄມ້, ແມງໄມ້, ພະຍາດໄມ້ ແລະ ເຄື່ອງ ປ່າຂອງດົງຕ່າງໆ. ເຕົ້າໂຮມ, ສ້າງສວນແຫ່ງແກ່ນພັນໄມ້, ຄັດເລືອກພໍ່ແມ່ພັນໄມ້ພື້ນເມືອງ ທີ່ເປັນບຸລິ ມະສິດ, ຫາຍາກ, ໄກ້ຈະສູນພັນ ແລະ ພັນໄມ້ນໍາເຂົ້າຈາກຕ່າງປະເທດ ທີ່ມີທ່າແຮງທາງດ້ານເສດຖະ ກິດ;
- ຄົ້ນຄວ້າ ນໍາໃຊ້ບັນດາເຕັກໂນໂລຊີການຜະລິດທີ່ມີປະສິດຕິຜົນສູງ ກ່ຽວກັບການຂະຫຍາຍແນວພັນໄມ້ການປູກໄມ້ ແລະ ພືດປະເພດເຄື່ອງປ່າຂອງດົງ, ພືດໃຫ້ນໍ້າມັນທີ່ເປັນອາຫານ ແລະ ພະລັງງານທົດແທນ, ການຈັດສັນປ່າປູກ, ປ່າທໍາມະຊາດ ແລະ ການຟື້ນຟູປ່າ;
- ສຶກສາກ່ຽວກັບລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມຂອງປ່າໄມ້, ຮູບແບບການຈັດສັນຄຸ້ມຄອງ ແລະ ນໍາໃຊ້ປະໂຫຍດປ່າ, ຕົ້ນໄມ້ ແລະ ຜະລິດຕະຜົນໄມ້ ເພື່ອການປັບຕົວຕໍ່ກັບການປ່ຽນແປງຂອງ ດິນຟ້າອາກາດ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ສຶກສາຕ່ອງໂສ່ມູນຄ່າໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອເປັນຂໍ້ມູນໃຫ້ແກ່ການວາງແຜນນໍາໃຊ້, ຄຸ້ມຄອງ ແລະ ພັດທະນາປ່າໄມ້.
ສູນຂໍ້ມູນຂ່າວສານກະສິກໍາ ແລະ ປ່າໄມ້
- ສ້າງ ແລະ ພັດທະນາລະບົບກົນໄກ ໃນການຄຸ້ມຄອງຂໍ້ມູນຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອຕອບສະໜອງ ແລະ ບໍລິການ ຢ່າງເປັນລະບົບລວມສູນ ແລະ ມີປະສິດທິຜົນໃນການນຳໃຊ້;
- ເກັບກຳ, ສັງລວມ, ແລກປ່ຽນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ທັງພາຍໃນ ແລະ ຕ່າງປະເທດ;
- ຜະລິດສື່ໂຄສະນາດ້ວຍຮູບການຕ່າງໆ, ເຜີຍແຜ່ຜົນການຄົ້ນຄວ້າທົດລອງກະສິກໍາ ແລະ ປ່າໄມ້ ຢ່າງກວ້າງຂວາງ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ເຜີຍແຜ່ຂໍ້ມູນທີ່ໄດ້ຈາກຜົນສໍາເລັດຂອງການຄົ້ນຄວ້າທົດລອງ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ສັງຄົມຢ່າງກວ້າງຂວາງ;
- ຝຶກອົບຮົມດ້ານວິຊາການໃຫ້ແກ່ພາກສ່ວນຕ່າງໆ ໃນການພັດທະນາລະບົບວຽກງານຂໍ້ມູນຂ່າວສານ ແລະ ການສື່ສານເທັກໂນໂລຢີໄອຊີທີ, ການຄຸ້ມຄອງຂໍ້ມູນຂ່າວສານສາມາດເຊື່ອມໂຍງກັນໄດ້ໃນຂອບເຂດທົ່ວກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງກ່ຽວຂ້ອງ.
ສູນວິໄຈຢາງພາລາລາວ ແລະ ພຶດກະສິກໍາ ຮ່ວມມື ລາວ-ຈີນ (ຢຸນນານ)
- ສໍາຫຼວດ, ເຕົ້າໂຮມ ສຶກສາລະບົບນິເວດວິທະຍາ, ການຈັດສັນຄຸ້ມຄອງ ແລະ ນໍາໃຊ້ແນວພັນຢາງພາລາທີ່ເປັນທ່າແຮງດ້ານເສດຖະກິດ;
- ຄົ້ນຄວ້າ ນໍາໃຊ້ບັນດາເຕັກນິກ, ເຕັກໂນໂລຊີ, ມາດຕະຖານ ແລະ ລະບົບການຜະລິດທີ່ມີປະສິດທິຜົນສູງ ກ່ຽວກັບການຜະລິດແນວພັນຢາງພາລາ, ການປູກຢາງພາລາ, ການແປຮູບ, ການປ້ອງກັນພະຍາດ ແລະ ແມງໄມ້ທໍາລາຍຕົ້ນຢາງພາລາ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ;
- ວິເຄາະວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ.
ສູນຄົ້ນຄວ້າກະສິກໍາ ແຂວງຫຼວງນໍ້າທາ
- ຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າໃໝ່. ຜະລິດ ແລະ ຂະຫຍາຍແນວພັນເຂົ້າ ແລະ ພຶດເສດຖະກິດ: ລຸ້ນໜຶ່ງ ແລະ ລຸ້ນສອງ ເພື່ອສະໜອງໃຫ້ຂະແໜງການສົ່ງເສີມ, ກຸ່ມຜະລິດເມັດພັນ ແລະ ຮ່ວມກັບຜູ້ປະກອບການ ເພື່ອນໍາໄປຜະລິດເມັດພັນສົ່ງເສີມ;
- ຄົ້ນຄວ້າເຕັກນິກການປູກ, ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດຂອງເຂົ້າ, ກວດສອບຄຸນນະພາບແນວພັນ ແລະ ເມັດພັນ, ການນໍາໃຊ້ເຄື່ອງມືກົນຈັກກະສິກໍາ ແລະ ເຕັກໂນໂລຊີຫຼັງການເກັບກ່ຽວ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ບັນດາພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ຫ້ອງ ການກະສິກຳ ແລະ ປ່າໄມ້ ປະຈໍາເມືອງ, ສູນບໍລິການເຕັກນິກ ແລະ ພາກສ່ວນເສດຖະກິດຕ່າງໆ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ.
ສູນຄົ້ນຄວ້າກະສິກຳເຂດເຂດເນີນສູງ
- ສໍາຫຼວດ, ສຶກສາ, ເຕົ້າໂຮມ, ພັດທະນາ ແລະ ນໍາໃຊ້ແນວພັນພືດ ແລະ ສັດ, ແນໃສ່ຍົກຜະລິດຕະພາບ ແລະ ປັບຕົວຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ມີຄວາມຍືນຍົງ;
- ຄົ້ນຄ້ວາທົດລອງ ທາງດ້ານເຕັກນິກການປູກ, ຫຼັງເກັບກ່ຽວ ແລະ ລະບົບການຜະລິດກະສິກໍາ ແລະ ປ່າ ໄມ້ ແບບປະສົມປະສານ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາຄົງທີ່, ຄວາມຍືນຍົງ ແລະ ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ;
- ນໍາໃຊ້ເຕັກໂນໂລຊີ, ກົນຈັກກະສິກໍາ, ວິທີການຫຼັງການເກັບກ່ຽວ, ຮູບແບບ ແລະ ວິທີການຜະລິດກະສິກໍາ ທີ່ມີປະສິດທິພາບສູງ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ປະຈໍາເມືອງ, ສູນບໍລິການເຕັກນິກ ແລະ ພາກສ່ວນເສດຖະກິດຕ່າງໆ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ.
ສູນຄົ້ນຄວ້າກະສິກໍາພາກໃຕ້
- ສໍາຫຼວດ, ຄັດເລືອກ, ເຕົ້າໂຮມ, ສ້າງ ແລະ ຂະຫຍາຍແນວພັນເຂົ້າ, ແນວພັນກາເຟ, ແນວພັນພືດຜັກ ແລະ ໄມ້ໃຫ້ໝາກເຂດໜາວ;
- ນໍາໃຊ້ເຕັກໂນໂລຊີ, ກົນຈັກກະສິກໍາ, ວິທີການຫຼັງການເກັບກ່ຽວ, ຮູບແບບການຜະລິດເຂົ້າ, ພຶດຜັກ,ກາເຟ ແລະ ໄມ້ໃຫ້ໝາກເຂດໜາວ ທີ່ມີປະສິດທິພາບສູງ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ;
- ໃຫ້ບໍລິການທາງດ້ານວິຊາການ ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ບົນພື້ນຖານເຊັນສັນຍາແບບມອບເໝົາ ແລະ ໄດ້ຮັບການເຫັນດີຈາກ ສະຖາບັນ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ບັນດາພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ປະຈໍາເມືອງ, ສູນບໍລິການເຕັກນິກ ແລະ ພາກສ່ວນເສດຖະກິດຕ່າງໆ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ.
ສູນຄົ້ນຄວ້າກະສິກໍາ ທ່າຊະໂນ
- ຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ແລະ ພຶດເສດຖະກິດໃໝ່. ຜະລິດ ແລະ ຂະຫຍາຍແນວພັນເຂົ້າ ແລະ ພຶດເສດຖະກິດ: ລຸ້ນໜຶ່ງ ແລະ ລຸ້ນສອງ ເພື່ອສະໜອງໃຫ້ຂະແໜງການສົ່ງເສີມ, ກຸ່ມຜະລິດເມັດພັນ ແລະ ຮ່ວມກັບຜູ້ປະກອບການ ເພື່ອນໍາໄປຜະ ລິດເມັດພັນເຂົ້າສົ່ງເສີມ;
- ຄົ້ນຄວ້າເຕັກນິກການປູກ, ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດຂອງເຂົ້າ, ກວດສອບຄຸນນະພາບແນວພັນ ແລະ ເມັດພັນ, ການນໍາໃຊ້ເຄື່ອງມືກົນຈັກກະສິກໍາ ແລະ ເຕັກໂນໂລຊີ ຫຼັງການເກັບກ່ຽວ;
- ປະສານສົມທົບກັບຫ້ອງການ, ບັນດາກົມ, ບັນດາພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ຫ້ອງ ການກະສິກຳ ແລະ ປ່າໄມ້ ປະຈໍາເມືອງ, ສູນບໍລິການເຕັກນິກ ແລະ ພາກສ່ວນເສດຖະກິດຕ່າງໆ ໃນການກໍານົດຫົວຂໍ້ການຄົ້ນຄວ້າ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງ ກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ອອກສູ່ການຜະລິດຢ່າງກວ້າງຂວາງ.
ສູນແນວພັນພືດທີ່ດີ ຮ່ວມມື ລາວ-ຈີນ (ກວາງຊີ)
- ຄົ້ນຄວ້າ ນໍາໃຊ້ບັນດາເຕັກນິກ, ເຕັກໂນໂລຊີ, ມາດຕະຖານ ແລະ ລະບົບການຜະລິດທີ່ມີປະສິດທິຜົນສູງ ກ່ຽວກັບການຜະລິດແນວພັນໄມ້ໃຫ້ໝາກ: ໝາກມັງກອນ, ເຄັນຕາລຸກ ແລະ ພືດອື່ນ ທີ່ມີທ່າແຮງທາງດ້ານເສດຖະກິດ, ເຕັກນິກການປູກ, ການປ້ອງກັນພະຍາດ ແລະ ແມງໄມ້ທໍາລາຍ;
- ເພີ້ມມູນຄ່າຜົນຜະລິດ ໂດຍການປຸງແຕ່ງຜະລິດຕະພັນການກະສິກໍາ, ພັດທະນາແນວພັນທີ່ມີຄຸນນະ ພາບ;
- ປະສານສົມທົບກັບ ຫ້ອງການກະຊວງ, ບັນດາກົມ, ພະແນກກະສິກຳ ແລະ ປາໄມ້ ປະຈໍາແຂວງ, ນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ໃນການກໍານົດຫົວຂໍ້ການຄົ້ນຄວ້າແນວພັນພືດທີ່ມີທ່າແຮງທາງດ້ານເສດຖະ ກິດ ແລະ ຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າທົດລອງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ອອກສູ່ການຜະລິດຢ່າງກວ້າງຂວາງ.




Users Today : 138
Users Yesterday : 54
This Month : 192
This Year : 79618
Total Users : 787608