
ເພື່ອຜັນຂະຫຍາຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະການຜະລິດຜັກໃຫ້ເປັນສິນຄ້າ ເພື່ອຕອບສະໝອງຕະຫຼາດພ່າຍໃນ ແລະ ຕ່າງປະເທດ. ພືດຜັກເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ ແລະ ມີຄຸນຄ່າທາງດ້ານໂພສະນາການສູງຕໍ່ຮາງກາຍຂອງມະນຸດ, ແຕ່ວ່າການຜະລິດພືດຜັກນັ້ນແມ່ນພົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ທາງດ້ານວິຊາການຂອງຊາວກະສິກອນຍັງຈໍາກັດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະ ຍາດແມງໄມ້, ຄຸນນະພາບຂອງດິນຕໍ່າ, ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ, ການຕອງສະໜອງທາງດ້ານຜົນຜະລິດຜັກບໍ່ພຽງພໍໂດຍສະເພາະໃນຊ່ວງລະດູຝົນ. ເພື່ອເປັນການແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຮ່ວມມືກັບໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໃນການຈັດຕັ້ງປະຕິບັດການເພື່ອຄົ້ນຄວ້າ, ພັດທະນາແນວພັນ, ເຕັກນິກການຜະລິດທີ່ເໝາະສົມ, ເຕັກນິກຫລັງການເກັບກ່ຽວທີ່ດີ ແລະ ສ້າງຄວາມເຂັ້ມແຂງທາງດ້ານໂຄງລາງພື້ນຖານ, ທາງດ້ານເຕັກນິກການປູກ, ການແປຮູບຜະລິດຕະພັນຜັກໃຫ້ແກ່ຊາວກະສິກອນເປັນຕົ້ນ. ສະນັ້ນ, ເພື່ອເປັນການເຜີຍແຜ່ຜົນຂອງຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ.
ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ຜ່ານມາ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມການເລິ່ມຕົ້ນໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂຶ້ນທີ່ຫ້ອງປະຊຸມ ຂອງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນປະທ່ານຮ່ວມຂອງ ທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ທ່ານ ນ. ປອ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຫົວໜ້າສູນ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ກຸ່ມຜະລິດພືດຜັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງພະແນກກະສິກໍາ ແລະ ປ່າໄມ້ເຂົ້າຮ່ວມ ທັງໝົດ ຈໍານວນ 47 ທ່ານ, ຍິງ 10 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຢູ່ 4 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື ບ້ານ ຫົວຫ້າ, ທ່າແຂກ, ຊາຍຟອງເໜືອ ແລະ ບ້ານ ສິມມະໂນໃຕ້. ໃນກອງປະຊຸມ ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບການຜະລິດພືດຜັກຢູ່ນະຄອນຫຼວງວຽງຈັນ ແລະ ຜົນການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນໄລຍະຜ່ານມາ, ທ່ານ ປອ ລີ ອຶງໂຫ ຜູ້ຈັດການໂຄງການ ຈາກປະເທດເກົາຫຼີໃຕ້ ໄດ້ນໍາສະເໜີສະພາບລວມຂອງໂຄງການໃນໄລຍະຜ່ານມາເຊິ່ງທ່ານໄດ້ຊີ້ໃຫ້ເຫັນການໄດ້ດໍາເນີນໂຄງການ ເຊັນ: ໄດ້ສໍາເລັດການກໍ່ສ້າງອາຄານຫ້ອງການຫ້ອງທົດລອງ, ເຮືອນແປຮູບຜະລິດຕະພັນຜັກ, ເຮືອນຮົ່ມ, ເຄືອງກົນຈັກກະສິກໍາ, ເຄືອງໃຊ້ຫ້ອງທົດລອງ ແລະ ເຄືອງໃຊ້ຫ້ອງການຕ່າງ, ໄດ້ທົດສອບ ແລະ ຄັດເລືອກສາຍພັນໝາກເລັ່ນ, ໝາກເຜັດ ແລະ ໝາກແຕງ, ໄດ້ສໍາເລັດການ ຈັດຕັ້ງກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ແລະ ໄດ້ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ພະນັກງານວິຊາການໂດຍຜ່ານການຝຶກອົບຮົມ ແລະ ການທັດສະນະສຶກສາໄດ້ຫຼາຍກວ່າ 190 ເທື່ອຄົນ. ນອກຈາກນັ້ນ, ທາງໂຄງການຍັງໄດ້ເຜີຍແຜ່ຜົນສໍາເລັດຂອງໂຄງ ການໃຫ້ອອກສູ່ສັງຄົມໃນຫຼາຍຊ່ອງທາງເປັນຕົ້ນແມ່ນທາງຊື່ສັງຄົມອອນລາຍ ເຊັນ ໂທລະພາບ, ໜັງສືພິມ, ເວບໄຊ, ຢູທູບ, ເຟດບຸກ ແລະ ຈົດໝາຍຂ່າວ ຜ່ານຫຼາຍສໍານັກ ເຊັນ ສໍານັກຂ່າວຂອງກະຊວງກະສິກໍາ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໜັງສືພິມວຽງຈັນທາມ ແລະ ວຽງຈັນໃໝ່ ເປັນຕົ້ນ ແລະ ທ່ານ ປອ ທອງຄູນ ສີສະໄພທອງ ຜູ້ປະສານງານໂຄງການຝ່າຍລາວໄດ້ນໍາສະເໜີແຜນລະອຽດໃນການຈັດຕັ້ງປະຕິບັດຂອງໂຄງການໃນຕໍ່ໜ້າ ເຊິ່ງໂຄງການຈະໄດ້ສຶບຕໍ່ສະໜັບສະໜູນເຮືອນຮົ່ມ ຈໍານວນ 184 ຫຼັງ, ແນວພັນ, ການຕະຫຼາດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການປູກ ແລະ ຫຼັງການເກັບກ່ຽວ ໃຫ້ແກ່ຊາວກະສິກອນກຸ່ມເປົ້າໝາຍຂອງໂຄງການ ແລະ ໂຄງການຈະໄດ້ສືບຕໍ່ໃນການຄົ້ນຄວ້າ ແລະ ພັດທະນາທາງດ້ານເຕັກນິກການປູກຜັກໃນເຮືອນຮົມ, ການຈັດການລະບົບນໍ້າ, ເຕັກນິກການໃສ່ຝຸ່ນ, ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ, ການນໍາໃຊ້ເຄືອຈັກເຂົ້າໃນການຜະລິດ ແລະ ເຕັກນິກການແປຮູບຜະລິດຕະພັນຜັກ. ນອກຈາກນີ້, ໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນທີ່ເຂົ້າຮ່ວມມີຂໍ້ຄິດເຫັນ ແລະ ແລກປ່ຽນເຊິ່ງກັນຫຼາຍປະເດັນ ເຊິ່ງສາມາດສັງລວມໄດ້ ຄື: ຄວາມຍຶນຍົງຂອງໂຄງການ, ການຮ່ວມມືລະຫວ່າງພາກສ່ວນຕ່າງທີ່ກ່ຽວຂ້ອງ, ແຜນລະອຽດຂອງການຈັດຕັ້ງປະຕິບັດໂຄງການ, ການວາງແຜນການຜະລິດໃຫ້ເຊືອມໂຍງກັບຕະຫຼາດ ແລະ ການຂຶ້ນທະບຽນທາງແນວພັນໃໝ່ ເປັນຕົ້ນ.

ໂດຍ: ພັດທະນາ ແສງອຸ່ນແກ້ວ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ





Users Today : 451
Users Yesterday : 54
This Month : 505
This Year : 79931
Total Users : 787921