
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນບົດ ໄດ້ຈັດກອງປະຊຸມປຶກສາຫາລື ດ້ານວິຊາການ ລະດັບຊາດ ແຜນງານໂຄງການກຸ່ມທີ່ປຶກສາ ກ່ຽວກັບການຄົ້ນຄວ້າ ກະສິກຳ ສາກົນ ຮວມເປັນໜຶ່ງດຽວ ຢູ່ບັນດາປະເທດອາຊຽນ ASEAN-One CGIAR ທີ່ສະໂມສອນໃຫຍ່ຂອງຕົນ ໃນວັນທີ 1 ມີນາ 2022.
ໂດຍເປັນກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ດຣ ຊອງ ບາລີ ຜູ້ອຳນວຍການ ອົງການ One CGIAR, ທ່ານ ນາຟີ ເມອາ ຫົວໜ້າແຜນງານ One CGIAR ຜູ້ຕາງໜ້າສະຖາບັນຄົ້ນຄວ້າເຂົ້າສາກົນ( IRRI) ເຂດອາຊີ, ທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ສະຖາບັນ ອ້ອມຂ້າງ ກະຊວງທີ່ກ່ຽວຂ້ອງ, ຜູ້ຕາໜ້າຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໂດຍຜ່ານລະບົບທາງໄກ( ZOOM) ໃນຫົວຂ້ໍ ‘’ການປ່ຽນແປງລະບົບອາຫານ, ດິນ ແລະ ນ້ຳໃນສະພາບການປ່ຽນແປງດິນຟ້າອາກາດ’’.
ເຊິ່ງໃນທີປະຊຸມໄດ້ຈັດເປັນກຸ່ມສະທະນາເພື່ອແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ໃນຫົວຂໍ້ດັ່ງກ່າວ ເພື່ອເປັນການນຳສະເໜີຫົວບົດຄົ້ນຄວ້າໃນກອງປະຊຸມການພັດທະນາການຄົ້ນຄວ້າກະສິກຳຄັ້ງທີ 14 ໃຫ້ສອດຄ່ອງກັບຄວາມຕ້ອງການບຸລິມະສິດ ການຄົ້ນຄວ້າໃນຂະແໜງກະສິກຳ ພາຍໃນກຸ່ມປະເທດສະມາຊິກອາຊ່ຽນ, ແຜນງານໂຄງການກຸ່ມທີ່ປຶກສາກ່ຽວກັບການຄົ້ນຄວ້າກະສິກຳສາກົນ ຮວມເປັນໜຶ່ງດຽວ ຢູ່ບັນດາປະເທດສະມາຊິກອາຊຽນ ຈະອອກແບບວາງແຜນງານການຄົ້ນຄວ້າ ກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ລວມທັງນັກຄົ້ນຄວ້າ, ວິຊາການ ຜູ້ເຮັດວຽກດ້ານການພັດທະນາ ແລະ ຜູ້ກຳນົດນະໂຍບາຍ ທີ່ເຮັດວຽກຄົ້ນຄວ້າດ້ານກະສິກຳ ເພື່ອການພັດທະນາພາຍໃນປະເທດ.


ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານ ກະສິກຳ ແລະ ປ່າໄມ້
ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ, ຫົວໜ້າສູນຂໍ້ມູນຂ່າວສານ ກະສິກຳ ແລະ ປ່າໄມ້





Users Today : 451
Users Yesterday : 54
This Month : 505
This Year : 79931
Total Users : 787921