

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນຕອນບ່າຍຂອງວັນທີ 21/11/2025 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບ ທ່ານ ອານົງສອນ ພົມມະຈັນ ຄະນະປະຈໍາພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ຫົວໜ້າ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ) ພ້ອມດ້ວຍທີມງານ ຂອງສູນສາທິດເຕັກນິກກະສິກໍາ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 18 ຄົນ ການລົງມາຢ້ຽມຢາມ ແລະ ຕິດຕາມກິດຈະກໍາພາຍໃນ (ສຜໝ) ໃນຄັ້ງນີ້ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປ.ອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງ (ສຜໝ) ຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອຢ້ຽມຢາມທາງດ້ານການດໍາເນີນກິດຈະກໍາພາຍໃນສູນ ແລະ ຜົນສໍາເລັດຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍສະເພາະແມ່ນກິດຈະກໍາການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ, ການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ການປ້ອງກັນ-ກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ ພ້ອມທັງການແປຮູບຜະລິດຕະພັນກະສິກໍາ.
ການຢ້ຽມຢາມ ຂອງທີມງານກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໃນຄັ້ງນີ້ ທ່ານ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດທາງດ້ານການເຕົ້າໂຮມເຊື້ອພັນພືດຜັກ ແລະ ໄມ້ໃຫ້ໝາກ ພັນພື້ນເມືອງຂອງລາວ ແລະ ການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ລົງຢ້ຽມຢາມເບິ່ງຜົນສໍາເລັດຂອງການຜະລິດເມັດພັນ ແລະ ເຕັກນິກຕ່າງໆ ທີ່ໃຊ້ເຂົ້າໃນການຜະລິດ ໂດຍສະເພາະກິດຈະກໍາທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມຂອງບ້ານເຮົາ ເຊັ່ນ: ຫ້ອງແລັບສໍາລັບການຄົ້ນຄວ້າທົດລອງ, ຫ້ອງແພັກເມັດພັນ, ຫ້ອງເກັບຮັກສາເມັດພັນ, ການຈັດການລະບົບການໃຫ້ນໍ້າ ແລະ ການປູກຜັກໃນລະບົບເຮືອນຮົ່ມທີ່ເໝາະສົມໃນສະພາບເງື່ອນໄຂຂອງລາວ ນອກຈາກນັ້ນຍັງໄດ້ປຶກສາຫາລືໃນການຮ່ວມມືທາງດ້ານການເຜີຍແພ່ຜົນຂອງການຄົ້ນຄວ້າທາງດ້ານແນວພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມກັນນັ້ນຍັງໄດ້ວາງແຜນໃນການຮ່ວມມືກັນໃນອານາຄົດ.
ໃນການຢ້ຽມຢາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຕິດຕາມບັນດາກິດຈະກໍາພາຍໃນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກ, ໄມ້ໃຫ້ໝາກ ຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ໄມ້ໃຫ້ໝາກ ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກ, ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.










Users Today : 137
Users Yesterday : 54
This Month : 191
This Year : 79617
Total Users : 787607