National Agriculture and Forestry Research Institute

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນຕອນເຊົ້າຂອງວັນທີ 4 ພະຈິກ 2025 ເວລາ 8:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ຂອງຊາວໜຸ່ມ ໜ່ວຍ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2025, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ແວວປະເສີດ  ຕາງໜ້າເລຂາຊາວໜຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກຊາວໜຸ່ມ ເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 7 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດປະເມີນຂໍ້ແຂງຂັນ 4 ບຸກ ໃນໄລຍະ 1 ປີ ຜ່ານມາ ຂອງສະມາຊິກຊາວໜຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກການນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ໃນໄລຍະຜ່ານມາ ແລະ ໄດ້ເປີດໂອກາດໃຫ້ແຕ່ລະທ່ານປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຂອງບົດລາຍງານ ແລະ ກອງປະຊຸມເຫັນດີເປັນເອກະພາບສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ປະທານຊາວໜຸ່ມຂອງສູນຍັງໄດ້ນໍາສະເໜີວິທີການຕີລາຄາໃຫ້ຄະແນນແຕ່ລະສະຫາຍ, ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ຍັງໄດ້ເນັ້ນຢໍ້າລາຍລະອຽດເນື້ອໃນຂອງຂໍ້ແຂ່ງຂັນ 4 ບຸກ ຄື: 1) ດ້ານການເມືອງແນວຄິດ, 2) ດ້ານການຝຶກຝົນຮໍ່າຮຽນ, 3) ດ້ານການຈັດຕັ້ງ, 4) ດ້ານວິຊາຊີບ ວຽກເຮັດງານທໍາ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ.

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກທ່ານໄດ້ຮັບຄະແນນ ປະເພດ ດີເດັ່ນ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 12 :00 ໂມງ ດ້ວຍໝາກຜົນສໍາເລັດອັນຈົບງາມ.