
ຮຽບຮຽງໂດຍ: ຄໍາຈັນ ເດັດສະໄຫມ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນລະຫວ່າງວັນທີ 24-29 ຕຸລາ 2025 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບຊ່ຽວຊານທາງດ້ານພືດຜັກຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ທີ່ມາຈາກປະເທດອົດສຣາລີ ໄດ້ລົງສົມທົບກັບພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງ ຢູ່ໃນ 3 ແຂວງເປົ້າໝາຍ ເພື່ອສໍາຫຼວດການຜະລິດພຶດຜັກຂອງຊາວກະສິກອນ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ເຊິ່ງມີຈຸດປະສົງ ເພື່ອລົງສໍາຫຼວດພື້ນທີ່ໃຫ້ຮູ້ເຖິງສະພາບການຜະລິດພຶດຜັກ, ການຈັດການທາງດ້ານເຕັກນິກການປູກ, ການຈັດການຫຼັງການເກັບກ່ຽວ, ການຈັດການເລື່ອງການຕະຫຼາດ ພ້ອມທັງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດພືດຜັກຂອງຊາວກະສິກອນເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການເຮັດໃຫ້ຊາວກະສິກອນສາມາດປູກພືດຜັກໄດ້ຕະຫຼອດປີ.
ໃນການສໍາຫຼວດຄັ້ງນີ້ແມ່ນໄດ້ລົງເບິ່ງພື້ນທີ່ການຜະລິດພືດຜັກຂອງກຸ່ມຊາວກະສິກອນທີ່ມີທ່າແຮງໃນການເຂົ້າຮ່ວມໂຄງການ ຈໍານວນ 8 ບ້ານ ທີ່ຢູ່ໃນ 3 ແຂວງເປົ້າໝາຍ ຄື: ບ້ານຜາຮອມ, ບ້ານໂຊກໄຊ, ບ້ານໂພນແກ້ວ ແຂວງວຽງຈັນ ແລະ ບ້ານໂພນງາມ, ບ້ານສິນໄຊ ແຂວງບໍລິຄໍາໄຊ ແລະ ບ້ານດອນຂາຊາຍ, ບ້ານສະຫວ່າງ ແລະ ບ້ານຖິ່ນເພຍ ນະຄອນຫຼວງວຽງຈັນ.
ຜົນຈາກການຈັດຕັ້ງປະຕິບັດ ເຫັນວ່າບ້ານເປົ້າໝາຍທີ່ທາງໂຄງການໄດ້ຄັດເລືອກນັ້ນແມ່ນມີເງື່ອນໄຂ ແລະ ປັດໃຈຫຼາຍດ້ານທີ່ເໝາະສົມໃນການຜະລິດພືດຜັກເປັນສິນຄ້າ ເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນມີພື້ນຖານໃນການຜະລິດພືດຜັກ ແລະ ພື້ນທີ່ແມ່ນສາມາດທໍາການຜະລິດໄດ້ຕະຫຼອດປີ. ນອກຈາກຈະມີເງື່ອນໄຂທີ່ເໝາະສົມແລ້ວ ແຕ່ວ່າຍັງພົບວ່າວ່າມີຂໍ້ຫຍຸ້ງຍາກທີ່ຕ້ອງໄດ້ມີການແກ້ໄຂ ຄື: ການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍໂດຍສະເພາະໃນລະດູຝົນ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ ແລະ ຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີ ແລະ ໃນການສໍາພາດຊາວຂໍ້ມູນຕົວຈິງຊາວກະສິກອນກໍ່ຍັງຊີ້ໃຫ້ເຫັນເຖິງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດ ເຊັ່ນ: ຄວາມຮູ້ຄວາມສາມາດທາງດ້ານເຕັກນິກການປູກທີ່ສາມາດຫຼຸດຕົ້ນທຶນການຜະລິດ ແລະ ເພິ່ມຜົນຜະລິດ, ການຈັດການເລື່ອງພະຍາດ-ແມງໄມ້, ການຈັດການນໍ້າ ແລະ ເຕັກນິກການປູກຜັກໃນຊ່ວງລະດູຝົນ, ພື້ນທີ່ບາງບ່ອນກໍ່ຍັງມີຄວາມສ່ຽງຕໍ່ນໍ້າຖ້ວມຂັງໃນຊ່ວງລະດູຝົນ ແລະ ພຶ້ນທີ່ການຜະລິດຂອງບາງຄອບຄົວແມ່ນບໍ່ສາມາດຜະລິດໄດ້ໃນຊ່ວງລະດູຝົນ.










Users Today : 233
Users Yesterday : 54
This Month : 287
This Year : 79713
Total Users : 787703