

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້
ໃນຄາບເຊົ້າ ຂອງວັນທີ 31 ຕຸລາ 2025, ທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງ ວຽງຈັນ, ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບ ອົງການ ຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດກອງປະຊຸມເຜີຍແຜ່ແຜນດໍາເນີນງານ ແລະ ສໍາມະນາ ການພັດທະນາກະສິກຳ ແລະ ຊົນນະບົດ ລາວ – ສ.ເກົາຫຼີ: “ຈາກນະໂຍບາຍສູ່ການຈັດຕັ້ງປະຕິບັດ” ໂດຍການເປັນປະທານຮ່ວມ ຂອງທ່ານ ປອ. ໂກສົນ ໄຊພະກັດສາ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ທ່ານ ປອ. Seonghee Lee, ຫົວໜ້າໂຄງການຝ່າຍ ສ.ເກົາຫຼີ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອເຜີຍແຜ່ແຜນດໍາເນີນງານດ້ານນະໂຍບາຍ ກະສິກໍາ ແລະ ພັດທະນາຊົນນະບົດໃຫ້ບັນດາ ພະແນກກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວເຂົ້າໄດ້ຮັບຮູ້ ແລະ ນໍາໃຊ້ເປັນຂໍ້ມູນພື້ນຖານ ແລະ ເປັນແນວທາງໃຫ້ແກ່ວຽກງານ ການພັດທະນາກະສິກໍາ ແລະ ພັດທະນາຊົນນະບົດ ແບບຍືນຍົງ. ພ້ອມດຽວກັນນັ້ນ, ກອງປະຊຸມດັ່ງກ່າວໄດ້ຮັບກຽດຈາກບັນດາຄະນະກົມທີ່ກ່ຽວຂ້ອງ (ກົມປູກຝັງ, ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວເກົາຫຼີ, ກົມລ້ຽງສັດ ແລະ ການປະມົງ, ກົມພັດທະນາຊົນນະບົດ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ສະຖາບັນ ຄົ້ນຄວ້ານະໂຍບາຍ ເສດຖະກິດ ແລະ ສັງຄົມ, ແລະ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ) ຂຶ້ນມາແລກປ່ຽນສົນທະນາ ປະເດັນຕ່າງໆຢ່າງຟົດຟື້ນ ແລະ ມີເນື້ອໃນສໍາຄັນແບບສ້າງສັນ.
ກອງປະຊຸດມດັ່ງກ່າມີຜູ້ເຂົ້າຮ່ວມທັງໝົດ 136 ທ່ານ ທີ່ມາຈາກພະແນກກະສິກຳ ແລະ ສີ່ງແວດລ້ອມ 16 ແຂວງ ແລະ ນະຄອນຫຼວງ, ກະຊວງອຸດສະຫະກຳແລະການຄ້າ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ (ຄະນະກະເສດສາດ ແລະ ຄະນະວິທະຍາສາດສັງຄົມ), ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ຫ້ອງການກະຊວງກະສິກຳ ແລະປ່າໄມ້ , ກົມແຜນການ ແລະ ການຮ່ວມມື, ກົມພັດທະນາຊົນນະບົດ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມແຜນການແລະການຮ່ວມມື, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ບັນດາສູນທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ , ສູນຝືກອົບຮົມເຕັກນິກກະສິກຳ ພັດທະນາລາວ-ເກົາຫຼີ, ສະຫະກອນ ກະສິອິນຊີ ທົ່ງມັ່ງ, ສະມາຄົມຊາວກະສິກອນລາວ ແລະ ຄູ່ຮ່ວມພັດທະນາອົງການສາກົນເຊັ່ນ: ,IRRI, CAIT, ແລະ OXFAM.










Users Today : 138
Users Yesterday : 54
This Month : 192
This Year : 79618
Total Users : 787608