
ຂຽນໂດຍ: ຄໍາຈັນ ເດັດສະໄໝ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC)
ໃນລະຫວ່າງວັນທີ 16-18 ຕຸລາ 2025 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ກໍ່ຄື ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ມີການຮ່ວມມືກັບກົມປູກຝັງ ໃນການລົງສົມທົບກັບ ພະແນກກະສິກໍາ ແລະ ສິ່ງແວ້ດລ້ອມແຂວງ ເພື່ອສາທິດເຕັກນິກການປຸກສ້າງເຮືອນຮົ່ມຈໍານວນ 1 ຫຼັງ ຢູ່ພື້ນທີ່ຕົວແບບໃນການກ້າເບ້ຍ ແລະ ຂະຫຍາຍແນວພັນດອກໄມ້ເມືອງໜາວ ເຊິ່ງຈັດຕັ້ງຢູ່ທີ່ບ້ານ ພູຫົວຊ້າງ, ເມືອງອານຸວົງ, ແຂວງໄຊສົມບູນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 9 ຄົນ ຈຸດປະສົງ 1) ເພື່ອພັດທະນາດ້ານເຕັກນິກການປູກ ແລະ ຂະຫຍາຍພັນດອກໄມ້ເມືອງໜາວ ເພື່ອເປັນຕົວແບບ ແລະ ບ່ອນຮຽນຮູ້ໃຫ້ແກ່ຊາວກະສິກກອນໃນການຜະລິດດອກໄມ້ໃຫ້ເປັນສິນຄ້າ.
ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີການນໍາເອົາລະບົບເຮືອນຮົ່ມທີ່ອອກແບບໂດຍ (ສຜໝ) ເອີ້ນວ່າ ແບບຕ່າງລະດັບ (Offset module) ຂະໜາດ 6×21 ແມັດ ຈໍານວນ 1 ຫຼັງ ເຊິ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະດັບນີ້ ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອຶ່ນໆ ຄື: ອຸນຫະພູມສູງສຸດໂດຍສະເລ່ຍຢູ່ໃນເຮືອນຮົ່ມຈະສູງກວ່າຢູ່ພື້ນທີ່ເປີດ ພຽງແຕ່ 1 ອົງສາເຊ ເມື່ອທຽບໃສ່ເຮືອນຮົ່ມແບບອຶ່ນໆ ແມ່ນສູງກວ່າ 8 ອົງສາເຊ, ມີການລະບາຍອາກາດໄດ້ດີ, ເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດ ເຊິ່ງທີມງານແມ່ນໄດ້ນໍາພາຈັດຕັ້ງປະຕິບັດ ກ່ຽວກັບຂັ້ນຕອນ ແລະ ວິທີການໃນການປຸກສ້າງເຮືອນຮົ່ມແບບຕ່າງລະດັບ ເພື່ອໃຫ້ວິຊາການ ແລະ ຊາວກະສິກອນສາມາດນໍາເອົາເຕັກນິກດັ່ງກ່າວໄປຜັນຂະຫຍາຍໃນອະນາຄົດ.
ຜົນຈາກການຈັດຕັ້ງປະຕິບັດໃນການສາທິດການປຸກສ້າງເຮືອນຮົ່ມໃນຄັ້ງນີ້ ເຫັນວ່າວິຊາການຂອງແຕ່ລະພາກສ່ວນ ແລະ ຊາວກະສິກອນ ຜູ້ທີ່ເຂົ້າຮ່ວມແມ່ນມີຄວາມສົນໃຈ, ເຂົ້າໃຈກ່ຽວກັບຂັ້ນຕອນ ແລະ ວິທີການກໍ່ສ້າງເຮືອນຮົ່ມແບບຕ່າງລະດັບ ເຊິ່ງເຫັນໄດ້ຈາກການໄດ້ລົງມືຈັດຕັ້ງ ແລະ ການແລກປ່ຽນບົດຮຽນກັນໂດຍການຊັກຖາມກັນຢ່າງເປັນຂະບວນຟົດຟື້ນ.








Users Today : 177
Users Yesterday : 54
This Month : 231
This Year : 79657
Total Users : 787647