National Agriculture and Forestry Research Institute

ຂຽນໂດຍ: ນ. ແສງທຽນ ສີສະເກດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນວັນທີ 10 ຕຸລາ 2025 ທີ່ຜ່ານມານີ້ ທີມງານສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບສູນໂກເປຍ ປະຈໍາ ສປປລາວ (KOPIA), ໄດ້ເປີດກອງປະຊຸມຝືກອົບຮົມຫົວຂໍ້: ຝືກອົບຮົມເຕັກນິກການຍົກສະມັດຕະພາບຜົນຜະລິດຜັກບົ່ວແບ່ງ ແລະ ພືດຜັກໃນລະດູຝົນຂອງໂຄງການການທົດສອບຮູບແບບການຜະລິດ ແລະ ການເກັບຮັກສາ, ແລະ ລະບົບການແຈກຢາຍຫົວຜັກບົ່ວແບ່ງໃນການເພີ່ມລາຍຮັບໃຫ້ຊາວກະສິກອນໃນເຂາດຊົນນະບົດ ຂອງ ສປປລາວ(KOPIA), ທີ່ຫ້ອງປະຊຸມຫ້ອງການບ້ານ ບ້ານ ຂັນໝາກ ເມືອງວັງວຽງ ແຂວງວຽງຈັນ.  ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບຸນທັນ ເຮີຈູ່ຕູ້ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ,  ທ່ານ ກວັນໂດຣາ ຫົວໜ້າສູນໂກເປຍ ປະຈໍາ ສປປລາວ(KOPIA), ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ  ທ່ານ ນ. ປ້ອມ ວົງປະເສີດ ນາຍບ້ານບ້ານຂັນໝາກ. ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 26 ທ່ານ, ຍິງ 17 ທ່ານ, ຈາກພາກສ່ວນເຊັ່ນ: ພະນັກງານວິຊາການເມືອງ, ທີມງານວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ນັກສໍາມະນາກອນ ບ້ານ ຂັນໝາກ ແລະ ບ້ານ ໂພນແກ້ວ ການຝືກອົບຮົມໄດ້ດຳເນີນເປັນເວລາເຄິ່ງວັນ ໂດຍການເປັນຄູ່ຝືກຂອງວິຊານການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຈຸດປະສົ່ງໃນການຝືກຄັ້ງນີ້: ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດເມັດພັນຜັກເຜີຍແຜ່ໃຫ້ແກ່ຊາວກະສິກອນໂດຍສະເພາະການຈັດການເຕັກນິກການປູກພືດຜັກໃນເຮືອນຮົ່ມໃນພື້ນທີ່ຂອງຊາວກະສິກອນ, ເຕັກນິກການປູກຜັກບົ່ວແບ່ງທີ່ສາມາດປັບໂຕເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ. ນອກຈາກນັ້ນທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງໄດ້ມອບເມັດພັນພືດຜັກຈຳນວນທັງໝົດ 20 ກິໂລ ມີ 4 ຊະນິດພືດຄື: ຜັກບົ່ວແບ່ງ 5 ກິໂລ, ຜັກຊີ 5 ກິໂລ, ຜັກກາດຊອມ 5 ກິໂລ ແລະ ຜັກກາດຂີວ 5 ກິໂລ.  ການຝືກອົບຮົມໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ວ່າການແລກປ່ຽນທາງດ້ານປະສົບການໃນການປະຕິບັດຕົວຈິງ ເຊິ່ງນັກສຳມະນາກອນສ່ວນໃຫ່ຍໄດ້ໃຫ້ເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຜະລິດເມັດພັນຜັກຂອງຊາວກະສິກອນແຕ່ລະທ້ອງຖິ່ນ ເຊິ່ງການຝືກອົບຮົມໃນຄັ້ງນີ້ຈະເປັນບາດກ່າວໜຶ່ງໃນການນໍາເອົາບົດຮຽນເພື່ອໄປເຜີຍແຜ່, ປັບໃຊ້ເຂົ້າໃນການຜະລິດ ແລະ ເຮັດໃຫ້ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ.