

ເພື່ອເລືອກເອົາເປົ້າໝາຍຜູ້ແທນສົມບູນ ແລະ ສຳຮອງ ຂອງຄະນະພັກຮາກຖານຫ້ອງການ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທີ່ຈະໄດ້ຈັດຂຶ້ນໃນເດືອນ ພະຈິກ 2025 ທີ່ຈະມາເຖິງນີ້. ໃນຕອນເຊົ້າວັນທີ 09 ກັນຍາ 2025 ຄະນະພັກຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ຕາມກົດລະບຽບຂອງພັກ ຂຶ້ນທີ່ ສະໂມສອນກະຊວງ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ມີບັນດາ ກໍາມະການພັກກະຊວງ, ຄະນະອະນຸກໍາມະການບຸກຄະລະກອນ ຂັ້ນກະຊວງ, ສະຫາຍຮັກສາການເລຂາ ຄະນະພັກຮາກຖານ, ບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 117 ສະຫາຍ.
ໃນກອງປະຊຸມ ສະຫາຍ ປອ. ເພັດມະນີແສງ ຊ້າງໄຊຍະສານ ຮັກສາເລຂາ ຄະນະພັກຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການ ອະນຸມັດເປີດກອງປະຊຸມສະມາຊິກພັກ ຂອງຄະນະພັກຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂຶ້ນ ຢ່າງເປັນທາງການ. ພ້ອມນີ້ ສະຫາຍ ບຸນທະວີ ໄຊຍະເພັດ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານມາດຕະຖານ ຂອງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ມາດຖານດ້ານຄຸນທາດການເມືອງ, ດ້ານຄວາມຮູ້-ຄວາມສາມາດ, ດ້ານສຸຂະພາບ ເຊິ່ງທັງໝົດນັ້ນຕ້ອງແມ່ນສະມາຊິກພັກສົມບູນ ທີ່ມີຕໍາແໜ່ງພາຍໃນພັກ ຫຼື ມີຕໍາແໜ່ງບໍລິຫານຮອງຫົວໜ້າພະແນກ ຫຼື ທຽບເທົ່າຂຶ້ນໄປ ລວມທັງ ວິທີການປະຕິບັດຫຼັກການ ການເລືອກຕັ້ງຜູ້ແທນ.
ໂອກາດນີ້ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ແລະ ເພີ່ມຄວາມເອົາໃຈໃສ່ບາງບັນຫາຄື: ສະເໜີໃຫ້ບັນດາສະຫາຍທີ່ເຂົ້າຮ່ວມ ພ້ອມກັນເບິ່ງ ແລະ ມີຄວາມເຫັນ ຕີລາຄາບັນຫາຕ່າງໆ ທີ່ພົວພັນເຖິງຄຸນລັກສະນະ, ມາດຕະຖານ-ເງື່ອນໄຂ ຂອງຜູ້ແທນ; ຫ້າມບັນດາສະຫາຍ ມີພຶດຕິກຳ ເຄື່ອນໄຫວທີ່ມີລັກສະນະແຕະຕ້ອງເຖິງການເລືອກຕັ້ງ; ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບເຂົ້າໃນການເລືອກຕັ້ງ, ຫຼີກເວັ້ນທັດສະນະແນວຄິດທີ່ບໍ່ຖືກຕ້ອງ ເຊັ່ນ: ແນວຄິດອັກຄະຕິ, ອັນເປັນການສ້າງຄວາມເສຍຫາຍ ໃຫ້ແກ່ຄະນະພັກ ແລະ ບຸກຄົນ. ກອງປະຊຸມ ຄັ້ງນີ້້ ໄດ້ມີການປ່ອນບັດເພື່ອຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຊຶ່ງມີສະມາຊິກພັກຜູ້ມີສິດເລືອກຕັ້ງທັງໝົດ 111 ສະຫາຍ ໂດຍເລືອກເອົາຜູ້ແທນສົມບູນ 23 ສະຫາຍ ແລະ ຜູ້ແທນສໍາຮອງອີກ 6 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຂອງ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ອີກດ້ວຍ.




Users Today : 233
Users Yesterday : 54
This Month : 287
This Year : 79713
Total Users : 787703