
ຮຽບຮຽງໂດຍ: ນ. ແສງທຽນ ສີສະເກດ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນວັນທີ 28/8/2025 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຮ່ວມກັບ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຮັບການທັດສະນະຂອງທີມງານວິຊາການຂັ້ນແຂວງ, ຂັ້ນເມືອງ ທີ່ມາຈາກ ແຂວງຫຼວງນໍ້າທາ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ນ. ຕຸ່ງລຽນ ວິໄລພອນ ຮອງຄະນະສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 19 ທ່ານ ທ່ານ ແລະ ທີມງານວິຊາການຂອງສູນ (ສຜໝ) ຈໍານວນໜຶ່ງເຂົ້າຮ່ວມ ຈຸດປະສົງ: 1). ເພື່ອຢ້ຽມຢາມກິດຈະກໍາພາຍໃນສູນ 2). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງໂດຍສະເພາະເຕັກນິກການປູກພືດຜັກໃນເຮືອນຮົ່ມພາຍໄຕ້ການປ່ຽນແປງດິນຟ້າອາກາດ, ເຕັກນິກການປູກ, ບົວລະບັດຮັກສາ, ການຂະຫຍາຍພັນໄມ້ໃຫ້ໝາກ.
ການດໍາເນີນການລົງຢ້ຽມຢາມໃນຄັ້ງນີ້, ທີມງານຂອງສູນໄດ້ນໍາພາລົງພາກສະໜາມຕົວຈິ່ງຂອງພື້ນທີ່ອະນຸລັກ ແລະ ເຕົ້າໂຮມແນວພັນພືດຜັກ, ສ່ວນອະນຸແນວພັນໄມ້ໃຫ້ໝາກ ແລະ ຫ້ອງສ້າງເຢັນເກັບຮັກສາເມັດພັນພືດຜັກ. ການປະຕິບັດຕົວຈິງພາກສະໜາມ ທ່ານ ນ. ຕຸ່ງລຽນ ວິໄລພອນ ຮອງຄະນະສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ໄດ້ນໍາສະເໜີປະຫວັດຄວາມເປັນມາ ແລະ ພາລະບົດບາດ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ໄດ້ແນະເຕັກນິກການປູກ, ບົວລະບັດຮັກສາ, ການຂະຫຍາຍພັນໄມ້ໃຫ້ໝາກ ນອກຈາກນັ້ນຍັງໄດ້ລົງຢ້ຽມຢາມເບິ່ງພື້ນທີ່ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບ້ານຫາດດອກແກ້ວ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ໃນການລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານພືດຜັກ, ໄມ້ໃຫ້ໝາກ ແລະ ການປ້ອງກັນພະຍາດແມງໄມ້ສັດຕູພືດ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ, ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຊິ່ງຜູ້ເຂົ້າຮ່ວມຕ່າງໆກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.
ຜົນຈາກການລົງຢ້ຽມຢາມເຫັນວ່ານັກວິຊາການໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈເຖິງບັນຫາ, ຄວາມສໍາຄັນ ແລະ ສະພາບຄວາມຈໍາເປັນຂອງການຜະລິດພືດຜັກ ເຊິ່ງນັກວິຊາການແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັ່ນ: ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ສາມາດຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ບໍ່ມີການວາງແຜນການຜະລະລິດທີ່ດີ, ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນ່ນອນ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາທີ່ສໍາຄັນອີກອັນໜຶ່ງກໍ່ແມ່ນບັນຫາການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ທີ່ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນການຜະລິດພືດຜັກໃນຊ່ວງລະດູຝົນ.









Users Today : 284
Users Yesterday : 54
This Month : 338
This Year : 79764
Total Users : 787754