
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ສິນເຊື່ອກາກບອນ ໝາຍເຖິງ ກົນໄກການຫຼຸດຜ່ອນການປ່ອຍທາດອາຍກາກໂບນິກ ລວມທັງ ທາດອາຍມີເທນ ຫຼື ທາດອາຍເຮືອນແກ້ວ ສູ່ສິ່ງແວດລ້ອມ ຫຼື ຊັ້ນບັນຍາກາດ ເນື່ອງຈາກ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຫຼື ມາດຕະການທີ່ມີເປົ້າໝາຍ ເພື່ອຫຼຸດຜ່ອນການປ່ອຍທາດອາຍກາກໂບນິກ ແລະ ທາດອາຍມີເທນ ຫຼື ທາດອາຍເຮືອນແກ້ວ ສູ່ສິ່ງແວດລ້ອມ ຫຼື ຊັ້ນບັນຍາກາດ ເຊິ່ງສິດທິດັ່ງກ່າວນີ້ສາມາດວັດແທກປະລິມານ ແລະ ສາມາດນຳໄປໃຊ້ໃນຮູບແບບການຊື້-ຂາຍ ໃນຕະຫຼາດສິນເຊື່ອກາກບອນໄດ້ ແລະ ການປູກເຂົ້າໂດຍນຳໃຊ້ເຕັກນິກການບໍລິຫານຈັດການນ້ຳ ແມ່ນເຕັກນິກການປູກເຂົ້າ ໂດຍການບໍລິຫານຈັດການນ້ຳ ແບບການສະຫຼັບປຽກ ແລະ ແຫ້ງ, ທົດແທນວິທີການເກັບກັກນ້ຳໃນນາເຂົ້າແບບດັ່ງເດີມ ທີ່ມີນ້ຳຂັງຢູ່ຕະຫຼອດໄລຍະການປູກເຂົ້າ ອັນເປັນສາເຫດເຮັດໃຫ້ມີການປ່ອຍທາດອາຍມີເທນ ຫຼື ທາດອາຍເຮືອນແກ້ວ ສູ່ສິ່ງແວດລ້ອມ ຫຼື ຊັ້ນບັນຍາກາດ.
ອີງໃສ່ ດຳລັດ ວ່າດ້ວຍ ນະໂຍບາຍແຫ່ງຊາດ ວ່າດ້ວຍ ການສົ່ງເສີມການປູກພືດ ຂອງ ສປປ ລາວ ສະບັບເລກທີ 226/ນຍ, ລົງວັນທີ 10 ກໍລະກົດ 2023; ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືກັບບໍລິສັດ ບຣິດ ຄາບອນ ລາວ ຈໍາກັດຜູ້ດຽວ ເພື່ອຈັດຕັ້ງປະຕິບັດ ໂຄງການ ພັດທະນາສິນເຊື່ອກາກບອນໃນລະບົບການປູກເຂົ້າໂດຍຜ່ານການບໍລິຫານຈັດການນໍ້າຢ່າງຍືນຍົງ ຢູ່ ສປປ ລາວ, ໃນໄລຍະທີ 1 ມີພື້ນທີ່ ຈໍານວນ 50 ເຮັກຕາ ແລະ ໃນໄລຍະທີ 2 ແລະ 3 ຜັນຂະຫຍາຍໃຫ້ໄດ້ 30,000 ເຮັກຕາ ໃນແຂວງເປົ້າໝາຍ ແລະ ແຂວງອື່ນໆໃນການປູກເຂົ້າໂດຍນຳໃຊ້ເຕັກນິກການບໍລິຫານຈັດການນ້ຳແບບສະຫຼັບປຽກ ແລະ ແຫ້ງ ເພື່ອຫຼຸດການປ່ອຍກາສອາຍພິດເຮືອນແກ້ວ, ຫຼຸດຜ່ອນການປ່ອຍອາຍກາກໂບນິກ, ທາດອາຍມີເທນ ແລະ ຄຳນວນສິນເຊື່ອກາກບອນ ໃນລະບົບການປູກເຂົ້າ. ເຊີ່ງທາງບໍລິສັດ ຈະລົງທຶນໃນໂຄງການທີ່ໄດ້ກ່າວມາຂ້າງເທິງ ໂດຍອີງໃສ່ເງື່ອນໄຂທີ່ມີຢູ່. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈະໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ໃນແຂວງເປົ້າໝາຍ, ໂຄງການນີ້ ຈະມີໄລຍະເວລາການຮ່ວມມືຕາມສັນຍາ ທັງໝົດ 10 ປີ.
ໃນຕອນບ່າຍວັນທີ 1 ກໍລະກົດ 2025 ທີ່ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ພັດທະນາສິນເຊື່ອກາກບອນ ໃນລະບົບການປຸກເຂົ້າ ໂດຍຜ່ານລະບົບການຄຸ້ມຄອງນໍ້າທີ່ຍືນຍົງ ຢູ່ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊັນໂດຍ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຮ່ວມກັບ ບໍລິສັດ ບຣິດ ຄາບອນ ລາວ ຈໍາກັດຜູ້ດຽວ, ເຊັນໂດຍ ທ່ານ ສັນຕິ ອິນທະວົງຜູ້ອຳນວຍການ ບໍລິສັດ ບຣິດ ຄາບອນ ລາວ ຈໍາກັດຜູ້ດຽວ ແລະ ທ່ານ ປອ ບຸນເດດ ສຸດທະວີໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ມີທ່ານ ຫົວໜ້າ/ຮອງຫ້ອງການ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຫົວໜ້າ/ຮອງ ສະຖາບັນ, ຫົວໜ້າ/ຮອງກົມອ້ອມຂ້າງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ບຣິດ ຄາບອນ ລາວ ຈໍາກັດຜູ້ດຽວ ເຂົ້າຮ່ວມເປັນສັກຂີພິຍານ.













Users Today : 177
Users Yesterday : 54
This Month : 231
This Year : 79657
Total Users : 787647