National Agriculture and Forestry Research Institute

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ

             ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC)

ໃນລະຫວ່າງວັນທີ 23 ຫາ 24 ມິຖຸນາ 2025 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຮ່ວມກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເປີດການຝຶກອົບຮົມໃນຫົວຂໍ້: ການຝຶກອົບຮົມເຕັກນິກການຜະລິດເມັດພັນ ແລະ ການເກັບຮັກສາເມັດພັນພືດຜັກ ເພື່ອໃຫ້ເມັດພັນມີຄຸນນະພາບ ໃຫ້ແກ່ທີມງານວິຊາການ ແລະ ກຸ່ມຊາວກະສິກອນ ຈາກ 2 ແຂວງເປົ້າໝາຍຂອງໂຄງການ ຄື: ນະຄອນຫຼວງວຽງຈັນ ແລະ ແຂວງເຊກອງ ເຊິ່ງມີຜູ້ເຂົ້າຮ່ວມ ຈໍານວນ 26 ຄົນ ທີ່ ມາຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນສູນ ແລະ ພື້ນທີ່ກຸ່ມຕົວແບບຂອງ (ສຜໝ) ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປ.ອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນ ຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ.

ການດໍາເນີນການຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມຈາກການນໍາສະເໜີກ່ຽວກັບພະລະບົດບາດຂອງສູນ ແລະ ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ທີມງານຄູຝຶກກໍ່ໄດ້ນໍາສະເໜີກ່ຽວກັບບັນດາເຕັກນິກການຜະລິດເມັດພັນພືດຜັກ ແລະ ການເກັບຮັກສາເມັດພັນ ເພື່ອໃຫ້ຊາວກະສິກອນສາມາດນໍາເອົາບັນດາເຕັກນິກໄປໃຊ້ໃນການຜະລິດເມັດພັນໃຫ້ມີຄຸນນະພາບ ແລະ ຜະລິດເປັນສິນຄ້າ ນອກຈາກນັ້ນທີມງານຄູຝຶກຍັງໄດ້ໃຫ້ຊາວກະສິກອນມີສ່ວນຮ່ວມໃນການຄັດເລືອກສາຍພັນພືດຜັກທີ່ມີລັກສະນະດີເດັ່ນທີ່ສາມາດນໍາໄປເປັນພໍ່ແມ່ພັນໃນອານາຄົດ. ຫຼັງຈາກທີ່ໄດ້ຈັດຕັ້ງປະຕິບັດພາຍໃນສູນແລ້ວ ຍັງໄດ້ລົງຢ້ຽມຢາມເບິ່ງພື້ນທີ່ ກຸ່ມຜະລິດພືດຜັກເປັນສິນຄ້າ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ຜົນຈາກການຈັດຕັ້ງປະຕິບັດໃນການຝຶກອົບຮົມເຫັນວ່າ ນັກສໍາມະນາກອນໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈເຖິງບັນຫາ, ຄວາມສໍາຄັນ ແລະ ສະພາບຄວາມຈໍາເປັນຂອງການຜະລິດພືດຜັກ ເຊິ່ງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັ່ນ: ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ສາມາດຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນ່ນອນ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາທີ່ສໍາຄັນອີກອັນໜຶ່ງກໍ່ແມ່ນບັນຫາການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ທີ່ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນການຜະລິດພືດຜັກໃນຊ່ວງລະດູຝົນ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.