
ພາບ-ຂ່າວ: ນ. ໄກສອນ ສີຫາຈັກ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2025 ໄດ້ຈັດກອງປະຊຸມປຶກສາຫາລື ການຮ່ວມມືການຄົ້ນຄວ້າພັດທະນາ ລະຫວ່າງ ສະຖາບັນຮ່ວມຈີນ-ອາຊຽນ (ສປ ຈີນ) ໂດຍການເປັນປະທານຕ່າງໜ້າຝ່າຍລາວແມ່ນ ທ່ານ ປອ. ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ພ້ອມດ້ວຍຄະນະສະຖາບັນນອກຈາກນັ້ນມີຫົວໜ້າພະແນກ, ຫົວໜ້າສູນ, ຮອງສູນ ຂອງ 5 ສູນອອ້ມຂ້າງ ເຂົ້າຮ່ວມຈໍານວນນື່ງ, ພ້ອມນັ້ນ ຮອງຫົວຫນ້າກົມ ກົມພັດທະນາຊົນນະບົດ, ຮອງຫົວຫນ້າພະແນກຮ່ວມມືສາກົນ, ຂະແຫນ່ງ ຮ່ວມມືລາວຈີນ ຂອງກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ສິງແວດລ້ອມລ້ອມເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງ
1. ເພື່ອຮ່ວມມືໃນຂະແຫນງການ ກະສິກໍາ, ທາງດ້ານເຕັກໂນໂລຊີ, ກົນຈັກ,ອຸປະກອນຮັບໃຊ້ວຽກງານກະສິກຳ
2. ເພື່ອການຮ່ວມມືໃນການກໍ່ສ້າງບຸກຄະລະກ່ອນທາງດ້ານວິຊາການໃນດ້ານຝຶກອົບຮົມ, ໄປຍົກລະດັບການສຶກຕໍ່
3. ການຮ່ວມມືການລົງທື່ນທາງດ້ານຜະລິດຕະພັນກະສິກໍາເພື່ອຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຊາວກະສິກອນ
ຜ່ານການປຶກສາຫາລືເຫັນດີຕົກລົງສອງຝ່າຍຮ່ວມດ້ານການຄົ້ນຄວ້າ, ກະສິກໍາ ແລະ ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ










Users Today : 284
Users Yesterday : 54
This Month : 338
This Year : 79764
Total Users : 787754