
ແຜນງານຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບທືນຊ່ວຍເຫຼືອ ຈາກອົງກອນຮ່ວມມືດ້ານກະສິກໍາຮູບແບບໃໝ່ ຂອງ ສ. ເກົາຫຼີ ປະຈຳ ສປປ ລາວ Korea Partnership for Innovation of Agriculture (KOPIA) ຈຳນວນ 2 ໂຄງການຄື: ໂຄງການສ້າງພື້ນຖານໂຄງຮ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວ ແລະ ໂຄງການສ້າງໂອກາດໃຫ້ຊາວນາເຂົ້າເຖີງແນວພັນໃຫມ່ທີ່ປັບໂຕຕໍການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ເພື່ອຄ້ຳປະກັນສະບຽງອາຫານໃນ ບ້ານເປົ້າໝາຍ ຢູ່ສປປລາວ.
ໂຄງການສ້າງພື້ນຖານໂຄງລ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວແມ່ນໄດ້ຈັດຕັ້ງປະຕິບັດຕັ້ງແຕ່ປີ 2023 ຈົນຮອດປີ 2027 ຢູ່ 3 ບ້ານເປົ້າໝາຍຄື: ບ້ານນາຊາ, ບ້ານໝາກນາວເໜືອ ແລະ ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງ ເພື່ອສ້າງພື້ນຖານໂຄງລາງທັນສະໄໝ ເພື່ອຮອງຮັບການຜະລິດເຂົ້າໃຫ້ເຂັ້ມແຂງ ແລະ ໃຫ້ລະບົບ ເລີ່ມຈາກການນຳໃຊ້ເຕັກນິກການປູກຕ່າງໆເພື່ອຍົກສະມັດຕະພາບ, ການນຳໃຊ້ເມັດພັນທີ່ມີຄຸນນະພາບ ແລະ ສ້າງພື້ນຖານໂຄງລ່າງ ດ້ານວິທະຍາການຫຼັງເກັບກ່ຽວ. ພື້ນທີ່ເປົ້າໝາຍລວມທັງໝົດແມ່ນ 723 ຮຕ ແລະ ຈະຍົກສະມັດຕະພາບໃຫ້ໄດ້ເຖີງ 4.5 ໂຕນ/ຮຕ ເຊີ່ງໝາຍຄວາມວ່າເພື່ອຈົບໂຄງການຈະສາມາດຜະລິດເຂົ້າໄດ້ຈຳນວນ 3,253 ໂຕນ. ໃນການຈັດຕັ້ງປະຕິບັດທິ່ຜ່ານມາ ທາງໂຄງການໄດ້ປັບນາໃຮ່ນ້ອຍໃຫ້ເປັນໃຮ່ໃຫຍ່ລວມເນື້ອທີ່ໄດ້ 371 ຮຕ ສະໜອງເມັດພັນລວມໄດ້ 25,994 ກລ ເຊີ່ງສາມາດປູກໃນພື້ນທີ່ນາຈຳນວນ 433 ຮຕ ແລະ ໃຫ້ຜົນຜະລິດໄດ້ 1,329 ໂຕນ, ສະໜອງຝຸ່ນຄອກເພື່ອປັບປຸງດີນນາຫລັງການປັບໄດ້ 1,319 ໂຕ່ນ, ສະໜອງຝຸ່ນເຄມີໃຫ້ທາງຊາວນາລວມທັງໝົດ 55,2 ໂຕນ, ຈັດຝຶກອົບຮົມເຕັກຕິກຕ່າງໆໃຫ້ຊາວນາໄດ້ 525 ຄົນ, ສາມາດຍົກສະມັດຕະພາບຈາກ 2,837 ກລ/ຮຕ (2023) ເປັນ 3,434 ກລ/ຮຕ (2024) ເພີ່ມຂື້ນ 21 % ນອກຈາກນີ້ຍັງໄດ້ຕິດຕັ້ງໂຮງອົບເມັດເຂົ້າທີ່ສາມາດບັນຈຸໄດ້ 45 ໂຕ່ນ, ໂຮງຄັດເມັດພັນເຂົ້າ, ໂຮງສີເຂົ້າທັນສະໄໝ ແລະ ສາງເກັບມ້ຽນເຂົ້າ ເພື່ອຮັບໃຊ້ການຜະລິດຂອງກຸ່ມເປົ້າໝາຍທີ່ເຂົ້າຮ່ວມໂຄງການ ແລະ ຮັບໃຫ້ບໍລິການພາຍນອກກຸ່ມເປົ້າໝາຍໂຄງການ ເພື່ອສ້າງລາຍຮັບໃຫ້ຊາວນາເພີ່ມຕື່ມໄດ້.
ໂຄງການສ້າງໂອກາດໃຫ້ຊາວນາເຂົ້າເຖີງແນວພັນໃຫມ່ ທີ່ປັບໂຕຕໍ່ການປ່ຽນແປງດິນຟ້າກາດ ໂດຍການນໍາໃຊ້ແນວພັນເຂົ້າທົນນ້ຳຖ້ວມ ເພື່ອຄ້ຳປະກັນສະບຽງອາຫານໃນ ສປປ ລາວແມ່ນໄດ້ຈັດຕັ້ງປະຕິບັດເລີ່ມປີ 2024 ຈົນຮອດປີ 2026 ຢູ່ 4 ແຂວງເປົ້າໝາຍຄື: ແຂວງຫຼວງນ້ຳທາ, ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ. ໃນປີ 2023 ໂຄງການ ໄດ້ປ່ອຍແນວພັນທີ່ພັດທະນາຂື້ນມາໃໝ່ ຈໍານວນ 4 ແນວພັນ ອອກສູ່ການຜະລິດ ຄື: ຫອມຫລວງນ້ຳທາ2 (HLNT2), ຫອມທ່າດອກຄຳ17 (HTDK17), ຫອມທ່າສະໂນ13 (HTSN13) ແລະ ຫອມໂພນງາມ7 HPNG7) ເຊິ່ງເປັນແນວພັນເຂົ້າຫອມ, ທົນທານຕໍ່ກັບນໍ້າຖ້ວມ ແລະ ທົນທານຕໍ່ກັບພະຍາດເຂົ້າທີ່ສໍາຄັນໃນ ສປປລາວ. ເພື່ອເຮັດໃຫ້ຊາວນາ ໄດ້ເຂົ້າເຖິງການນໍາໃຊ້ແນວພັນໃໝ່ ເພືື່ອທໍາການຜະລິດ ສໍາລັບຄໍ້າປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້ານັ້ນ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຜະລິດ ເມັດພັນລຸ້ນ2 ເພື່ອມອບແນວພັນດັ່ງກ່າວ ໃຫ້ທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງ , ວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ສູນຄົ້ນຄວ້າກະສິກຳພາກຕ່າງໆ ລວມທັງໝົດຈຳນວນ 45,800 ກລ ເພື່ອນໍາໄປແຈກຍາຍໃຫ້ ພະນັກງານ ແລະ ຊາວນາ ນໍາໄປທົດລອງນໍາໃຊ້ ປູກໃນພື້ນທີ່ ທີ່ມີຄວາມສຽງກັບໄພນໍ້າຖ້ວມ ເຊິ່ງສາມາດປູກໄດ້ໃນເນື້ອທີ່ທັງໝົດ 763 ຮຕ ຊື່ງຈະໃຫ້ຜົນຜະລິດໄດ້ເຖີງ 2,290 ໂຕ່ນ.
ເຊີ່ງຜ່ານມາທາງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ່ມອບແນວພັນເຂົ້າດັ່ງກ່າວໃຫ້ ພະແນກ ກະສິກໍາປ່າໄມ້ 4 ແຂວງ ເປົ້າໝາຍໂຄງການຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ, ສະຫວັນນະເຂດ, ຫຼວງນ້ຳທາ. ໃນຕອນບ່າຍຂອງວັນທີ 6 ມິຖຸນາ 2025 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ຈັດພິທີມອບ-ຮັບ ແນວພັນເຂົ້າຫອມທ່າດອກຄຳ 15 ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວັນ ໂດຮ່າ ຫົວໜ້າສູນ KOPIA ປະຈຳ ສປປ ລາວ ແລະ ທ່ານ ບົວຄຳ ສີສົງຄາມ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, ມີຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ ເມືອງໄຊທານີ, ນັກຄົ້ນຄວ້າ ຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ພະແນກບໍລິຫານ ແລະ ແຜນການ, ທ່ານ ນາຍບ້ານ ບ້ານໂພນຕ້ອງ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວເຂົ້າຮ່ວມຢ່າງພ້ອມພຽງ.








Users Today : 177
Users Yesterday : 54
This Month : 231
This Year : 79657
Total Users : 787647