
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
GRIN-Global Community Edition (GGCE) ເປັນລະບົບຈັດການ ຖານຂໍ້ມູນທະນາຄານເຊື້ອພັນ (Genebank) ທີ່ຈະຊ່ວຍຈັດຄວາມເປັນລະບຽບໃນການບັນທຶກ ຂອງທະນາຄານເຊື້ອພັນໃນຖານຂໍ້ມູນ ທີ່ສາມາດຄົ້ນຫາໄດ້ ຊຶ່ງມັນເປັນວຽກທີ່ຊັບຊ້ອນ ສໍາລັບພະນັກງານຈັດການຂໍ້ມູນຂອງທະນາຄານເຊື້ອພັນ. ດັ່ງນັ້ນ, ຕ້ອງມີການອັບເດດຖານຂໍ້ມູນຢ່າງຕໍ່ເນື່ອງເປັນແຕ່ລະໄລຍະ.
GGCE ເປັນທາງເລືອກທີ່ເໝາະສົມ ມັນຈະຊ່ວຍໃຫ້ພະນັກງານຂອງທະນາຄານເຊື້ອພັນທຸກຄົນ ສາມາດລວບລວມ ແລະ ໃຊ້ຂໍ້ມູນໄດ້ຢ່າງສະດວກ ໃນເວລາທີ່ເຮັດວຽກຕັ້ງແຕ່ການຄົ້ນຫາ, ການຈັດການ, ການຕິດຕາມ, ການປະເມີນວັດສະດຸ ແລະ ການແຈກຢາຍໃຫ້ກັບລູກຄ້າ, ການໃສ່ບາໂຄດທີ່ຖືກຕ້ອງ ສາມາດເຮັດໃຫ້ວຽກງານນີ້ສະດວກສະບາຍຂຶ້ນ ດ້ວຍ GGCE, ທະນາຄານເຊື້ອພັນຂອງສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ (ນາພອກ) ຈະມີຂໍ້ມູນປັດຈຸບັນ ກ່ຽວກັບຕົວຢ່າງທຸກຕົວຢ່າງທີ່ທ້ອນໂຮມໄດ້ ຊ່ວຍໃຫ້ພະນັກງານກໍານົດລໍາດັບຄວາມສໍາຄັນຂອງກິດຈະກໍາ ແລະ ຈັດສັນຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດໄດ້ດີຂຶ້ນ.
ໃນລະຫວ່າງວັນທີ 5 ພຶດສະພາ 2025 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ການສ້າງຄວາມອາດສາມາດກ່ຽວກັບ GRIN-Global Community Edition (GGCE) ສໍາລັບການຄຸ້ມຄອງຂໍ້ມູນຂອງທະນາຄານເຊື້ອພັນ ຫຼື Genebank ແລະ ການປະຕິບັດງານຫຼັກ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ສີວຽງແຂກ ພົມມະລາດ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ (ນາພອກ), ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຊຶ່ງມີ ທ່ານ ປອ ກູ່ຄຳ ຫົວໜ້າກຸ່ມວຽກທະນາຄານເຊື້ອພັນ (Genebank) ພ້ອມດ້ວຍນັກສຳມະນາກອນມາຈາກກຸ່ມວຽກທະນາຄານເຊື້ອພັນ (Genebank) ທັງໝົດ 9 ທ່ານ ຍິງ 4 ທ່ານ ເຂົ້າຮ່ວມ, ໂດຍການເປັນຄູຝຶກ ຂອງຊ່ຽວຊານທີ່ມາຈາກປະເທດນໍເວ.
ຈຸດປະສົງ ເພື່ອໃຫ້ພະນັກງານໄດ້ຮຽນຮູ້ການນຳໃຊ້ລະບົບຖານຂໍ້ມູນແບບໃໝ່ ໃນການຈັດການຖານຂໍ້ມູນທະນາຄານເຊື້ອພັນ ແລະ ການປະຕິບັດງານສຳຄັນຕ່າງໆ ໃນທະນາຄານເຊື້ອພັນ.













Users Today : 233
Users Yesterday : 54
This Month : 287
This Year : 79713
Total Users : 787703