National Agriculture and Forestry Research Institute

ການແປຮູບຜະລິດຕະພັນ ຫຼື ການປຸງແຕ່ງອາຫານໃຫ້ເປັນຜະລິດຕະພັນເພື່ອສ້າງມູນຄ່າເພີ່ມໃຫ້ປະເພດພືດ ກະສິກຳ, ໃຫ້ມີຄວາມຫຼາກຫຼາຍໃນຮູບແບບເປັນຜະລິດຕະພັນແຫ່ງ, ການໝັກດອງ, ເປັນຜັງ, ການກວນ, ເປັນນໍ້າແລະ ອື່ນໆ ໃນຮູບແບບທີ່ເປັນເຄື່ອງບໍລິໂພກ ແລະ ອຸປະໂພກ, ຊຶ່ງມີລົດຊາດ ແຕກຕ່າງກັນຕາມແຕ່ລະຊະນິດຂອງຜະລິດຕະ ພັນ, ເພື່ອໃຫ້ຜູ້ບໍລິໂພກສາມາດເລືອກໃຊ້ບໍລິການໄດ້ຫຼາຍຮູບແບບ, ການນໍາຜະລິດຕະພັນຈາກພືດກະສິກຳມາແປຮູບ ຫຼື ປຸງແຕ່ງ ກໍ່ແມ່ນການຍົກລະດັບ ແລະ ຮັບປະກັນເລື່ອງສະບຽງອາຫານໃນເວລາຂາດແຄນອາຫານ ຫຼື ຜົນຜະລິດນອກ ລະດູທີ່ຫາຍາກ. ທັງນີ້ຍັງສາມາດເກັບຮັກສາໄວ້ກິນໄດ້ດົນນານ ຫຼື ເປັນການຖະໜອມອາຫານໄດ້ເປັນຢ່າງດີ. ທີ່ສໍາຄັນ ຊ່ວຍເພີ່ມມູນຄ່າ ຈາກຜະລິດຕະພັນສິດ ມາເປັນສິນຄ້າທີ່ມີລາຄາສູງຂື້ນ ແລະ ຍັງເປັນການຫຼຸດບັນຫາຜົນຜະລິດໃນ ລະດູການລົ້ນຕະຫຼາດ ທີ່ເຮັດໃຫ້ລາຄາຕົກຕໍ່າ ແລະ ເສຍຫາຍຈາກການບໍລິໂພກບໍ່ຫວງທັນ, ພ້ອມນີ້ ຍັງ ເປັນການເພີ່ມ ລາຍຮັບ ແລະ ສ້າງອາຊີບ ວຽກເຮັດງານທຳໃຫ້ຄອບຄົວ ຫຼື ຊຸມຊົນ. ທັງນີ້ການທີ່ຈະຮຽນຮູ້ເຕັກນິກວິທີການແປຮູບ ຫຼື ປຸງແຕ່ງໃຫ້ຖືກຕ້ອງ ໃຫ້ຜົນໄດ້ຮັບທີ່ດີ ແລະ ມີຄຸນນະພາບ, ຕ້ອງໄດ້ຮຽນຮູ້ຈາກວິຊາການທີ່ມີຄວາມຊຳນິຊຳນານ, ມີ ຄວາມຮູ້ ແລະ ມີປະສົບປະການໃນການປຸງແຕ່ງ ແລະ ຍັງຕັ້ງຮູ້ຫຼັກການກ່ຽວກັບມາດຕະຖານອາຫານທີ່ປອດໄພເປັນ ພື້ນຖານຫຼັກ ເພື່ອເພີ້ມຄວາມສາມາດໃຫ້ ວຽກງານປຸ່ງແຕ່ງ ໄດ້ຕາມມາດຖານແລະຮັບຜົນທີ່ດີທີ່ສຸດ.

ໃນລະຫວ່າງວັນທີ 21-25 ເມສາ 2025 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຮ່ວມກັບ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: “ການຝຶກອົບຮົມທາງດ້ານເຕັກນິກການປຸງແຕ່ງອາຫານຂອງຜະລິດຕະພັນເຂົ້າ ແລະ ໄມ້ໃຫ້ໝາກເປັນສິນຄ້າ ຢູ່ທີ ຫ້ອງປະຊຸມສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບ້ານຫາດດອກແກ້ວ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການ JMIF-IRRI. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີທ່ານ ປອ. ສີວຽງແຂກ ຫົວໜ້າ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ມີນັກສຳມະນາກອນທີ່ມາຈາກຫຼາຍພາກສ່ວນຄື: ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າກະສິກຳເຂດເນີນສູງ, ສູນຄົ້ນຄວ້າກະສິກຳທ່າສະໂນ, ສູນຄົ້ນຄວ້າກະສິກຳພາກໃຕ້, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລແຫ່ງຊາດ (ຄະນະກະເສດສາດ), ສູນມາດຕະຖານກະສິກຳສະອາດ ແລະ ພາກສ່ວນທີ່ກ່ຽວຂ້ອງຫຼາຍກວ່າ 40 ທ່ານ. ໂດຍການເປັນຄູຝຶກ ຂອງອາຈານທີ່ມາຈາກ ມະຫາວິທະຍາໄລລອດບາໂນສ, ໃນສະຖາບັນວິທະຍາສາດການອາຫານ ປະເທດ ຟີລິບປິ່ນ.

ເຊິ່ງຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງຄວາມອາດສາມາດ ໂດຍສະເພາະແມ່ນກຸ່ມແມ່ຍິງໃນການແປຮູບຜະລິດຕະພັນ ເພື່ອຍົກ ລະດັບເຕັກນິກວິທີການ ແລະ ມາດຕະຖານຂອງຜະລິດຕະພັນສິນຄ້າໃຫ້ສູງຂຶ້ນ, ເພື່ອເຂົ້າໃຈຫຼັກການພື້ນຖານ ແລະ ເຕັກນິກ ຂອງການປຸງແຕ່ງໝາກໄມ້, ພືດຜັກ ແລະ ເຂົ້າ, ໃນການເພີ່ມມູນຄ່າ ຂອງຜະລິດຕະພັນ ແລະ ຫຼັກເກນພື້ນຖານ ອາຫານທີ່ປອດໄພ ແລະ ອື່ນໆ.

ກິດຈະກຳຂອງການຝຶກອົບຮົມ ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ນັກສາມະນາກອນມີຄວາມ ຄຶກຄື້ນມວນຊື່ນ ເຊິ່ງນັກສຳມະນາກອນ ແລະ ຄູຝຶກມີການສົນທະນາຖາມຕອບເພື່ອເກັບກຳຂໍ້ມູນເຕັກນິກຕ່າງໆເພື່ອຈະ ນຳໄປຈັດຕັ້ງປະຕິບັດໃນອະນາຄົດ. ການຝຶກອົບຮົມໃນຄັ້ງນີ້ມີຄວາມປະສົບຜົນສຳເລັດ ແລະ ປິດລົງດ້ວຍຄວາມ ຈົບງາມເປັນຢ່າງດີ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້