

ໃນປັດຈຸບັນເນື້ອທີ່ການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (ປີ2023) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕ່ນ, ແຕ່ສະຖາບັນມີຄວາມສາມາດໃນການຜະລິດເມັດພັນພຽງແຕ່ ປີລະ 5-10 ໂຕ່ນ ບໍ່ຮອດ 1% ຂອງຄວາມຕ້ອງການ ເນື່ອງຈາກມີຂໍ້ຈຳກັດດ້ານພື້ນທີ່ການຜະລິດເມັດພັນ ( ພື້ນທີ່ເຮັດການຄົ້ນຄວ້າ ແລະ ພື້ນທີ່ຜະລິດເມັດພັນແມ່ນອັນດຽວກັນ. ເມື່ອເຫັນໄດ້ເຖິງບັນຫານັ້ນ ທາງສະຖາບັນຈຶ່ງຫາຜູ້ປະກອບການທີ່ມີຄວາມສົນໃຈຮ່ວມມື ແລະ ໄດ້ ບໍລິສັດ ຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວມີຈຸດປະສົງ ຕ້ອງການຮ່ວມມືໃນການຜະລິດເມັດພັນສາລີແຂງລູກປະສົມ ກັບສະຖາບັນ ເພື່ອຕອບສະໜອງເມັດພັນທີ່ມີຄຸນນະພາບໃຫ້ກັບສັງຄົມ ແລະ ຕອບສະໜອງວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້.
ໃນຕອນເຊົ້າຂອງວັນທີ 4 ມີນາ 2025 ທີ່ຫ້ອງປະຊຸມພະແນກບໍລິຫານ ແລະ ແຜນການ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີເຊັນສັນສາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໃນການຮ່ວມກັນທົດລອງຜະລິດເມັດພັນ ສາລີແຂງລູກປະສົມ NWS 25. ຕາງໜ້າຝ່າຍສະຖາບັນ ລົງນາມເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ສີວຽງແຂກ ພົມມະລາດ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ , ຕາງໜ້າ ຝ່າຍ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໂດຍທ່ານ ຕ່ຽວກ່ວງອານ ອຳນວຍການ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ໂດຍການເຂົ້າຮ່ວມຂອງ ທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ມີທ່ານ ນາງ ປອ ໃຈ ບຸນພະນຸໄຊ ອາດີດຫົວໜ້າ ສະຖາບັນ, ຕາງໜ້າຈາກ ກົມປູກຝັງ, ມີພະນັກງານວິຊາການທີ່ກ່ຽວຂ້ອງຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ເຂົ້າຮ່ວມເປັນສັກຂີພິຍານ.






ຂ່າວໂດຍ: ທ. ຄຳພັນ ສຸນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ





Users Today : 225
Users Yesterday : 54
This Month : 279
This Year : 79705
Total Users : 787695