
ໃນລະຫວ່າງ ວັນທີ 26-27 ກຸມພາ 2025 ນີ້, ທີ່ສູນຄົ້ນຄວ້າກະສິກຳເຂດເນີນສູງ, ບ້ານ ຫ້ວຍໂຄດ ເມືອງ ຊຽງເງິນ ແຂວງຫຼວງພະບາງ ໄດ້ມີພິທີເປີດຊຸດຝຶກອົບຮົມ ພາກປະຕິບັດການຜະລິດເຂົ້າທັນສະໄໜ ແລະ ການປູກແບບຢືນຍົງ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສີວຽງແຂກ ພົມມະລາດ ຫົວໜ້າສູນຄົ້ນຄວ້າ ແລະ ພືດເສດຖະກິດ ກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ຢີຢາງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ທ່ານ ນາງ ສິລິພອນ ຈັນທະລາ ຫົວໜ້າຫ້ອງການຄົ້ນຄວ້າເຂົ້າສາກົນ ປະຈຳ ສປປ ລາວ IRRI, ມີທ່ານ ຄຳຫຼ້າ ພັນທະບູນ ຫົວໜ້າ ສູນຄົ້ນຄວ້າກະສິກຳ ເຂດເນີນສູງ, ທ່ານ ນ. ຄຳໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ມີນັກສຳມະນາກອນ ຈາກ ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ, ແຂວງ ອຸດົມໄຊ, ແຂວງ ໄຊຍະບູລີ, ແຂວງ ຊຽງຂວາງ, ທີມງານອາຈານຈາກ ມະຫາວິທະຍາໄລສຸພານຸວົງ, ທີມງານຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງເງິນ, ເມືອງນານ, ທີມວິຊາການຈາກສູນຄົ້ນຄວ້າກະສິກຳຫຼວງນໍ້າທາ, ທີມງານສູນຄົ້ນຄວ້າກະສິກຳເຂດເນີນສູງ, ກຸ່ມຊາວນາຜູ້ຜະລິດເຂົ້າ ຈາກບ້ານໃກ້ຄຽງ ເຂດເມືອງນານ ແລະ ເມືອງຊຽງເງິນ ແລະ ທີມງານຄູຝຶກທີ່ມາຈາກ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ຜູ້ຕາງໜ້າຈາກໂຄງການພັດທະນາຄວາມສາມາດກອງທຶນການເຊື່ອມໂຍງຍີ່ປຸ່ນ-ອາຊຽນສໍາລັບເຄືອຄ່າຍເຂົ້າອາຊຽນ ອີຣີ ລວມທັງໝົດ 45 ທ່ານ ຍິງ 12 ທ່ານ.
ໃນທີ່ປະຊຸມ ທ່ານ ປອ ສີວຽງແຂກ ພົມມະລາດ ໄດ້ກ່າວເປີດ ແລະ ມີຄຳເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມຝຶກອົບຮົມທ້າງດ້ານວິຊາການຄັ້ງນີ້ ມີຄວາມສໍາຄັນຫຼາຍເນື່ອງຈາກເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ແລະ ກຸ່ມຊາວນາຜູ້ຜະລິດເຂົ້າ ໄດ້ຮຽນຮູ້ພື້ນຖານລະບົບການຜະລິດເມັດພັນເຂົ້າ, ການຄັດເລືອກແນວພັນທີ່ເໝາະສົມ, ການປູກ, ການຈັດການນໍ້າ, ການຈັດການຝຸ່ນ, ການຈັດການສັດຕູພືດ, ການເກັບກ່ຽວ ແລະ ການຈັດການຫຼັງເກັບກ່ຽວ; ຊ່ວຍພັດທະນາທັກສະການເປັນຄູຝຶກ ໃຫ້ແກ່ພະນັກງານວິຊາການ, ນັກຄົ້ນຄວ້າ, ອາຈານ ແລະ ກຸ່ມຊາວນາຜູ້ຜະລິດເຂົ້າ; ແລກປຽ່ນຄວາມຮູ້ເຊິ່ງກັນ ແລະ ກັນ, ໃຫ້ສາມາດພັດທະນາແຜນການຮຽນຮູ້ເພື່ອຂະຫຍາຍການຮຽນຮູ້ໃຫ້ແກ່ຊາວກະສິກອນໃນພື້ນທີ່ໃຫ້ກ້ວາງຂວາງຂື້ນ.
ໂອກາດນີ້ ທ່ານໄດ້ແຮກຮ້ອງໃຫ້ ສຳມະນາກອນ ພ້ອມກັນຄົ້ນຄວ້າຮັບຟັງ, ຕິດຕາມ ແລະຮຽນຮູ້ຖອດຖອນບົດຮຽນຈາກທີມຄູຝຶກ ທີ່ມາສອນໃນຄັ້ງນີ້ ເພື່ອມານໍາໃຊ້ເຂົ້າໃນວຽກງານ ແລະສາມາດນຳເອົາຄວາມຮູ້ໄປພັດທະນາສ້າງເປັນແຜນ ເພື່ອຂະຫຍາຍການຮຽນຮູ້ໃຫ້ແກ່ຊາວກະສິກອນ ໃນພື້ນທີ່ຂອບຕົນໃຫ້ກວ້າງຂວາງຂື້ນ ພ້ອມທັງຮັບປະກັນໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.
ກອງປະຊຸມໄດດຳເນີນເປັນເວລາ 2ມື້ ເຊິ່ງມື້ທີ 1 ແມ່ນຈະໄດ້ຮຽນຮູ້ ແລະ ທຳຄວາມເຂົ້າໃຈກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນກະທົບຕໍ່ການປູກເຂົ້າ, ຮຽນຮູ້ກ່ຽວກັບນິເວດຂອງການຜະລິດເຂົ້າໃນລາວເຮົາ, ຮຽນຮູ້ຫຼັກການໃນການຈັດການສັດຕູພືດແບບປະສົມປະສານ, ການກະກຽມແຜນການປູກ ແລະ ເຕັກນິກການປູກເຂົ້າ. ແລະ ມື້ທີ 2 ເປັນການຝຶກໂດຍເນັ້ນໃສ່ບັນດາເຕັກນິກຕ່າງໆເຊັ່ນ: ເຕັກນິກການຈັດການນ້ຳ, ຝຸ່ນ, ແມງໄມ້ສັດຕູພືດ, ເຕັກນິກການເຮັດນາຢອດ-ນາຫວ່ານ, ເຕັກນິກການເກັບກ່ຽວ, ວິທະຍາການຫຼັງເກັບກ່ຽວ ນອກຈາກນີ້ຍັງໄດ້ຮຽນຮູ້ກ່ຽວກັບເຕັກນິກການປູກພືດເສດຖະກິດເຊັ່ນ: ສາລີ, ຖົ່ວ ແລະ ມັນຕົ້ນອີກດ້ວຍ.







ຂ່າວ: ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ
ພາບ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້




Users Today : 273
Users Yesterday : 54
This Month : 327
This Year : 79753
Total Users : 787743