

ໃນລະຫວ່າງວັນທີ 13-14 ກຸມພາ 2025 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຈັດຝຶກອົບຮົມ ພາກປະຕິບັດໃນການຜະລິດເຂົ້າທັນສະໄໝ ແລະ ການປູກແບບຍືນຍົງ, ຢູ່ທີສູນຄົ້ນຄວ້າກະສິກຳ ທ່າສະໂນ, ແຂວງ ສະຫວັນນະເຂດ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ສິລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາງ ມະລິລຳມອນ ຖັນຕະເທດ ຕາງໜ້າຈາກຂະແໜງປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ແລະ ທ່ານ ນາງ ສິລິພອນ ຈັນທະລາ ຫົວໜ້າຫ້ອງການຄົ້ນຄວ້າເຂົ້າສາກົນ ປະຈະ ສປປ ລາວ IRRI , ມີທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າສະໂນ, ທ່ານ ນາງ ຄຳໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ມີນັກສຳມະນາກອນຈາກຂະແໜງປູກຝັງ, ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ, ອາຈານຈາກ ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຈຳປາສັກ, ວິຊາການຈາກສູນພັດທະນາກຳສິກຳ ເຊບັ້ງໄຟ, ສູນຄົ້ນຄວ້າກະສິກຳ ພາກໃຕ້, ສູນທ່າສະໂນ ແລະ ຊາວນາຜູ້ຜະລິດເຂົ້າຈາກ 3 ບ້ານໃກ້ຄຽງໃນ ແຂວງສະຫວັນນະເຂດ, ພ້ອມດ້ວຍຄູຝຶກທີ່ມາຈາກ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ.
ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ແລະ ກຸ່ມຊາວນາຜູ້ຜະລິດເຂົ້າ ໄດ້ຮຽນຮູ້ພື້ນຖານລະບົບການຜະລິດເມັດພັນເຂົ້າ, ການຄັດເລືອກແນວພັນ, ການປູກ, ການຈັດການຝຸ່ນ, ການຈັດການສັດຕູພືດ, ການຈັດການນຳ້ ແລະ ການຈັດການຫຼັງເກັບກ່ຽວ ເຊິ່ງຈະຊ່ວຍພັດທະນາທັກສະການເປັນຄູຝຶກໃຫ້ແກ່ພະນັກງານ ເມືອງ, ແຂວງ ແລະ ກຸ່ມຊາວນາຜູ້ຜະລິເຂົ້າ, ເພື່ອແລກປ່ຽນຄວາມຮູ້ ແລະ ຄວາມຊຳນານໃຫ້ແກ່ຊາວກະສິກອນໃຫ້ການສ້າງຄວາມເຂັ້ມແຂງໃຫ້ກາຍເປັນຜູ້ຜະລິດແນວພັນເຂົ້າຢູ່ໃນຊຸມຊົນຂອງຕົນໃນການພັດທະນາແຜນການຮຽນຮູ້ໃຫ້ຊາວກະສິກອນໃນພື້ນທີ່ໃຫ້ກ້ວງຂວາງຂຶ້ນ.
ໂດຍອີງຕາມແຜນການຈັດຕັ້ງປະຕິບັດຂອງ ໂຄງການພັດທະນາຄວາມສາມາດກອງທຶນການເຊື່ອມໂຍງຍີ່ປຸ່ນ-ອາຊ່ຽນສຳລັບເຄືອຄ່າຍເຂົ້າອາຊຽນ ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ ( JAIF-IRRI) ປີ 2024-2025 ຮ່ວມກັບສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ເຊິ່ງວ່າ ໂຄງການພັດທະນາຄວາມສາມາດກອງທຶນການເຊື່ອມໂຍງຍີ່ປຸ່ນ-ອາຊ່ຽນສຳລັບເຄືອຄ່າຍເຂົ້າອາຊຽນ ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ ເປັນຜູ້ສະໜັບສະໜູນດ້ານງົບປະມານ.
ກອງປະຊຸມໄດດຳເນີນເປັນເວລາ 2ມື້ ເຊິ່ງມື້ທີ 1 ແມ່ນຈະໄດ້ຮຽນຮູ້ ແລະ ທຳຄວາມເຂົ້າໃຈກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນກະທົບຕໍ່ການປູກເຂົ້າ, ຮຽນຮູ້ກ່ຽວກັບນິເວດຂອງການຜະລິດເຂົ້າໃນລາວເຮົາ, ຮຽນຮູ້ຫຼັກການໃນການຈັດການສັດຕູພືດແບບປະສົມປະສານ, ການກະກຽມແຜນການປູກ ແລະ ເຕັກນິກການປູກເຂົ້າ. ແລະ ມື້ທີ 2 ເປັນການຝຶກໂດຍເນັ້ນໃສ່ບັນດາເຕັກນິກຕ່າງໆເຊັ່ນ: ເຕັກນິກການຈັດການນ້ຳ, ຝຸ່ນ, ແມງໄມ້ສັດຕູພືດ, ເຕັກນິກການເຮັດນາຢອດ-ນາຫວ່ານ, ເຕັກນິກການເກັບກ່ຽວ, ວິທະຍາການຫຼັງເກັບກ່ຽວ ນອກຈາກນີ້ຍັງໄດ້ຮຽນຮູ້ກ່ຽວກັບເຕັກນິກການປູກພືດເສດຖະກິດເຊັ່ນ: ສາລີ, ຖົ່ວ ແລະ ມັນຕົ້ນອີກດ້ວຍ.
ພາບ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ຂ່າວ: ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ





















Users Today : 223
Users Yesterday : 54
This Month : 277
This Year : 79703
Total Users : 787693