
ໃນຕອນເຊົ້າຂອງວັນທີ 06/2/2025 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບທີມງານວິຊາການຂອງໂຄງການ SARLI ແລະ ກຸ່ມຊາວກະສິກອນ ຈາກ 4 ເມືອງເປົ້າໝາຍຂອງໂຄງການ ຄື: ເມືອງວັງວຽງ, ເມືອງວຽງຄໍາ, ເມືອງຫີນເຫີບ ແລະ ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 30 ຄົນ ທີ່ລົງມາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ ພ້ອມທັງການແປຮູບຜະລິດຕະພັນກະສິກໍາ.
ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ຂອງຊາວກະສິກອນແຂວງວຽງຈັນ ໃນຄັ້ງນີ້ ທ່ານນຫົວໜ້າສູນ ສຜໝ ໄດ້ເລີ່ມບັນລະຍາຍກ່ຽວກັບພະລະບົດບາດຂອງສູນ ແລະ ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ລົງຢ້ຽມຢາມເບິ່ງພື້ນທີ່ການຜະລິດເມັດພັນ ແລະ ເຕັກນິກຕ່າງໆ ທີ່ໃຊ້ເຂົ້າໃນການຜະລິດ ໂດຍສະເພາະກິດຈະກໍາທີ່ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ຫ້ອງແລັບສໍາລັບການຄົ້ນຄວ້າທົດລອງ, ຫ້ອງແພັກເມັດພັນ, ຫ້ອງເກັບຮັກສາເມັດພັນ, ການຈັດການການໃຫ້ນໍ້າແກ່ພືດຜັກ ແລະ ການປູກຜັກໃນລະບົບເຮືອນຮົ່ມທີ່ເໝາະສົມໃນສະພາບເງື່ອນໄຂຂອງລາວ. ໃນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານພືດຜັກ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ, ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.







ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC)




Users Today : 261
Users Yesterday : 54
This Month : 315
This Year : 79741
Total Users : 787731