National Agriculture and Forestry Research Institute

ໃນລະຫວ່າງວັນທີ 26 – 28 ພະຈິກ 2024 ສູນຄົ້ນຄວ້າປ່າໄມ້, ໂຄງການພັດທະນາເຄືອຂ່າຍສຸຂະພາບປ່າໄມ້ ແລະ ຄວາມປອດໄພຊີວະພາບ “ ACIAR-FST/2020/123” ໄດ້ເປີດຝຶກອົບຮົມຫົວຂໍ້: ການເຝົ້າລະວັງສຸຂະພາບປ່າໄມ້ ທີ່ຫ້ອງປະຊຸມສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ. ໄພທູນ ມູນເສນາ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າປ່າໄມ້, ຕາງໜ້າຈາກສູນປ້ອງກັນພືດ, ຕາງໜ້າຈາກບໍລິສັດບົວລະພາ, ຕ່າງໜ້າຈາກບໍລິສັດ Mekong Timber Platation, ຕາງໜ້າຈາກຄະນະປ່າໄມ້, ຕາງໜ້າຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ຈຳນວນທັງໝົດ 28 ທ່ານ. ຍີງ 9 ທ່ານ. ໂດຍການເປັນຄູຝຶກຂອງຊ່ຽວຊານທີ່ມາຈາກປະເທດ Australia ຄື: ທ່ານ ນາງ Janet McDonald ແລະ ທ່ານ ນາງ Sarah Dodd.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ແມ່ນ: 1. ເພື່ອເປັນການສຳຫຼວດພະຍາດ ແລະ ແມງໄມ້ສັດຕູພືດຂອງປ່າໄມ້, 2.ເຕັກນິກການປ້ອງກັນພືດ ( ການວາງກັບດັກ ) ການວິນິໄສຊະນິດແມງໄມ້ສັດຕູພືດໃນຫ້ອງທົດລອງ. ໃນການສ້າງຄວາມເຂັ້ມແຂງ ແລະ ສ້າງເຄືອຂ່າຍໃຫ້ແກ່ນັກຄົ້ນຄວ້າໜຸ່ມ, ບໍລິສັດ ແລະ ຊາວກະສິກອນ, ໃນການສ້າງໃຫ້ປ່າໄມ້ມີສຸຂະພາບທີ່ດີ ແລະ ປ້ອງກັນປ່າໄມ້ ໂດຍສະເພາະແມ່ນສວນປູກໄມ້ວິກ. ລະດັບຄາດໝາຍຂອງການຝຶກອົບຮົມໃນຄູັ້ງນີ້ເພື່ອຮັບປະກັນການວິນິໄສແມງໄມ້ສັດຕູພືດ, ການເກັບກຳຂໍ້ມູນພາກສະໜາມ ແລະ ໃນຫ້ອງທົດລອງທີ່ມີຄວາມລະອຽດ ແລະ ສະດວກໃນການສຶກສາຄົ້ນຄວ້າ, ການເຮັດວຽກຂອງພະນັກງານວິຊາການໃນການນຳໃຊ້ການເກັບຂໍ້ມູນໃນການສຶກສາວິໄຈ, ຄົ້ນຄວ້າ, ທົດລອງແມງໄມ້ໃນຫ້ອງທົດລອງ, ການຄວບຄຸມແມງໄມ້ສັດຕູພືດຂອງໄມ້ວິກໃຫ້ມີຄວາມຊຳນານຂື້ນ.

ໂຄງການນີ້ແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ກໍລະກົດ 2021 ແລະ ຈະສິ້ນສຸດໃນເດືອນ ມິຖຸນາ 2025. ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການມີ 7 ປະເທດ ເຊັ່ນ: ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ໄທ, ຫວຽດນາມ ແລະ ນັກຄົ້ນຄວ້າປະເທດເຈົ້າພາບ (ອົດສະຕາລີ). ຜູ້ຈັດຕັ້ງປະຕິບັດໂຄງການໃນລາວມີ ສູນຄົ້ນຄວ້າປ່າໄມ້, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ), ພະແນກກັກກັນ ແລະ ສູນປ້ອງກັນພືດ (ກົມປູກຝັງ) ນອກນັ້ນຍັງມີພາກເອກະຊົນ ທີ່ລົງທຶນປູກໄມ້ວິກ ເຂົ້າຮ່ວມເຊັ່ນ: ບໍລິສັດບົວລະພາ, ບໍລິສັດແມ່ຂອງປູກໄມ້, ບໍລິສັດຊັນເປເປີ ແລະ ຊາວກະສິກອນທີ່ປູກຝັງ.

ສະນັ້ນ, ໂຄງການ ການສ້າງເຄືອຄ່າຍສຸຂະພາບປ່າໄມ້ ແລະ ຄວາມປອດໄພທາງຊີວະພາບທີ່ມີປະສິດທິພາບສຳລັບພາກພື້ນແມ່ນ້ຳຂອງ ແລະ ອົດສະຕາລີ ຈຶ່ງໄດ້ມີແນວຄິດເພື່ອຈັດຕັ້ງຝຶກອົບຮົມທາງດ້ານວິຊາການ ການລົງເກັບກຳຂໍ້ມູນພະຍາດແມງໄມ້ສັດຕູພືດຂອງປ່າໄມ້ ແລະ ການວິນິໄສແມງໄມ້ໃນຫ້ອງທົດລອງ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ອ້າຍນ້ອງພະນັກງານ ການປ້ອງກັນພືດ. ການສ້າງທັກສະໃນການສຳຫຼວດ ແລະ ວິໄຈແມງໄມ້ ໃນສວນປູກໄມ້ວິກ ແລະ ການສ້າງທັກສະ ໃນການວາງກັບດັກແມງໄມ້ ໃນດ້ານການນຳເຂົ້າ ແລະ ສົ່ງອອກໃຫ້ມີປະສິດທິພາບສູງຂຶ້ນ.

ໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້