
ກອງປະຊຸມແລກປ່ຽນຄວາມຮູ້ການຍົກຂີດຄວາມສາມາດ, ຄັງປັນຍາລະດັບສູງ ສຳລັບບັນດາປະເທດອາຊ່ຽນ, ໂດຍໄດ້ຮັບການສະໜັບສະໜູນທືນຈາກ ວິທະຍາໄລອາຊີບການຄ້າຕ່າງປະເທດ ຫູໜານ ສປປ ຈີນ ເຊິ່ງຈັດຂຶ້ນຢູທີ່ໂຮງແຮມໂປລີ ນະຄອນຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ່ 13-22 / 11/2024, ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ຍັງລີຫູ ຜູ້ອຳນວຍການຫ້ອງການການເງິນ, ວິທະຍາໄລອາຊີບການຄ້າຕ່າງປະເທດ ຫູໜານ ແລະ ທ່ານ ນາງ ພັນຈິດ ຫົວໜ້າຫ້ອງການຮ່ວມມືລາວຈີນ, ມີແຂກຖືກເຊີນ ຈາກປະເທດ ຫວຽດນາມ,ມາເລເຊຍ ແລະ ສ ປປ ລາວ ກໍ່ມີຫລາຍພາກສ່ວນເຊັ່ນ; ສູນກາງພັກ, ສູນກາງແນວລາວສ້າງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງແຜນການ ແລະ ການລົງທືນ, ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງກະສິກຳ ແລະ ປ່າໄມ້ເຊັ່ນ: ກົມປູກຝັ່ງ, ກົມແຜນການ ແລະ ການຮ່ວມມື, ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ສະຖາບັນຄົ້ນຄົ້ນຄວ້າກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ລວມທັງໝົດ 81 ທ່ານ ຍິງ 35 ທ່ານ.
ຈຸດປະສົງ: ເພື່ອຝຶກອົບຮົມການຄຸ້ມຄອງ ແລະ ການພັດທະນາບັນດາປະເທດອາຊຽນ ເພື່ອບັນຍາຍພາບລວມຂອງຈີນ; ຂະບວນການທາງວິທະຍາສາດ; ການຄຸ້ມຄອງ, ການປະຕິບັດງານຂອງລັດບົນເສັ້ນທາງສາຍໃໝ່
ກອງປະຊຸມໄດ້ດຳເນີນໄປເປັນເວລາ 10 ວັນ ໄດ້ມີການນຳສະໜີ ບົດຮຽນຄັງປັນຍາລະດັບສູງ ຂອງຈີນ ໂດຍມີ 13 ຫົວຂໍ້ຄື: 1) ສະພາບລວມຂອງສະຖານະການແຫ່ງຊາດຂອງຈີນ; 2) ແນວຄວາມຄິດທ່ານສີຈິນຜິງກ່ຽວກັບລັດທິສັງຄົມນິຍົມທີ່ມີລັກສະນະຂອງຈີນໃນຍຸກໃໝ່; 3) ການສ້າງປະຊາຄົມຮ່ວມໃນອານາຄົດ ເພື່ອມະນຸດຊາດ ແລະ ຂໍ້ລິເລີ່ມເສັ້ນທາງສາຍໃໝ່; 4) ຂະບວນການຕັດສິນໃຈທາງວິທະຍາສາດ; 5) ການແກ້ໄຂຄວາມທຸກຍາກຂອງຈີນ; 6) ດຳເນີນການຄົ້ນຄວ້າດ້ວຍປະສິດທິຜົນ; 7) ປະສົມການຂອງຍຸກໃໝ່ ເມືອງ ຟັງຄິນ; 8) ການປັບປຸງທັກສະໃນການສືສານ; 9) ການຮັບຊົມວີດີໂອຕາມການພັດທະນາມາດຖານກໍລະນີສຶກສາວິສາຫະກິດ ແຂວງຫູໜານ; 10) ອານາຄົດ ແລະ ເພື່ອການພັດທະນາສັງຄົມ; 11) ປະສົບການຕົວຈິງໃນຄວາມຄິດໃໝ່ຂອງເມືອງຫູໜານ; 12) ຄວາມຮັບຜິດຊອບຂອງກອງປະຊຸມປຶກສາຫາລືການເມືອງ ປະຊາຊົນຍຸກໃໝ່; 13) ການພັດທະນາປະຊາທິປະໄຕປາຊາຊົນຮອບດ້ານ.
ບົດຮຽນທີ່ຖອດຖອນໄດ້ ໃນການເຂົ້າຮ່ວມສຳມະນາໃນຄັ້ງນີ້ຄື: ຫລັງຈາກທີ່ໄດ້ຮັບຟັງການນຳສະເໜີເຫັນມີຄວາມສຳຄັນຫລາຍໃນການພັດທະທາງດ້ານຄວາມຄິດ, ວິໃສທັດທີ່ກວ້າງໄກ, ເພືອການພັດທະນາອົງກອນໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມເປັນເອກະພາບ ແລະ ມີຄວາມສີວິໄລ; ໂດຍສະເພາະແມ່ນໄວໜຸ່ມທີ່ເປັນໜໍ່ແໜງຂອງຊາດໃຫ້ມີຄວາມຄິດກະຕືລືລົ້ນໃນພັດທະນາຕົນເອງ, ມີແນວຄິດຮັກຊາດ, ຮັກຜືນແຜນດິນເກີດຂອງຕົນເອງ.





ປອ ນ. ຕິກ ນວນທະວົງ, ຮອງຫົວໜ້າພະແນກບໍລິຫານ ແລະ ແຜນການ



Users Today : 257
Users Yesterday : 54
This Month : 311
This Year : 79737
Total Users : 787727