

ໃນລະຫວ່າງວັນທີ 13 – 15 ພະຈິກ 2024 ສູນຄົ້ນຄວ້າເສດຖະກິດຊົນນະບົດ ແລະ ກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ, ໂຄງການສ້າງລະບົບທາງເລືອກດ້ານເຕັກນິກກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດເນີນສູງຂອງ ສປປ ລາວ ໄດ້ເປີດກອງປະຊຸມຝຶກອົບຮົມການປະຕິບັດເຕັກນິກ (CSA) ແລະ ການນຳໃຊ້ຊຸດເຄື່ອງມື ( Tool kits ) ສຳຫຼັບການປູກເຂົ້າ, ພືດກະສິກຳເປັນສິນຄ້າ ແລະ ການລ້ຽງສັດ ທີ່ມີທ່າແຮງຂອງເມືອງເປົ້າໝາຍຂອງໂຄງການສ້າງລະບົບທາງເລືອກດ້ານເຕັກນິກກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດເນີນສູງ ຂອງ ສປປ ລາວ. ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງໃຫ້ກຽດເປັນປະທານໂດຍ ທ່ານ. ຈັນພະສຸກ ຕານພະພອນ ຕາງໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທັງເປັນຜູ້ປະສານງານໂຄງການ.ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີຜູ້ຕາງໜ້າຈາກອົງການສຸພານິມິດ, ສູນອ້ອມຂ້າງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດາທ່ານຜູ້ຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ , ພະແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ແຂວງ ຫຼວງພະບາງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ ທີ່ມາຈາກ 2 ເມືອງຄື: ເມືອງ ໂພນທອງ ແລະ ເມືອງ ວຽງຄໍາມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 51 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ເພື່ອນໍາໃຊ້ເຕັກນິກກະສິກໍາທີ່ແທດເໝາະກັບການປ່ຽນແປງດິນຟ້າອາກາດ CSA ແລະ ການນໍາໃຊ້ຊຸດເຄື່ອງມື (Tool-kits) ສໍາຫຼັບການປູກເຂົ້າ, ພືດກະສິກໍາເປັນສິນຄ້າ ແລະ ການລ້ຽງສັດ ທີ່ມີທ່າແຮງຂອງເມືອງເປົ້າໝາຍຂອງໂຄງການ.







ຂຽນໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້




Users Today : 259
Users Yesterday : 54
This Month : 313
This Year : 79739
Total Users : 787729