National Agriculture and Forestry Research Institute

                                                                                        ຂຽນໂດຍ: ນາງ ແດງ ແກ້ວກ້ອງມີ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນຕອນເຊົ້າຂອງວັນທີ 23/9/2024 ເວລາ 1:30 ໂມງ ທີ່ຜ່ານມາທີ່ຫ້ອງປະຊຸມນອ້ຍຂອງກຸ່ມວຽກຄົ້ນຄວ້າໄມ້ໃຫ້ໝາກ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງໜ່ວຍສະຫະພັນແມ່ຍິງລາວ ປະຈຳປີ 2024 ໂດຍເປັນປະທານເຂົ້າຮ່ວມ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ນາງ ມະນີວອນ ຊ້ອຍດາລາ ປະທານສະຫະພັນແມ່ຍິງ ຂອງໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດວ້ຍສະມະຊິກສະຫະພັນແມ່ຍິງເຂົ້າຮ່ວມທັງໝົດ 10 ສະຫາຍ ຈຸດປະສົງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃນໄລຍະ 1 ປີ ຜ່ານມາສະມຊິກແມ່ຍິງລາວໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ກອງປະຊຸມໄດ້ດຳເນີນໄປຕາມວາລະ ໂດຍເລີ່ມນຳສະເໜີຜົນງານການສຳເລັດຂອງການຈັດຕັ້ງປະຕີບັດແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃນນັ້ນໄລຍະຜ່ານມາ ແລະ ໄດ້ເປີດໂອກາດໃຫ້ແຕ່ລະທ່ານໄດ້ໃຫ້ຄຳຄິດຄຳເຫັນໄດ້ຕີລາຄາ ແລະ ມາດຕະການແກ້ໄຂເນື້ອໃນຂອງບົດລາຍງານ ກອງປະຊຸມເຫັນດີເປັນເອກະພາບຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິດບັດຂໍ້ແຂງຂັ້ນ 3 ດີ ຂອງແມ່ຍິງລາວ ຈາກນັ້ນ ສະຫາຍທ່ານໄພທູນ ມູນເສນາ ຮອງເລຂາໜ່ວຍພັກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນຳໃນການດຳເນີນການຈັດຕັ້ງການຕິລາຄາ ແລະ ໃຫ້ຄະແນນ ໂດຍທ່ານໄດ້ເນັ້ນຢ້ຳໃຫ້ແຕ່ລະສະຫາຍປະກອບຄຳຄິດຄຳເຫັນສ່ອງແສງເຊີ່ງ ແລະ ກັນກົງໄປກົງມາ  1. ພົນລະເມືອງດີ 2. ພັດທະນາດີ 3. ສ້າງຄອບຄົວດີ ສະນັ້ນເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ 

  ກອງປະຊຸມໄດ້ດຳເນີນໄປດ້ວຍດີ ມີການປະກອບຄຳຄິດຄຳເຫັນ ຕຳນິຕິຊົມສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ ເນື້ອໃນຂອງແຕ່ລະສະຫາຍໄດ້ນຳເອົາຄຳຄິດເຫັນ ແລະ ຂໍ້ສະເໜີແນະນຳໄປປັບປຸງຈຸດອ່ອນຂອງຕົນ ແລະ ພັດທະນາຕົນເອງໃນຕໍ່ໜ້າການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກຄົນໄດ້ຮັບຄະແນນປະເພດ ດີຫຼາຍ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 4:00 ໂມງ ດ້ວຍຜົນສຳເລັດ