ພິທີປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຜູ້ເກົ່າ ແລະ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຜູ້ໃໝ່, ເຊິ່ງຈັດຂຶ້ນໃນຕອນບ່າຍຂອງວັນທີ 18 ກັນຍາ 2024 ທີ່ ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານທອງພັດ ວົງມະນີ, ຮອງເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຫົວໜ້າສູນຂັ້ນສອງ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າສະຖາບັນ, ຫົວໜ້າພະແນກ ຮອງພະແນກ, ຫົວໜ້າສູນ, ຮອງສູນ, ພະນັກງານ-ລັດຖະກອນ ອ້ອມຂ້າງສະຖາບັນເຂົ້າຮ່ວມ.
ໃນພິທີ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ, ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ,ປ່າໄມ້ ແລະ ພັດທະນາຊົນນະບົດ ຜູ້ເກົ່າ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາໄດ້ຈັດຕັ້ງປະຕິບັດໜ້າທີ່ ວຽກຄົ້ນຄວ້າວິທະຍາສາດ ເຕັກນິກກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມຍຸດທະສາດການຄົ້ນຄວ້າຂອງຕົນໃນແຕ່ລະໄລຍະໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ຜ່ານການຈັດຕັ້ງປະຕິບັດແຕ່ເດືອນ 01-09 ປີ 2024 ສກປພ ໄດ້ພັດທະນາເຕັກນິກ ແລະ ເຕັກໂນໂລຊີ, ສ້າງຕົວຢ່າງຮູບແບບການຜະລິດ, ຄົ້ນຄວ້າວາງກອບໃນການຄຸ້ມຄອງ ແລະ ການຊຸກຍູ້ ຂະບວນການຜະລິດຂອງຂະແໜງການ, ໃຫ້ການແນະນໍາເຕັກນິກວິຊາການແກ່ສັງຄົມ ໃນຂົງເຂດພັດທະນາ ກະສິກໍາ ແລະ ປ່າໄມ້ ໄດ້ເປັນຢ່າງດີ, ຄຽງຄູ່ກັບ ໝາກຜົນສໍາເລັດດັ່ງກ່າວ ສກປພ ຍັງໄດ້ປະເຊີນກັບສິ່ງທ້າທາຍຈາກການເຕີບໂຕ ທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ຊຶ່ງມັນໄດ້ເຮັດໃຫ້ ສກປພ ສາມາດຖອດຖອນໄດ້ບົດຮຽນ ແລະ ມີຜົນສໍາເລັດໃນແຜນງານການຄົ້ນຄວ້າຂອງຕົນ.
ໂອກາດນີ້ ທ່ານທອງພັດ ວົງມະນີ, ຮອງເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ສາມາດຈັດຕັ້ງປະຕິບັດຜ່ານມາ ພ້ອມນີ້ຍັງໄດ້ສະເໜີໃຫ້ຮັກສາການຜູ້ໃໝ່ ສືບຕໍ່ປັບປຸງວຽກພັກ-ພະນັກງານ ໃຫ້ດີຂຶ້ນ ໃນນີ້ໃຫ້ເອົາໃຈໃສ່ ສືບຕໍ່ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີ, ເຮັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ ສຸມກໍາລັງແຮງຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ, ແນວພັນພືດ, ແນວພັນສັດ ແລະ ແນວພັນສັດນໍ້າ ທີ່ທົນທ່ານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ພຽງພໍ ສໍາລັບຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ ແຫ່ງຊາດ.
ສຶກສາຄົ້ນຄວ້າ ແລະ ພັດທະນາເຕັກນິກ ພ້ອມທັງຜັນຂະຫຍາຍ ອອກສູ່ໃຫ້ວົງກວ້າງ ເປັນຕົ້ນ ເຕັກນິກການຂະຫຍາຍພັນພືດດ້ວຍເນື້ອເຍື່ອມັນຕົ້ນ ເພື່ອລຸດຜ່ອນການລະບາດຂອງພະຍາດ, ເຕັກນິກການປູກເຂົ້າແບບປະຢັດນໍ້າ ເພື່ອລູດຕົ້ນທືນ, ເປັນມິດກັບສິງແວດລ້ອມ ເພື່ອກ້າວສູ່ການຂາຍສີນເຊື້ອກາກບອນໃນນາເຂົ້າ, ຜັນຂະຫຍາຍເຕັກນິກການເຮັດນາໄຮ່ໃຫຍ່ ເພື່ອຮອງຮັບການນຳໃຊ້ກົນຈັກກະສິກຳ, ເຕັກໂນໂລຊີຫຼັງການເກັບກ່ຽວ ແລະ ເຕັກນິກການປຸງແຕ່ງຜະລິດຕະພັນກະສິກຳ ເພື່ອຮັບປະກັນໃຫ້ຜົນຜະລິດກະສິກໍາມີຄູນນະພາບ.
ເອົາໃຈໃສ່ໃນການ ໂຄສະນາ ເຜີຍແຜ່ ສະໜອງ ຄວາມຮູ້, ຂໍ້ມູນຂ່າວສານ, ເຕັກນິກ-ເຕັກໂນໂລຊີ ທີ່ໄດ້ຈາກການຄົ້ນຄວ້າ ລົງສູ່ຮາກຖານການຜະລິດ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ
ກະກຽມ ປັບປຸງຍົກລະດັບສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໃຫ້ກາຍເປັນສະຖາບັນ ວິທະຍາສາດ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແຫ່ງຊາດແລະ ໃຫ້ກາຍເປັນສະຖາບັນທີ່ມີຄວາມພ້ອມໃນການກຸ້ມຕົນເອງ ທາງດ້ານງົບປະມານ ສໍາລັບຮັບໃຊວຽກງານຄົ້ນຄວ້າ. ອອກແຮງສ້າງລາຍຮັບ ໂດຍການເອົາການຄົ້ນຄວ້າ ຕິດພັນກັບການຜະລິດເປັນສິນຄ້າ, ຕິດພັນກັບຜູ້ປະກອບການ ໃຫ້ຫຼາຍຂຶ້ນ.
ພາບ-ຂ່າວ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້