National Agriculture and Forestry Research Institute

ໃນຕອນເຊົ້າຂອງວັນທີ 13/9/2024 ເວລາ 9:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2024, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ນາງ ຕຸ່ງລ່ຽນ ວິໄລພອນ  ປະທານກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກກໍາມະບານເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີ ຜ່ານມາ ຂອງສະມາຊິກກໍາມະບານ     ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກການນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະຜ່ານມາ ແລະ ໄດ້ເປີດໂອກາດໃຫ້ແຕ່ລະທ່ານປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຂອງບົດລາຍງານ ແລະ ກອງປະຊຸມເຫັນດີເປັນເອກະພາບສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ປະທານກໍາມະບານຂອງສູນຍັງໄດ້ນໍາສະເໜີວິທີການຕີລາຄາໃຫ້ຄະແນນແຕ່ລະສະຫາຍ, ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ຍັງໄດ້ເນັ້ນຢໍ້າລາຍລະອຽດເນື້ອໃນຂອງຂໍ້ແຂ່ງຂັນ 5 ເປັນເຈົ້າ ຄື: 1) ເປັນເຈົ້າ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, 2) ເປັນເຈົ້າໃນການປັບປຸງແບບແຜນການນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ, 3) ເປັນເຈົ້າ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພະນັກງານສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, 4) ເປັນເຈົ້າ ເຂົ້າຮ່ວມໃນການຕິດຕາມ, ກວດກາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທໍາ-ສັງຄົມ, 5) ເປັນເຈົ້າ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງການຂ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ.

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກທ່ານໄດ້ຮັບຄະແນນ ປະເພດ ດີຫຼາຍ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 12 :00 ໂມງ ດ້ວຍໝາກຜົນສໍາເລັດອັນຈົບງາມ.

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ

             ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ