National Agriculture and Forestry Research Institute

ໃນລະຫວ່າງວັນທີ 10-11 ກັນຍາ 2024 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ KOICA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນ ແປງດິນຟ້າອາກາດ ຢູ່ທີ່ບ້ານໂພນສີດາ ແລະ ບ້ານນາຊາຍຂາວ ເມືອງກາສີ ແຂວງວຽງຈັນ, ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 60 ທ່ານ, ຍິງ 55 ທ່ານ, ໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ, ໂປສເຕີ ແລະ ແຜນພັບ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບັນຫາ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບການຜະລິດຜັກ, ເຕັກນິກການປັບໂຕຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ຄວາມຮູ້ທົ່ວໄປກ່ຽວກັບເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ, ປັດໃຈທີກ່ຽວຂ້ອງຕໍ່ການຜະລິດພືດຜັກໃຫ້ເປັນສິນຄ້າ ເຊັ່ນ: ປັດໃຈທາງດ້ານແນວພັນ, ສະຖານທີ, ແຫຼ່ງນໍ້າ, ເຕັກນິກການປູກ, ຝຸ່ນ, ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເຊັ່ນ: ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຈັດການລະບົບການໃຫ້ແກ່ພືດຜັກທີ່ເໝາະສົມ, ເຕັກນິກການປູກຜັກປະເພດກິນໃບ, ກິນໝາກ ແລະ ກິນຫົວ, ເຕັກນິກການປ້ອງກັນ ແລະ ກໍາຈັດພະຍາດ ແມງໄມ້ສັດ, (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບ ການຄິດໄລ່ຕົ້ນທຶນການຜະລິດພືດຜັກ, ການຄັດເລືອກຊະນິດພືດຜັກທີ່ເປັນທ່າແຮງໃນການຜະລິດຢູ່ໃນທອງຖິ່ນ, ການຈໍາແນກຊະນິດພືດຜັກ, ການກຽມດິນກ້າເບ້ຍ ແລະ ການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການໃຫ້ນໍ້າແບບນໍ້າພຸງ, ແລະ ການຜະລິດນໍ້າສະກັດຊີວະພາບຈາກໄຂເພື່ອປ້ອງກັນກໍາຈັດເພ້ຍ, ໄຮ, ພະຍາດຣານໍ້າຄ້າງ ແລະ ພະຍາດຣາແປ້ງ ແລະ ໄດ້ເປີດໃຫ້ນັກສໍາມະນາກອນໄດ້ແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດ ຕັ້ງປະຕິບັດການຜະລິດພືດຜັກໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງບັນຫາ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັນ: ຕົ້ນທຶນການຜະລິດສູງເນືອງຈາກປັດໃຈການຜະລິດໂດຍສະເພາະຝຸ່ນມີລາຄາສູງຂຶ້ນ, ຕະຫຼາດບໍ່ມີຄວາມແນນອນ, ກະແຈກກະຈາຍ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດຜັກຍັງຢູ່ໃນແບບຜັກສວນຄົວ, ເຕັກນິກການໃຫ້ນໍ້າແມ່ນຍັງໃຊ້ບົວຫົດເຮັດໃຫ້ມີການນໍາໃຊ້ແຮງງານຫຼາຍ, ສະພາບອາກາດມີການປ່ຽນ ແປງ, ບັນຫາການລະບາດຂອງພະຍາດ ໂດຍສະເພາະພະຍາດເນົາ ເຊິ່ງສົ່ງຜົນກະທົບຕໍ່ກັບການຜະລິດຕໍ່າ, ຂໍ້ຈໍາກັດທາງດ້ານແນວພັນ ເພາະແນວພັນທີ່ນໍາໃຊ້ເຂົ້າໃນການຜະລິດປະມານ 90 ເປີເຊັນ ແມ່ນນໍາໃຊ້ແນວພັນຈາກຕ່າງປະເທດ ເຊິ່ງບໍ່ສາມາດເກັບແນວພັນໄດ້ ແລະ ຊາວກະສິກອນສວນໃຫຍ່ແມ່ນຍັງຂາດປະສົບການໃນການຜະລິດແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະ ລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ ແລະ ນອກຈາກນັ້ນ, ໄດ້ມອບອຸປະກອນຈໍານໜຶ່ງໃຫ້ແກ່ຊາວກະສິກອນເພື່ອນໍາໄປຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນການຜະລິດໂຕຈິງ ເຊັນ: ປື້ມຄູມື, ແຜນພັບ ແລະ ເມັດພັນພືດຜັກ ເຊັນ: ຜັກບົວແບ່ງ, ຜັກກາດ ຊອມ, ຜັກຊີ ແລະ ໝາກເລັ່ນ ທັງໝົດ ຈໍານວນ 70.4 ກິໂລກຼາມ (35.2 ກິໂລກຼາມ/ບ້ານ) ເພື່ອເພິ່ມຜົນຜະລິດ ແລະ ລາຍຮັບຈາການປູກຜັກໃຫ້ສູງຂຶ້ນ.

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ