National Agriculture and Forestry Research Institute

ໃນວັນທີ 27 ສິງຫາ ຜ່ານມາ ທີ່ກຸ່ມຜະລິດພືດຜັກ, ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ໄດ້ຈັດ ພິທີມອບ-ຮັບ ແນວພັນພືດຜັກ ແລະ ປັດໃຈການຜະລິດ ໃຫ້ຄອບຄົວຕົວແບບ ການຜະລິດພືດຜັກ ໂດຍການເຂົ້າຮ່ວມ ຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ຄວນ ໂດຮາ ຫົວໜ້າສູນ KOPIA ປະຈຳລາວ, ທ່ານ ປອ ທອງຄູນ ສີສະໄໝທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໝາກໄມ້ໃຫ້ໝາກ, ທ່ານ ສອນໄຊ ກົມໄຊຊະນະ ຫົວໜ້າ ຂະແໜງປູກຝັງ ພະແນກນະຄອນຫຼວງວຽງຈັນ ທ່ານ ສຸລິນ ອິນທາທິລາດ ຫົວໜ້າ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ,ມີຄະນະສູນ ແລະ ພະນັກງານຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍ ນາຍບ້ານ ແລະ ສະມາຊິກກຸ່ມປູກພືດຜັກ ບ້ານຊາຍຟອງເໜືອ ເຂົ້າຮ່ວມ.

ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນແມ່ນມີວິຕາມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນການປູກພືດຜັກຍັງເປັນການໃຊ້ປະໂຫຍດພື້ນທີ່ດິນທີ່ໃຫ້ຜົນຕອບແທນສູງ ແລະ ເປັນການສ້າງລາຍຮັບໃຫ້ແກ່ຊາວກະສິກອນເອງ.

ເພື່ອເປັນການແກ້ໄຂບັນຫາ ໃຫ້ຊາວກະສິກອນ ໃນອານາຄົດ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດໄດ້ມີການຮ່ວມມືກັບ ໂຄງການທົດສອບ ຮູບແບບການຜະລິດ ແລະ ການເກັບຮັກສາ ແລະ ລະບົບການແຈກຢາຍຫົວຜັກບົ່ວແບ່ງ ໃນການເພິ້ມລາຍຮັບໃຫ້ຊາວກະສິກອນ ໃນເຂດຊົນນະບົດ ຂອງ ສປປ ລາວ (KOPIA) ໃນການພັດທະນາຮູບແບບການຜະລິດຜັກ ແລະ ການຈັດການຫຼັງການເກັບກ່ຽວ ສາມາດເຮັດໃຫ້ຊາວກະສິກອນມີລາຍຮັບ ທີ່ເພິ່ມຂຶ້ນ ໄປເທື່ອລະກ້າວ ແລະ ຊ່ວຍໃນການສະໜັບສະໜູນ ການສ້າງກຸ່ມຕົວແບບໃນການຜະລິດຜັກເປັນສິນຄ້າ ແລະ ສ້າງພື້ນທີ່ຕົວແບບທາງດ້ານການຜະລິດພືດຜັກນີ້ໃຫ້ເປັນພຶ້ນທີ່ສາທິດໃນການແລກປ່ຽນຄວາມຮູ້ໃຫ້ກຸ່ມ ຫຼື ພາກສ່ວນອື່ນທີ່ສົນໃຈໃນການຜະລິດພືດຜັກເຂົ້າມາຖອດຖອນບົດຮຽນ ໂດຍມີເຂດເປົ້າໝາຍຄື: ແຂວງ ບໍລິຄຳໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ. ກຸ່ມປູກພືດຜັກຊາຍຟອງເໜືອ ໄດ້ຮັບການຊ່ວຍເຫຼືອທາງດ້ານແນວພັນຜັກ ແລະ ປັດໃຈການຜະລິດ ຈາກໂຄງການທົດສອບຮູບແບບການຜະລິດ ແລະ ການເກັບຮັກສາ, ແລະ ລະບົບການແຈກ ຢາຍຫົວຜັກບົ່ວແບ່ງ ໃນການເພິ່ມລາຍຮັບໃຫ້ຊາວກະສິກອນ ໃນເຂດຊົນນະບົດ ຂອງ ສປປ ລາວ, KOPIA ເຊິ່ງມີມູນຄ່າລວມ ທັງໝົດ 20,500,000 ກີບ.

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້