National Agriculture and Forestry Research Institute

ໃນຕອນເຊົ້າຂອງວັນທີ 21/8/2024 ທີ່ຜ່ານມາ ສູນຄົ້້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກໄດ້ຈັດພິທີ ຝຶກອົບຮົມໃຫ້ແກ່ຊາວກະສິກອນທີ່ບ້ານ ຜາໂປງ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ, ໂດຍການເປັນປະທານຮ່ວມຂອງທ່ານ ວິລະພົນ ສຸຣິນພູມີ ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ທ່າພະບາດ, ທ່ານ ປອ ທອງຄູນ ສີສະໄພທອງ ຫົວຫນ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ຫມາກ ແລະ ທ່ານ ຄວນ ໂດຮາ ຜູ້ອຳນວຍການສູນໂກເປຍ (KOPIA) ປະຈຳ ສປປ ລາວ, ມີຂະແໜງປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າພະບາດ, ພະນັກງານວິຊາການ ສູນຄົ້ນຄວ້າພືດຜັກ ແລະ ໃຫ້ໝາກ, ສູນໂກເປຍ (KOPIA) ປະຈຳ ສປປ ລາວ,  ແລະ ຊາວກະສິກອນກຸ່ມຜະລິດຜັກບ້ານຜາໂປງເຂົ້າຮ່ວມທັງໝົດ ຈຳນວນ 25 ຄົນ.

ຈຸດປະສົ່ງຂອງການຝຶກອົບຮົມໃນຄັ້ງນີ້ (1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ເປັນສິນຄ້າ, (2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ກວ້າງອອກ ແລະ (3). ເພື່ອຕິດຕາມປະເມີນຜົນການຈັດຕັ້ງປະຕິບັດການປຸກສ້າງເຮືອນຮົ່ມ ແລະ ການຜະລິດ. ການຝືກອົບຮົມຄັ້ງນີແມ່ນໃຊ້ເວລາ 1 ວັນ ໂດຍການເປັນຄູຝຶກຂອງນັກຄົ້ນຄວ້າຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ໃນການຝຶກອົບຮົມໄດ້ແບ່ງອອກເປັນ 3 ພາກ 1 ຄື: ພາກທິດສະດີ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເຕັກນິກການຜະລິດຜັກໃນເຮືອນຮົມ, ເຕັກນິກການປູກຜັກກິນໃບ, ກິນໝາກ ແລະ ກິນຫົວ, ພາກປະຕິປະຕິບັດຕົວຈິງໄດ້ປະຕິບັດກ່ຽວກັບການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການຕິດຕັ້ງລະບົບນໍ້າທີເໝາະສົມສໍາລັບການຜະລິດພືດຜັກ, ການຜະລິດນໍ້າຊີວະພາບຈາກໄຂ່ແດງ ເພື່ອປ້ອງກັນກໍາຈັດເພ້ຍ, ໄຮ ແລະ ພະຍາດລານໍ້າຄ້າງ ແລະ ລາແປງ ແລະ ໄດ້ລົງຢ້ຽມຊົມຄອບຄົວຕົວແບບການຜະລິດຜັກໃນເຮືອນຮົ່ມ. ການຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນພື້ນທີ່ຂອງຕົນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ, ໂອກາດ ແລະ ອຸປະສັກ ຂອງການຜະລິດພືດຜັກຢູ່ພາຍໃນພື້ນຂອງຕົນເອງ, ເຊິ່ງນັກສໍາມະນາກອນສ່ວນໃຫຍ່ຈະໃຫ້ຂໍ້ຄິດເຫັນເປັນສຽງດຽວກັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດຢູ່ຫຼາຍດ້ານ ເຊັ່ນ: ຕົ້ນທຶນການຜະລິດສູງ, ການຜະລິດບໍ່ມີການວາງແຜນທີ່ດີ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກໂດຍສະເພາະການປູກໃນຊ່ວງລະດູຝົນ.

    ຂຽນໂດຍ ນ. ແດງ ແກ້ວກອງມີ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ