National Agriculture and Forestry Research Institute

ໃນລະຫວ່າງວັນທີ 14-16 ສິງຫາ 2024 ນີ້, ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍທ່ານ ມະໂນລັກ ບຸນສີຫາລາດ ຫົວໜ້າສູຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້( ສກປພ) ແລະ ທ່ານ ນາງ ຄະຢອງ ມິ ຄິມ ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ.

ນາງ ຄະຢອງ ມິ ຄິມ ໄດ້ແຈ້ງຈຸດປະສົງຂອງອົງການ ອາຫານ ແລະ ການກະເສດ( FAO) ແລະ ການຮ່ວມມືໃນອະນາຄົດກັບອານາດການປົກຄອງທ້ອງຖິ່ນກ່ຽວກັບການຈັດຕັ້ງວຽກງານໃນການຄຸ້ມຄອງ ແລະ ນຳໃຊ້ ຄວາມຫຼາກຫຼາຍທາງດ້ານກະສິກຳ ໃນຂະແໜງກະສິກຳ, ການນຳສະເໜີໂຄງການເຊື່ອມສານວຽກງານຊີວະນາໆພັນໃນຂະແໜງການກະສິກຳໃຫ້ແກ່ຜູ້ຕັດສິນຂັ້ນທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃນອະນາຄົດໃນຂອບເຂດທົ່ວປະເທດ, ພ້ອມທັງຂໍຄຳຄິດເຫັນຈາກອານາດການປົກຄອງທ້ອງຖິ່ນຕໍ່ກັບວຽກງານດັ່ງກ່າວ, ແລະ ການຢ້ຽມຢາມຊຸມຊົນທີ່ອ້ອມຮອບໄປດ້ວຍຄວາມຫຼາກຫຼາຍທາງດ້ານກະສິກຳໃນທຸກລະບົບນິເວດການຄຸ້ມຄອງ ແລະ ການນຳໃຊ້ຊີວະນາໆພັນແບບຍືນຍົງໃນລະດັບຊຸມຊົນກັບພາກສ່ວນກ່ຽວຂ້ອງ ແລະ ຊຸມຊົນທ້ອງຖິ່ນ.

ໃນໂອກາດນີ້, ທັງທ່ານເຈົ້າແຂວງສະຫວັນນະເຂດ ບຸນໂຈມ ອຸບົນປະເສີດ ແລະ ທ່ານ ນາງ ຄະຢອງ ມິ ຄິມ ກໍໄດ້ສົນທະນາຫຼາຍບັນຫາຮ່ວມກັນ ໂດຍບັນຫາຕົ້ນຕໍແມ່ນການສະໜອງອາຫານ ແລະ ພືດພັນທາງດ້ານການກະສິກຳ ເພື່ອຮັບໃຊ້ພາຍໃນແຂວງສະຫວັນນະເຂດ ໃຫ້ພຽງພໍ ຊຶ່ງທ່ານເຈົ້າແຂວງກໍໝັ້ນໃຈວ່າອົງການອາຫານ ແລະ ການກະເສດ ຈະມີສ່ວນຮ່ວມສຳຄັນ ໃນການເຮັດໃຫ້ແຂວງສະຫວັນນະເຂດ ກາຍເປັນແຂວງທີ່ມີຄວາມເຂັ້ມແຂງທາງດ້ານການຜະລິດສະບຽງອາຫານ ສຳລັບຮັບໃຊ້ພາຍໃນແຂວງ ແລະ ສົ່ງອອກຂາຍເປັນສິນຄ້າເພີ່ມຂຶ້ນເລື້ອຍໆ.

ຮຽບຮຽງໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້