National Agriculture and Forestry Research Institute

ໃນລະຫວ່າງວັນທີ 12-14 ສິງຫາ 2024 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບວິຊາການຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ແລະ ຊ່ຽວຊານທາງດ້ານພືດຜັກຂອງໂຄງການ ສົ່ງເສີມການຜະລິດພືດຜັກທີ່ປັບຕົວຕໍ່ກັບການປ່ຽນແປງດິຟ້າອາກາດ ຢູ່ ສປປ ລາວ (ADB) ໄດ້ລົງໄປສໍາຫຼວດພື້ນທີ່ການຜະລິດພຶດຜັກ ເຊັ່ນ: ບ້ານ ບ້ານນາໄຊ, ບ້ານຊຽງມວກ, ນະຄອນຫຼວງພະບາງ ແລະ ບ້ານບວມເລົາ, ບ້ານ ໂພລາດ, ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງມີຈຸດປະສົງ ເພື່ອຄັດເລືອກພື້ນທີ່ໃນການຜະລິດເມັດພັນພືດຜັກ ຄື: ຜັກບົ່ວແບ່ງ, ໝາກເຜັດ ແລະ ໝາກເລັ່ນ, ເພື່ອຊອກຫາວິທີແກ້ໄຂບັນຫາການນໍາໃຊ້ເມັດພັນທີ່ນໍາເຂົ້າຊ່ວຍຊາວກະສິກອນ ໂດຍສະເພາະການຫຼຸດຕົ້ນທຶນການຜະລິດ ແລະ ເພີ່ມປະສິດທິພາບໃນການຜະລິດເມັດພັນພືດຜັກ.

ໃນການຈັດຕັ້ງປະຕິບັດຄັ້ງນີ້ ເຫັນວ່າພື້ນທີ່ເປົ້າໝາຍທີ່ທາງທີມງານໄດ້ລົງສໍຫຼວດນັ້ນແມ່ນມີເງື່ອນໄຂ ແລະ ປັດໃຈຫຼາຍດ້ານທີ່ເໝາະສົມໃນການຜະລິດແນວພັນພືດຜັກ ເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນມີພື້ນຖານໃນການຜະລິດພືດຜັກ ແຕ່ຍັງພົບວ່າການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍໂດຍສະເພາະໃນລະດູຝົນ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ ແລະ ຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີ.

ຜົນຈາກການລົງສໍາຫຼວດ ແລະ ສໍາພາດຊາວກະສິກອນໃນພື້ນທີ່ເປົ້າໝາຍ ຍັງພົບວ່າຊະນິດພືດຜັກທີ່ເປັນທ່າແຮງທີ່ສາມາດສ້າງລາຍຮັບໃຫ້ຊາວກະສິກອນ ແມ່ນມີຈໍານວນ 6 ຊະນິດ ຄື: ຜັກບົ່ວແບ່ງ, ຜັກຫອມປ້ອມ, ຜັກກາດຊອມ, ຜັກສະຫຼັດ, ໝາກເຜັດ ແລະ ໝາກເລັ່ນ ຈາກທ່າແຮງທີ່ຊີ້ໃຫ້ເຫັນນັ້ນ, ຊາວກະສິກອນກໍ່ຍັງຊີ້ໃຫ້ເຫັນເຖິງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດ ເຊັ່ນ: ຄວາມຮູ້ຄວາມສາມາດທາງດ້ານເຕັກນິກການປູກທີ່ສາມາດຫຼຸດຕົ້ນທຶນການຜະລິດ ແລະ ເພິ່ມຜົນຜະລິດ, ການຈັດການເລືອງພະຍາດ-ແມງໄມ້, ການຈັດການນໍ້າ ແລະ ເຕັກນິກການປູກຜັກໃນຊ່ວງລະດູຝົນ, ພຶ້ນທີ່ການຜະລິດຂອງບາງຄອບຄົວແມ່ນບໍ່ສາມາດຜະລິດໄດ້ໃນຊ່ວງລະດູຝົນ ແລະ ອີກບັນຫາທີ່ສໍາຄັນກໍ່ຄືການນໍາໃຊ້ແນວພັນທີ່ນໍາເຂົ້າຈາກຕ່າງປະເທດ.

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄຫມ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ