National Agriculture and Forestry Research Institute

ກອງປະຊຸມ ວາງແຜນ 5 ປີ: 2026-2030 ສ້າງແຜນຍຸດທະສາດພັດທະນາການຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມທິດສີຂຽວ ແລະ ຍືນຍົງ ໄດ້ຈັດຂຶ້ນໃນ ວັນທີ 9 ສິງຫາ 2024, ທີ່ ໂຮງແຮມ ອໍາມະຣິ, ວັງວຽງ, ໂດຍການເປັນປະທານຮ່ວມ ຂອງທ່ານ ປອ. ນ. ຈັນທະຄອນ ບົວລະພັນ, ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Dr. Mark Dubois (ດຣ ມາກ ດູບົວສ), ຜູ້ຕາງໜ້າ ສະຖາບັນຄຸ້ມຄອງນໍ້າສາກົນ ປະຈໍາ ສປປ ລາວ ແລະ ພາກພື້ນ ອາຊີຕາເວັນອອກສຽງໃຕ້; ມີຜູ້ເຂົ້າຮ່ວມ ຫົວໜ້າ, ຄະນະສູນ ພະແນກ ພ້ອມດ້ວຍນັກຄົ້ນຄວ້າ ແລະ ວິຊາການຫຼັກແຫຼ່ງ, ຕາງໜ້າຈາກກົມແຜນການ ແລະ ການຮ່ວມມື ກປ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ລວມທັງໝົດ: 50 ທ່ານ
ຂະແໜງກະສິກຳແມ່ນຂະແໜງສໍາຄັນໃນການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການເປັນທັງເປັນແຫຼ່ງຈ້າງງານທີ່ສຳຄັນ ແລະ ຊຸກຍູ້ການດຳລົງຊີວິດຂອງທ້ອງຖິ່ນເຊີ່ງມັນ ນຳໃຊ້ ນໍ້າຫຼາຍກວ່າ 75% ຂອງການນຳໃຊ້ນ້ຳທັງໝົດໃນທົ່ວປະເທດ. ໃນສະພາບການທີ່ມີຄວາມສ່ຽງທາງດ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ລະບົບກະສິກຳທີ່ຕ້ອງການໃຫ້ມີຄວາມຍືນຍົງ ແລະ ທົນທານ, ການຮັບປະກັນການເຂົ້າເຖິງນໍ້າ, ການມີນ້ໍາພຽງພໍ ແລະ ການນໍາໃຊ້ນໍ້າຢ່າວມີປະສິດທິຜົນແມ່ນປະເດັນສໍາຄັນໃນການວາງແຜນວຽກງານການຄົ້ນຄວ້າ ກະສະກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ກອງປະຊຸມ ສາມາດບັນລຸຕາມເປົ້າໝາຍ ແລະ ຈຸດປະສົງ ທັງສາມາດມີເອກະພາບສູງທາງດ້ານເນື້ອໃນຂອງ 6 ແຜນງານຂອງ ສະຖາບັນ ແລະ ຂະບວນການພັດທະນາ ຕົວຊີ້ວັດ ສໍາລັບແຜນການຂອງຕົນທີ່ຈະສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ຊຸກຍູ້-ຕິດຕາມ ແລະ ປະເມີນຜົນຢ່າງມີລະບົບ ໃນການພັດທະນາຂະແໜງ ກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມເຂັ້ມແຂງຕາມທິດສີຂຽວ ແລະ ຍືນຍົງ ຜ່ານວຽກງານການຄົ້ນຄວ້າທາງວິທະຍາສາດ.