National Agriculture and Forestry Research Institute

ໃນລະຫວ່າງວັນທີ 6-8 ສິງຫາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ “ປະເມີນຜົນໂຄງການພັດທະນາເຕັກໂນໂລຊີການປັບປຸງພັນພືດ ໃນພາກພື້ນອາຊີ ” ຂຶ້ນທີ່ໂຮງແຮມ ລາວ ພຣາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍທ່ານ ຮສ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຜູ້ແທນຈາກປະເທດສະມາຊິກ AFACI ແລະ ບັນດາອົງການຈັດຕັ້ງສາກົນ ຈາກ 14 ປະເທດ ແລະ ກະຊວງການຕ່າງປະເທດເຂົ້າຮ່ວມ.

ໂຄງການລີເລີີ່ມການຮ່ວມມືດ້ານອາຫານ ແລະ ການກະເສດ ຂອງອາຊີຫຼືເອີີ່ນວ່າ AFACI ແມ່ນ ເປັນໂຄງການໜຶ່ງທີ່ມີຄວາມສຳຄັນ ເພືີ່ອຮຽນຮູ້ແລະ ແລກປ່ຽນປະສົບການ ຕໍ່ວຽກງານການຄົົ້ນຄວ້າ ແລະ ພັດທະນາກະສິກຳ ຢູ່ ສປປ ລາວ ໂດຍສະເພາະແມ່ນ ເພືີ່ອຊຸກຍູ້ສົົ່ງເສີມການເຕີບໂຕສີຂຽວ ດ້ານ ກະສິກຳແບບຍືນຍົງໃນພາກພື້ນອາຊີເພືີ່ອລົບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ ແລະ ປະກອບສ່ວນ ເຂົົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ສອດຄ່ອງກັບບັນດາປະເທດສະມາຊິກ ໂດຍຜ່ານການຮ່ວມ ມືພັດທະນາດ້ານເຕັກໂນໂລຊີໃນຂົງເຂດກະສິກຳ ເພືີ່ອຄໍ້າປະກັນສະບຽງອາຫານ.

ນັບຕັ້ງແຕ່ ເດືອນ ພະຈິກ 2009 ເປັນຕົົ້ນມາ, ສປປ ລາວ ໄດ້ເຂົົ້າເປັນປະເທດສະມາຊິກຂອງ AFACI, ເຊິີ່ງກະຊວງກະສິກຳ ແລະ ປ່າໄມ້ໄດ້ມອບໝາຍໃຫ້ສະຖາບັນຄົົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຈຸດປະສານງານແຫ່ງຊາດ ໃນການຈັດຕັ້ງປະຕິບັດໂຄງການ, ເຊິີ່ງຜ່ານການປະຕິບັດໂຄງການ ກໍ່ເຫັນວ່າມີຫຼາຍຜົນງານ ທີີ່ໄດ້ປະກອບສ່ວນເຂົົ້າໃນການພັດທະນາ ເຕັກໂນໂລຊີ ກະສິກຳ ແລະ ໄດ້ຖ່າຍທອດໃຫ້ຊາວກະສິກອນໃນ ສປປ ລາວ ເພືີ່ອນຳໄປ ຈັດຕັ້ງປະຕິບັດຕົວຈິງ. ເຊິ່ງບັນດາກິດຈະກຳຂອງ AFACI ຈະສືບຕໍ່ປະກອບສ່ວນສຳຄັນ ເຂົົ້າໃນ ການຈັດຕັ້ງປະຕິບັດການພັດທະນາ ຂະແໜງການກະສິກຳ ແລະ ປ່າໄມ້ໂດຍສະເພາະ ການສະໜັບສະໜູນ ໂຄງການລິເລີີ່ມການຮ່ວມມືດ້ານອາຫານ ແລະ ການກະເສດ ຂອງອາຊີຫຼື AFACI ແລະ ບັນດາປະເທດ ສະມາຊິກ, ຈະຊ່ວຍເຮັດໃຫ້ການພັດທະນາກະສິກຳຂອງລາວ ກ້າວໄປໄກກວ່າ ແລະ ໃກ້ຄຽງກັບປະເທດທີີ່ ກຳລັງພັດທະນາ.

ໃນທີປະຊຸມ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດລາຍງານໃຫ້ຮູ້ວ່າ: ໃນປັດຈຸບັນມີ 4 ໂຄງການຄົ້ນຄວ້າ ພວມຈັດຕັ້ງປະຕິບັດຢູ່ ສປປ ລາວ ເຊິ່ງກວມເອົາຂົງເຂດຕ່າງໆ ຂອງການຄົ້ນຄວ້າ ແລະ ພັດທະນາກະສິກຳ ໂຄງການເລົ່ານີ້ແມ່ນສອດຄ່ອງກັບຍຸດທະສາດການຄົ້ນຄວ້າທີ່ສຳຄັນເຊັ່ນ: ການປະເມີນດ້ານຊີວະນາໆພັນກະສິກຳ, ການຜະລິດເມັດພັນພືດ ແລະ ການພັດທະນາເຕັກໂນໂລຊີ, ການປ່ຽນແປງສະພາບອາກາດ ແລະ ການຄົ້ນຄວ້າເສດຖະກິດ ກະສິກຳເພື່ອພັດທະນາຊົນນະບົດ ສະໜັບສະໜູນຍຸດທະສາດ ພັດທະນາກະສິກຳ 2025 ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດບັນດານະໂຍບາຍຄື: ການຄຸ້ນຄອງ ແລະ ການພັດທະນາທີ່ດິນ ກະສິກຳ ການສົ່ງເສີມການຜະລິດ ແລະ ປຸງແຕ່ງ ການປະຕິບັດກະສິກຳທີ່ດີ, ການເງິນ, ການທະນາຄານ ແລະ ການລົງທຶນ, ພະລັງງານ, ການຄົ້ນຄວ້າ ແລະ ພັດທະນາຊັບພະຍາກອນມະນຸດ ນອກຈາກນັ້ນກະຊວງກະສິກຳ ແລະ ປ່າໄມ້ ຍັງມີຄວາມຮັບຜິດຊອບໃນສອງວຽກງານຕົ້ນຕໍຄື: ການຜະລິດພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າໂດຍການສົ່ງເສີມການຄ້ຳປະກັນສະບຽງອາຫານ, ການປັບປຸງໂພສະນາການ ແລະ ການຜະລິດສິນຄ້າພາຍໃນເພື່ອສົ່ງອອກຜະລິດຕະພັນກະສິກຳໄປສູ່ຕະຫຼາດຕ່າງປະເທດ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້