National Agriculture and Forestry Research Institute

ໃນວັນທີ 2 ສິງຫາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມ ປະຊຸມລິເລີ່ມໂຄງການ “ການເຊື່ອມສານລະບົບການເກັບກໍາຂໍ້ມູນ ຕົວຊີ້ວັດວິທະຍາສາດ ແລະ ເຕັກໂນໂລຊີ ກະສິກຳ (ASTI) ເຂົ້າໃນລະບົບສະຖິຕິແຫ່ງຊາດ” ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນ. ເພັດສະຫມອນ ສອນ, ຮອງຫົວໜ້າ ສູນສະຖິຕິ ແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ມີບັນດານັກຄົ້ນຄວ້າ ຈາກກະຊວງອ້ອມຂ້າງ ແລະ ບັນດາກົມ ໃນຖານະທີ່ເປັນຜູ້ໃຫ້ຂໍ້ມຸນທາງດ້ານຕົວຊີວັດວິທະຍາສາດກະສິກຳ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ສະຖາບັນຄຸ້ມຄອງນໍ້າສາກົນ IWMI, ສູນຄົ້ນຄວ້າ ກະສິກຳນານາຊາດ ອົດສະຕຣາລີ ACIAR ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ ປະຈຳ ສປປລາວ IRRI ໃນຖານະທີ່ເປັນຜູ້ຊົມໃຊ້ຂໍ້ມູນ ASTI ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 22 ທ່ານ, ຍິງ 10 ທ່ານ.

ວຽກງານສັງລວມຂໍ້ມູນສະຖິຕິ ດ້ານຕົວຊີ້ວັດວິທະຍາສາດ ແລະ ເຕັກໂນໂລຊີກະສິກໍາ (ASTI) ເປັນໂຄງການ ທີ່ກໍາລັງຈັດຕັ້ງຢູ່ໃນ 11 ປະເທດ: ໃນການຮວບຮວມ ແລະ ວິເຄາະຂໍ້ມູນການຄົ້ນຄວ້າກະສິກໍາມາເປັນເວລາຫຼາຍກວ່າສອງທົດສະວັດ. ໂດຍສຸມໃສ່ການພັດທະນາສະຖາບັນ, ການລົງທຶນ, ການພັດທະນາຄວາມສາມາດຂອງຊັບພະຍາກອນມະນຸດ, ໃນບັນດາປະເທດທີ່ມີລາຍຮັບ ຕ່ຳ ແລະ ປານກາງ (LMICs/ Low-Middle Income Countries).

ອີງຕາມຜົນຄົ້ນຄວ້າ ASTI ໃນປີ 2017, ສາມາດຮູ້ໄດ້ວ່າການຄົ້ນຄວ້າຕ່າງໆພາຍໃນປະເທດຍັງຂາດນັກຄົ້ນຄວ້າທີ່ມີຄຸນນະພາບສຸງ ແລະ ພື້ນຖານໂຄງລ່າງຈຳເປັນໃນການແກ້ໄຂສິ່ງທ້າທາຍຫຼາຍຢ່າງທີ່ຂະແໜງການກະສິກຳກຳລັງປະເຊີນຢູ່.

ໃນຊຸມປີຜ່ານມາ, ວຽກງານ ASTI ດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍ ສະຖາບັນຄົ້ນຄວ້ານະໂຍບາຍອາຫານສາກົນ (IFPRI), ປະຈຸບັນ ກໍາລັງໂອນຖ່າຍໃຫ້ ອົງການ FAO, ສືບຕໍ່ພັດທະນາ, ຂະຫຍາຍ ແລະ ເຮັດໃຫ້ມັນຍືນຍົງ. ເຊິ່ງມັນໄດ້ສ້າງ ໂອກາດ ແລະ ສິ່ງທ້າທາຍ  ເພື່ອພັດທະນາ ວຽກງານ ASTI ອັນສໍາຄັນນີ້.

ເປົ້າໝາຍລວມຂອງການພັດທະນາວຽກນີ້ແມ່ນເພື່ອການສ້າງມາດຕະຖານ, ປະສົມກົມກຽວ, ແລະ ປັບປຸງຄຸນນະພາບໂດຍລວມ, ຄວາມທັນເວລາ ແລະ ຄວາມສົມບູນຂອງຊຸດຂໍ້ມູນ ASTI ໃນຂະນະດຽວກັນກໍເຮັດໃຫ້ມັນມີຄວາມຍືນຍົງ ແລະ ປະເທດເປັນເຈົ້າຂອງຊຸດຂໍ້ມູນນີ້ ເພື່ອນໍາໃຊ້ເຂົ້າໃນການວາງແຜນຈັດສັນງົບປະມານ ແລະ ການເຊື່ອມໂຍງກັບສາກົນໃນວຽກງານ ສົ່ງເສີມພັດທະນາການຄົ້ນຄວ້າເຕັກໂນໂລຊີ ແລະ ວິທະຍາສາດດ້ານກະສິກໍາ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້