National Agriculture and Forestry Research Institute

ໃນລະຫວ່າງວັນທີ 20-21 ກໍລະກົດ 2024,  ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ອຸປະກອນ, ເມັດພັນ ແລະ ທ່ອນພັນພືດອາຫານສັດໃຫ້ແກ່ຊາວກະສິກອນ ບ້ານມວນ ແລະ ບ້ານໂຕນເໜືອ ເພື່ອປັບປຸງການຜະລິດອາຫານສັດໃຫ້ພຽງພໍໃນລະດູແລ້ງ ອີງຕາມຫຼັກນິເວດກະສິກຳ ແລະ ການສ້າງບ້ານຕົວແບບການຜະລິດງົວເປັນສິນຄ້າ; ພາຍໃຕ້ ການສະ ໜັບສະໜູນຂອງໂຄງການ ປັບປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ (ASSET)

ພິທີດັ່ງກ່າວ ເປັນກຽດມອບໂດຍ ທ່ານ ປອ. ນ. ຈັນທະຄອນ ບົວລະພັນ, ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) , ທ່ານ ປອ.ນ.ພອນວິໄລ ສີນະວົງ ຜູ້ປະສານງານໂຄງການ ASSET ປະຈໍາ NAFRI,  ທ່ານ ນ. ຫົງນະພາ ພົມມະບຸດ, ຜູ້ປະສານງານລະດັບສູນກາງ ຂອງໂຄງການ ASSET, ປະຈໍາ ສ ປປ ລາວ, ທ່ານ ຜູ້ຕ່າງໜ້າສູນຄົ້ນຄວ້າ ການລ້ຽງສັດ, ແລະ ພະນັກງານວິຊາການ ຈໍານວນໜຶ່ງ.

ເປັນກຽດເຂົ້າຮ່ວມພິທີຮັບໂດຍ ທ່ານ ຄໍາຫລ້າ ຈັນທະວອນ, ຮອງຫົວຫນ້າ ພະແນກ ກປ ແຂວງຊຽງຂວາງ, ທ່ານ ຄຳໄພ ພົມມະວົງ ຫົວໜ້າສູນ ບໍລິການເຕັກນິກກະສິກຳ, (ລາວ-ຫວຽດ) ແລະ  ມີຫົວໜ້າຂະແໜງປູກຝັງ, ຕ່າງໜ້າຈາກຫົວໜ້າຫ້ອງການກະສິກຳປ່າໄມ້ ເມືອງແປກ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ຊາວກະສິກອນຈໍານວນໜຶ່ງ  ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການມອບເຄື່ອງອຸປະກອນ, ເມັດພັນ ແລະ ທ່ອນພັນພຶດອາຫານສັດໃນຄັ້ງນີ້ແມ່ນເພື່ອເປັນການ ປັບປຸງການປູກຫຍ້າ ແລະ ຜະລິດອາຫານສັດໃຫ້ພຽງພໍໃນລະດູແລ້ງ ອີງຕາມຫຼັກນິເວດກະສິກຳ ແລະ ການສ້າງບ້ານຕົວແບບການປູກຫຍ້າແບບນິເວດກະສິກຳ ເພື່ອປັບປຸງການຜະລິດງົວເປັນສິນຄ້າ.