National Agriculture and Forestry Research Institute

ກອງປະຊຸມນັກຄົ້ນຄວ້າ ກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນຂະໜາດນ້ອຍໃນປະເທດລາວ ແລະ ກຳປູເຈຍ ໃນການສ້າງ ແລະ ຄຸ້ມຄອງລະບົບຊົນລະປະທານ ໂດຍຊາວກະສິກອນ ພາຍໃຕ້ໂຄງການ : Improving Smallholder Agrarian Livelihoods in Laos and Cambodia Through Farmer-Led Irrigation of ASEAN-CGIAR Regional Program; ມີນັກຄົ້ນຄວ້າ ທັງໝົດ 7 ທ່ານ ຍິງ 3 ທ່ານ (ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ເຂົ້າຮ່ວມ 3 ທ່ານ; Royal University of Agriculture 3 ທ່ານ ແລະ International Water Management Institute 1 ທ່ານ). ກອງປະຊຸມໄດ້ນຳສະເໜີຜົນຂອງການຈັດຕັ້ງປະຕິບັດວຽກຜ່ານມາ ແລະ ທົບທວນການລົງເກັບກຳຂໍ້ມູນ ພ້ອມລາຍງານຜົນການວິເຄາະເບື້ອງຕົ້ນ ຂອງກໍລະນີ ສຶກສາຢູ່ ສປປ ລາວ ແລະ ກຳປູເຈຍ. ຫຼັງຈາກນັ້ນ, ທີມນັກຄົ້ນຄວ້າກໍ່ໄດ້ວາງແຜນພັດທະນາການຕີພິມ ແລະ ເຜີຍແຜ່ຜົນການຄົ້ນຄວ້າທາງວິທະຍາສາດ ພ້ອມທັງວາງແຜນກິດຈະກຳ ຂອງການຄົ້ນຄວ້າ ປີ 2025. ນອກຈາກນັ້ນ, ທີມງານໄດ້ແລກປ່ຽນຂໍ້ມູນ ແລະ ທົບທວນບົດສະຫຼຸບຫຍໍ້ຂອງກໍລະນິສຶກສາ ການນໍາໃຊ້ລະບົບນໍ້າຊົນລະປະທານດ້ວຍພະລັງງານແສງອາທິກຂອງກຸ່ມຜະລິດຜັກເປັນສິນຄ້າຈາກປະເທດລາວ (Review Briefing Note from Laos).

ຜົນຂອງກອງປະຊຸມຄັ້ງນີ້ສາມາດແບ່ງຄວາມຮັບຜິດຊອບ ພ້ອມແຜນກິດຈະກຳ ປີ 2025 ແລະ ໄດ້ກຳນົດຂັ້ນຕອນສຳລັບແຜນງານທີ IP7 ຂອງໂຄງການ: ຊົນລະປະທານໂດຍຊາວກະສິກອນສໍາລັບລະບົບອາຫານກະສິກໍາທີ່ທົນທານຕໍ່ສະພາບອາກາດ (Intervention Package 7: Farmer-Led Irrigation for Climate-Resilient Agri-Food Systems) ແລະ ພາລະບົດບາດຂອງສໍາລັບ RUA ແລະ NAFRI.

ໂຄງການ ASEAN-CGIAR Innovate for Food and Nutrition Regional Security Program (https://asean-cgiar.irri.org/)

ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ (AMAF) ຄັ້ງທີ 45 ທີ່ກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 4 ຕຸລາ 2023. ໂຄງ​ການ​ນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ຂະ​ຫຍາຍ​ຂະໜາດ ແລະ ​ຂະ​ຫຍາຍ​ການ​ປະ​ດິດ​ສ້າງ​ປະ​ສົມ​ປະ​ສານ​ເພື່ອ​ຍົກ​ສູງ​ຄວາມ​ທົນ​ທານ​ຂອງ​ລະ​ບົບ​ກະ​ສິ​ກໍາ​ອາ​ຫານ​ຂອງ​ອາ​ຊຽນ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.